ນາຍົກ ເນັ້ນໜັກໃຫ້ນັກທຸລະກິດ ຕ້ອງຄິດແບບມືອາຊີບ ມີການແຂ່ງຂັນກັນທຸກເວລາ

ນາຍົກ ເນັ້ນໜັກໃຫ້ນັກທຸລະກິດ ຕ້ອງຄິດແບບມືອາຊີບ ມີການແຂ່ງຂັນກັນທຸກເວລາ

ໃນວັນທີ 25 ກັນຍາ 2020, ທີ່ຫໍປະຊຸມແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຊຸດທີ VIII ໂດຍທ່ານ ນາຍົກ ໄດ້ເນັ້ນໃຫ້ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ (ສຄອຊ) ນັກທຸລະກິດຕ້ອງຄິດແບບມືອາຊີບ ເພາະໃນຕະຫລາດໂລກ ແມ່ນມີການແຂ່ງຂັນສູງ ການແຂ່ງຂັນແມ່ນ ເພື່ອການພັດທະນາ, ແຂ່ງຂັນເພື່ອປັບປຸງ ໃຫ້ດີຂຶ້ນ ບໍ່ແມ່ນແຂ່ງຂັນເພື່ອທໍາລາຍ, ນັກທຸລະກິດຍຸກໃໝ່ຕ້ອງ ໄດ້ມີການແຂ່ງຂັນກັນທຸກເວລາ.

ການສົ່ງອອກຂອງຫວຽດນາມ ໄດ້ວາງຄາດໝາຍໃຫ້ບັນລຸ 340 ຕື້ ໂດລາສະຫະລັດ ໃນປີ 2025

ການສົ່ງອອກຂອງຫວຽດນາມ ໄດ້ວາງຄາດໝາຍໃຫ້ບັນລຸ 340 ຕື້ ໂດລາສະຫະລັດ ໃນປີ 2025

ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ  ຫາກໍ່ສ້າງບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ - ສັງຄົມ ໄລຍະປີ 2021-2025 ໂດຍມີຫຼາຍເປົ້າໝາຍ ແລະ ວິທີການແກ້ໄຂຢ່າງລະອຽດ. ພິເສດ, ກະຊວງໄດ້ວາງຄາດໝາຍໃຫ້ບັນລຸ 340 ຕື້ ໂດລາສະຫະລັດ ໃນປີ 2025.    

ຫວຽດນາມ - ຍີ່ປຸ່ນຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານ

ຫວຽດນາມ - ຍີ່ປຸ່ນຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານ

ຍ​ສ​ໝ - ທີ່ກອງປະຊຸມ ຄັ້ງທີ 4 ນີ້, ລັດຖະມົນຕີສອງທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງຝ່າຍນັບແຕ່ກອງປະຊຸມຄັ້ງທີ 3​ ຂອງ ຄະນະກຳມະການປະສົມຫວຽດນາມຍີ່ປຸ່ນ, ພິເສດແມ່ນ ໝາກຜົນຂອງ ການຮ່ວມມືໃນຂອບ​ເຂດອາຊຽນ, ສັນຍາຄູ່ຮ່ວມເສດຖະກິດໃນພາກພື້ນ (RCEP), ສັນຍາຄູ່​ຮ່ວມ​ມືຮອບດ້ານແລະກ້າວ ໜ້າຂ້າມປາຊີຟິກ (CPTPP), ການຮ່ວມມືດ້ານພະລັງງານ, ການຮ່ວມມືໃນຂະ​ແໜງອຸດສາຫະກຳ ລົດໂອ​ໂຕ , ສານເຄມີ, ການຝຶກອົບຮົມຊັບພະຍາກອນມະນຸດດ້ານອຸດສາຫະ ກຳ.

ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກ, ເຊິ່ງການດໍາເນີນກິດຈະການ ໃຫ້ບໍລິການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກ ແມ່ນການຄຸ້ມຄອງການຢັ້ງຢືນ ລາຍເຊັນເອເລັກໂຕຣນິກ, ການໃຫ້ການບໍລິການ ແລະ ການນໍາໃຊ້ລາຍເຊັນເອເລັກໂຕຣນິກ ຂອງບຸກ ຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໂດຍມີກົດໝາຍທີ່ຕິດພັນກັບ ກິດຈະການລາຍເຊັນເອເລັກໂຕຣນິກ ເພື່ອສົ່ງເສີມການດໍາເນີນ ກິດຈະການໃຫ້ ເປັນລະບຽບ, ຖືກຕ້ອງ, ໄດ້ມາດຕະຖານ, ທັນສະໄໝ, ປອດໄພ ແລະ ວ່ອງໄວ ແນ່ໃສ່ປົກປ້ອງສິດຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.

ຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ

ຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ

ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ພວມຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນ ເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ໃນການຊອກຫາຕະຫລາດ, ເປີດກ້ວາງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ - ອີຢູ.

ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ: ອີຢູ ແລະ ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ

ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ: ອີຢູ ແລະ ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ

ຍສໝ - ຄວາມສາມາດທີ່ເກີດຜົນສະທ້ອນກ່ຽວກັບການສົ່ງອອກຂອງ ຫວຽດນາມ ໄປຍັງບາງຕະຫລາດຄື ອາເມລິກາ ແລະ ອີຢູ ພາຍຫລັງບັນດາປະເທດເຫຼົ່ານີ້ ຖະແຫຼງປິດດ່ານຊາຍແດນ.

ສປປ ລາວ ວາງມາດຕະການ 6 ແຜນງານ ເພື່ອຮອງຮັບການປະຕິວັດ ອຸດສາຫະກຳ ຄັ້ງທີ 4

ສປປ ລາວ ວາງມາດຕະການ 6 ແຜນງານ ເພື່ອຮອງຮັບການປະຕິວັດ ອຸດສາຫະກຳ ຄັ້ງທີ 4

ການປະຕິວັດອຸດສາຫະກຳ ຄັ້ງທີ 1 ເກີດຂຶ້ນໃນປີ 1784 ເຊິ່ງໄດ້ຄົ້ນພົບການນໍາໃຊ້ ອາຍນໍ້າ ເພື່ອເປັນພະລັງໃຫ້ແກ່ເຄື່ອງຈັກອຸດສາຫະກຳ,​ ຄັ້ງທີ 2 ໃນປີ 1870 ໂດຍໄດ້ຄົ້ນພົບ ພະລັງງານໄຟຟ້າ, ຖ່ານຫີນ, ນ້ຳມັນ ແລະ ນີວເຄີຍ, ຄັ້ງທີ 3 ແມ່ນເລີ່ມຕົ້ນໃນປີ 1960 ໂດຍໄດ້ຄົ້ນພົບ ແລະ ປະດິດ ເຄື່ອງຈັກຄິດເລກທັນ ສະໄໝ-ຄອມພີວເຕີ ແລະ ສາມາດຄົ້ນຄວ້າ ນຳໃຊ້ທຳມະຊາດຢູ່ບົນໂລກ, ຍານອາວະກາດ ແລະ ພື້ນມະຫາສະໝຸດ ແລະ ຄັ້ງມີ 4 ແມ່ນເລີ່ມຕົ້ນປີ 2016 ໂດຍມີເຕັກໂນໂລຊີ ດີຈີຕອນ, ອິນເຕີເນັດແຫ່ງສັບພະສິ່ງ, ນາໂນເຕັກໂນໂລຊີ ແລະ ການພັດທະນາຫຸ່ນຍົນ, ອຸດສາຫະກຳແບບອັດສະລິຍະ, ປັນຍາປະດິດ ແລະ ນະວັດຕະກຳໃໝ່.

ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ ປີ 2019

ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ ປີ 2019

ຍສໝ - ໃນຕອນເຊົ້າຂອງວັນທີ 22 ຕຸລາ 2019, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ ປີ 2019.

