ຫວຽດ​ນາມ ຍາມ​ໃດ​ກໍ່​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ເຢຍ​ລະ​ມັນ​ເປັນ​ສຳ​ຄັນ

10:53 | 26/05/2021

ຍ​ສໝ - ທີ່​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ Heiko Maas ໄດ້​ອວຍ​ພອນ ທ່ານ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ເມື່ອ​ດຳ​ລົງ​ຕຳ​ແໜ່ງ​ໃໝ່ ແລະ ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຂະ​ແໜງ​ການ​ທູດ ຫວຽດ​ນາມ ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ສຳ​ເລັດຫຼາຍ​ຢ່າງ​ກ່​ວາ​ອີກ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຢຍ​ລະ​ມັນ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຢຍ​ລະ​ມັນ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV
ສຳ​ນັກ​ຂ່າວ​ສານ ເຢຍ​ລະ​ມັນ DPA ແນະ​ນຳ​ສະ​ຖານ​ທີ່​ທ່ຽວ​ທ່ຽວ​ດູດ​ດື່ມ​ຂອງ ຫວຽດ​ນາມ ຕໍ່​ມວນ​ຊົນ ສຳ​ນັກ​ຂ່າວ​ສານ ເຢຍ​ລະ​ມັນ DPA ແນະ​ນຳ​ສະ​ຖານ​ທີ່​ທ່ຽວ​ທ່ຽວ​ດູດ​ດື່ມ​ຂອງ ຫວຽດ​ນາມ ຕໍ່​ມວນ​ຊົນ
ຫວຽດ​ນາມ ຍາມ​ໃດ​ກໍ່​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ເຢຍ​ລະ​ມັນ​ເປັນ​ສຳ​ຄັນ
ທ່ານ ບຸຍ​ແທງ​ເຊີນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ຫວຽດ​ນາມ ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Heiko Maas

ວັນ​ທີ 25 ພຶດ​ສະ​ພາ 2021, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ບຸຍ​ແທງ​ເຊີນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Heiko Maas.

ທີ່​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ Heiko Maas ໄດ້​ອວຍ​ພອນ ທ່ານ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ເມື່ອ​ດຳ​ລົງ​ຕຳ​ແໜ່ງ​ໃໝ່ ແລະ ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຂະ​ແໜງ​ການ​ທູດ ຫວຽດ​ນາມ ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ສຳ​ເລັດຫຼາຍ​ຢ່າງ​ກ່​ວາ​ອີກ.

ທ່ານ​ບຸຍ​ແທັງ​ເຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຢັ້ງ​ຢືນ​ເຖິງ​ນະ​ໂຍ​ບາຍ​ການ​ທູດ ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ, ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ເຢຍ​ລະ​ມັນ​ເປັນ​ສຳ​ຄັນ.

ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ແຮງ ແລະ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ມີ​ປະ​ສິດ​ທິ​ຜົນ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ​ພາຍຫຼັງ 10 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົ​ງ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (2011 - 2021), ເຫັນ​ດີ​ເປັນ​ເອ​ກະ​ພາບບັນ​ດາມາດ​ຕະ​ການ​ເພີ່ມ​ທະ​ວີການ​ຮ່ວມ​ມື​ກ່ຽວ​​ກັບ ເສດ​ຖະ​ກິດ - ການ​ຄ້າ - ການ​ລົງ​ທຶນ, ວິ​ທະ​ສາ​ຍາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ບຳ​ລຸງ​ສ້າງວິ​ຊ​າ​ຊີບ, ການ​ແພດ… ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສົມ​ທົບ​ກັນ​ສ້າງ​ແຜນ​ການ​ກະ​ທຳ​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ໄລ​ຍະ 2022 – 2023 ໂດຍ​ໄວ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຊື່ອມ​ຕ​ຊ່​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ເພີ່ມ​ທະ​ວີ​ບັນ​ດາ​ກົນ​ໄກ​ໂອ້​ລົມ​ສົນ​ທະ​ນາ ແລະ ການ​ເຄື່ອນ​ໄຫວ​ຮ່ວມ​ມື.

