ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ ໄດ້ສະແດງຄວາມຊົມເຊີຍ ທ່ານປະທານສະພາແຫ່ງຊາດ ເຢຍລະມັນ Bärbel Bas.

11:27 | 06/11/2021

ຍສໝ - ເນື່ອງ​ໃນ​ໂອກາດ​ທີ່ ​ທ່ານ​ນາງ Bärbel Bas ​ໄດ້​ຮັບການ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ສະຫະພັນ​ເຢຍລະ​ມັນ, ​ໃນ​ວັນ​ທີ 31 ຕຸລາ, ​ໂດຍ​ຕາງໜ້າ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ຫວຽດນາມ ​ແລະ ​ໃນ​ນາມ​ສ່ວນ​ຕົວ​, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວື່ອງ​ດິ່ງ​ເຫ້ວ ໄດ້ສົ່ງ​ຈົດໝາຍສະແດງຄວາມ​ຊົມເຊີຍ...

ປະທານສະພາແຫ່ງຊາດກຳປູເຈຍ ສະແດງຄວາມຊົມເຊີຍ ທ່ານປະທານສະພາແຫ່ງຊາດ ເວື່ອງດີງເຫວ້ ປະທານສະພາແຫ່ງຊາດກຳປູເຈຍ ສະແດງຄວາມຊົມເຊີຍ ທ່ານປະທານສະພາແຫ່ງຊາດ ເວື່ອງດີງເຫວ້
ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug  ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພ​ົວ​ພັນ​ກັບ ຫວຽດ​ນາມ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພ​ົວ​ພັນ​ກັບ ຫວຽດ​ນາມ

ໃນ​ຈົດໝາຍ​​ຊົມເຊີຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ເວື່ອງ​ດິ່ງ​ເຫ້ວ ໄດ້ສະແດງຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ວ່າ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງສອງປະ​ເທດ ຫວຽດ​ນາມ - ເຢຍ​ລະ​ມັນເວົ້າ​ລວມ ແລະ ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງສອງປະ​ເທດ​ເວົ້າ​ສະ​ເພາະ ສືບ​ຕໍ່​ມີການພັດ​ທະ​ນາ​ທີ່ເຂັ້ມແຂງໃນ​ໄລ​ຍະ​ຜ່ານ​ມາ. ການ​ນຳ​ລຸ້ນຕ່າງໆ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໄດ້​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ​ຕໍ່​ການ​ເພີ່ມພູນຄູນສ້າງ ​ແລະ ສ້າງ​ພື້ນຖານ​ອັນ​ໝັ້ນແກ່ນ​ໃຫ້​ແກ່​ການ​ພັດທະນາ​ສາຍ​ພົວພັນ​ອັນ​ດີງາມ​ນີ້.

ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ ໄດ້ສະແດງຄວາມຊົມເຊີຍ ທ່ານປະທານສະພາແຫ່ງຊາດ ເຢຍລະມັນ Bärbel Bas.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ເວື່ອງ​ດິ່ງ​ເຫ້ວ. (ພາບ: TTXVN)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ເວື່ອງ​ດິ່ງ​ເຫ້ວ ປາດຖະໜາວ່າ ຈະສົມທົບກັບປະທານສະພາແຫ່ງຊາດ ເຢຍລະມັນ Bärbel Bas ໃນການສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ແລະ ອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ, ຍືນຍົງ, ເພື່ອຜົນປະໂຫຍດຕົວຈິງຂອງປະຊາຊົນສອງປະເທດ, ​ເພື່ອຄວາມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.