ວິສາຫະກິດຫວຽດນາມ ແລະ ຕ່າງປະເທດຫຼາຍກວ່າ 350 ແຫ່ງ ທີ່ມາຈາກຫຼາຍປະເທດ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນຜະລິດຕະພັນອຸດສາຫະກຳ ຫວຽດນາມ 2019.

ວິສາຫະກິດຫວຽດນາມ ແລະ ຕ່າງປະເທດຫຼາຍກວ່າ 350 ແຫ່ງ ທີ່ມາຈາກຫຼາຍປະເທດ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນຜະລິດຕະພັນອຸດສາຫະກຳ ຫວຽດນາມ 2019.

ຍສໝ - ຕອນເຊົ້າວັນທີ 8 ຕຸລາ ຢູ່ ຮ່າໂນ້ຍ, ໄຂງານຕະຫຼາດນັດສາກົນສິນຄ້າອຸດສາຫະກຳ ຫວຽດນາມ 2019. ງານຕະຫຼາດນັດສາກົນ ສິນຄ້າ ອຸດສາຫະກຳ ຫວຽດນາມ 2019 ແມ່ນການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການຄ້າ ປະຈຳປີສະເພາະກ່ຽວກັບເຄື່ອງຈັກ ແລະ ອຸປະກອນອຸດສາຫະກຳ ໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່.

ກະຊວງອຸດສາຫະກຳ ແລະ ການຄ້າ ທຳລາຍສິນຄ້ານໍາເຂົ້າຈຳໜ່າຍ ຜິດກົດໝາຍ

ກະຊວງອຸດສາຫະກຳ ແລະ ການຄ້າ ທຳລາຍສິນຄ້ານໍາເຂົ້າຈຳໜ່າຍ ຜິດກົດໝາຍ

ໃນວັນທີ 29 ສິງຫາ 2019 ທີ່ສະໜາມບຳບັດຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະ ຄອນຫລວງວຽງຈັນ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີທຳລາຍ ສິນຄ້ານອກລະ ບົບ ປະເພດເຄື່ອງຮັບສັນຍານ ໂທລະພາບຜ່ານດາວທຽມ ລຸ້ນ Infoset, IMP ແລະ ອື່ນໆ ທີ່ລັກລອບ ນຳເຂົ້າມາຈຳໜ່າຍ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບຂອງ ສປປ ລາວ, ມູນຄ່າ 500 ກວ່າລ້ານກີບ. ສິນຄ້າຜິດກົດໝາຍດັ່ງກ່າວ​ ແມ່ນກວດພົບ ແລະ ​ຢຶດໄດ້ຢູ່ ຮ້ານຫລາຍແຫ່ງ ໃນ​ເມືອງສີໂຄດຕະບອງ, ຈັນທະບູລີ ແລະ ສີສັດຕະນາກ.

ລາວ - ຫວຽດນາມ : ເພີ່ມທະວີການຮ່ວມມື ຂົງເຂດອຸດສາຫະກຳ ແລະ ການຄ້າ

ລາວ - ຫວຽດນາມ : ເພີ່ມທະວີການຮ່ວມມື ຂົງເຂດອຸດສາຫະກຳ ແລະ ການຄ້າ

ຍສໝ - ໃນທ້າຍອາທິດທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມ ແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ຂຶ້ນທີ່ໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ.

ງານຕະຫລາດນັດອຸດສາຫະກຳ, ການຄ້າສາກົນປີ 2019 ຢູ່ແຂວງ ກວາງບີ່ງ

ງານຕະຫລາດນັດອຸດສາຫະກຳ, ການຄ້າສາກົນປີ 2019 ຢູ່ແຂວງ ກວາງບີ່ງ

ຍສໝ - ໃນຕອນຄ່ຳຂອງວັນທີ 30 ພຶດສະພາ 2019, ທີ່ນະຄອນ ດົ່ງເຫີຍ, ແຂວງ ກວາງບີ່ງ ສສ ຫວຽດນາມ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ກວາງບີ່ງ ໄດ້ຈັດຕັ້ງງານຕະຫລາດນັດອຸດສາຫະກຳ ແລະ ການຄ້າສາກົນ ກວາງບີ່ງ ປີ 2019.