ສ່ວນ​ທ່ານ ລັດ​ຖະ​ມົນ​ຕີ Heiko Maas ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາ​ມ ແລະ ກາ​ນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສອງ​ປະ​ເທດ ໃນ​ການ​ແກ້​ໄຂວິ​ກິດ​ການ​ໂລກ​ລະ​ບາດ​ໂຄວິດ - 19. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ໄດ້​ສະ​ແດງ​ຄວາມ​ຍິນ​ດີ ຕໍ່​ເຢຍ​ລະ​ມັນ​ເມື່ອ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ​ໃນ​ໂຄງ​ການ​ສັກ​ວັກ​ຊິນ ແລະ ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19, ທ່ານ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ EU ເມື່ອ​ໄດ້​ໜູນ​ຊ່ວຍ​ຫວຽດ​ນາມ​ຜ່ານ​ກົນ​ໄກ COVAX, ທ່ານ​ກໍ່​ສະ​ເໜີ​ໃຫ້​ເຢຍ​ລະ​ມັນ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຫວຽດ​ນາມ​ສຳ​ຜັດ​ກັບ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ຂອງ​ເຢຍ​ລະ​ມັນ​ໃນ​ສະ​ພາບ​ການ​ຫວຽດ​ນາມ ພວມ​ເປີດ​ກ້​ວາງ​ໂຄງ​ການ​ສັກ​ວັກ​ຊິນ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່​ຢ່າງ​ມີ​ຜົນ​ສັກ​ສິດ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຢຍ​ລະ​ມັນ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຢຍ​ລະ​ມັນ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

ຍ​ສ​ໝ - ເມື່ອ​ເຕື້ອງ​ເຖິງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ອັນ​ຍິ່ງ​ໃຫຍ່​ຂອງ​ສະ​ພາ​ແຫ່ງ​ຊາດ​ຕໍ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ທ່ານ ສາດ​ສະ​ດາ​ຈານ, ປ.ອ ວິ​ທະ​ຍາ​ສາດ ຫງວຽນ​ຊວັນ​ທິ໊ງ - ປະ​ທານ ເຄືອ​ຂ່າຍ​ປ່ຽນ​ແປງ​ໃໝ່​ຫົວ​ຄິດ​ປະ​ດິດ​ຄິດ​ສ້າງ ຫວຽດ​ນາມ - ເຢຍ​ລະ​ມັນ ຕີ​ລາ​ຄາ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ບັນ​ລຸ​ໄດ້ຫຼາຍ​ຜົນ​ສຳ​ເລ​ັດ​ທີ່​ສຳ​ຄັນ.

ສຳ​ນັກ​ຂ່າວ​ສານ ເຢຍ​ລະ​ມັນ DPA ແນະ​ນຳ​ສະ​ຖານ​ທີ່​ທ່ຽວ​ທ່ຽວ​ດູດ​ດື່ມ​ຂອງ ຫວຽດ​ນາມ ຕໍ່​ມວນ​ຊົນ ສຳ​ນັກ​ຂ່າວ​ສານ ເຢຍ​ລະ​ມັນ DPA ແນະ​ນຳ​ສະ​ຖານ​ທີ່​ທ່ຽວ​ທ່ຽວ​ດູດ​ດື່ມ​ຂອງ ຫວຽດ​ນາມ ຕໍ່​ມວນ​ຊົນ

ດ້ວຍຫົວຂໍ້ “ການເດີນທາງຢ້ຽມຢາມປະເທດ ຫວຽດນາມ ແຕ່ເໜືອຮອດໃຕ້”, ບົດຂຽນດັ່ງກ່າວ ໄດ້ຂຽນວ່າ ຝັ່ງທະເລອັນຍາວຢຽດ, ຜາຫີນທີ່ສູງຊັນ, ນາຂັ້ນໄດ, ບັນດາຕົວເມືອງທີ່ຟົດຟື້ນເນືອງນັນ ແຕກຕ່າງກັບບັນດາໝູ່ບ້ານທີ່ສະຫງົບງຽບ ແລະ ລຽບງ່າຍ ຂອງ ຫວຽດນາມ ໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມປະທັບໃຈທີ່ສຸດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ເຢຍ​ລະ​ມັນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ສຶກ​ສາ, ຄົ້ນ​ຄ້​ວາ ແລະ ວັດ​ທະ​ນະ​ທຳ​ກັບ ເທື່ອ​ທຽນ - ເຫ້ວ ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ເຢຍ​ລະ​ມັນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ສຶກ​ສາ, ຄົ້ນ​ຄ້​ວາ ແລະ ວັດ​ທະ​ນະ​ທຳ​ກັບ ເທື່ອ​ທຽນ - ເຫ້ວ

ຍ​ສ​ໝ - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ປະ​ຕິ​ບັດ​ງານ​ຢູ່​ນະ​ຄອນ ເຫ້ວ (ທາງ​ແຂວງ​ເທື່ອ​ທຽນ ເຫ້ວ), ທ່ານ​ປ.ອ Guido Hildnerເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ເຢຍ​ລະ​ມັນ ປະ​ຈຳ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ປຶ້ມ​ຂອງ​ອົງ​ການ​ແລ​ກ​ປ່ຽນ​ສະ​ພາ​ບັນ​ດິດ ເຢຍ​ລະ​ມັນ (DAAD) ທີ່​ມີ​ມູ​ນ​ຄ່າ 10.000€ ໃຫ້​ແກ່​ພະ​ແນກ​ສາ​ກົນ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ເຫ້ວ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.