ມະຫະກຳອຸດສາຫະກຳປຸງແຕ່ງອາຫານນາໆຊາດ ຄັ້ງທີ I

ມະຫະກຳອຸດສາຫະກຳປຸງແຕ່ງອາຫານນາໆຊາດ ຄັ້ງທີ I

ມະ​ຫະ​ກຳ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ­ອາ­ຫານ​ນາໆຊາດ ຄັ້ງ​ທີ I ຈະ​ຈັດ​ຂຶ້ນ​ວັນ​ທີ 15-19 ມີ­ນາ 2019 ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ໂດຍ​ຈະ​ມີ​ຫ້ອງ​ວາງ­ສະ­ແດງ​ສິນ­ຄ້າ​ຈາກ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ຍີ່­ປຸ່ນ ສ ເກົາ­ຫຼີ ແລະ ສປ ຈີນ ຫຼາຍ​ກວ່າ 200 ຫ້ອງ​ເຂົ້າ​ຮ່ວມເພື່ອ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ລູກ​ຄ້າມາ​ຮອດ​ປັດ­ຈຸ­ບັນມີ​ຜູ້​ແຈ້ງ​ເຈດ​ຈຳ­ນົງ​ເຂົ້າ​ຮ່ວມ​ວາງ­ສະ­ແດງ​ແລ້ວ​ຫຼາຍ​ກວ່າ 70%.

ຮອງນາຍົກ ເນັ້ນຂະແໜງ ຂະແໜງອຸດສາຫະກຳ ແລະ ການຄ້າ ເອົາໃຈໃສ່ ອຳນວຍຄວາມສະດວກການ ດຳເນີນທຸລະກິດ

ຮອງນາຍົກ ເນັ້ນຂະແໜງ ຂະແໜງອຸດສາຫະກຳ ແລະ ການຄ້າ ເອົາໃຈໃສ່ ອຳນວຍຄວາມສະດວກການ ດຳເນີນທຸລະກິດ

ຮອງນາຍົກລັດຖະມົນຕີເນັ້ນ ຂະແໜງອຸດສາຫະກຳ ແລະ ການຄ້າ (ອຄ) ເອົາໃຈໃສ່ ອຳນວຍຄວາມສະດວກການ ດຳເນີນທຸລະກິດ ເພື່ອແກ້ ໄຂຄວາມຫຍຸ້ງຍາກຂອງເສດຖະ ກິດມະຫາພາກ ແລະ ສ້າງບັນ ຍາກາດທີ່ເອື້ອອໍານວຍໃຫ້ພາກທຸລະກິດ, ການຜະລິດ, ການຄ້າ, ການບໍລິການ ສືບຕໍ່ດຶງດູດ ແລະ ສົ່ງເສີມການລົງທຶນເຂົ້າໃນການຜະລິດສິນຄ້າ ເພື່ອຊົມໃຊ້ຢູ່ພາຍໃນ ແລະ ສົ່ງອອກຕິດພັນກັບການຂະຫຍາຍຕະຫຼາດ.

ກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ເຮັດວຽກກັບສູນກາງສະຫະພັນກຳມະບານລາວ

ກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ເຮັດວຽກກັບສູນກາງສະຫະພັນກຳມະບານລາວ

ຫວ່າງແລ້ວນີ້, ໂດຍໄດ້ຮັບຄຳເຊີນຂອງຄະນະໂຄສະນາສຶກສາ, ສູນກາງສະຫະພັນກຳມະບານປະເທດ ສປປ.ລາວ, ຄະນະຜູ້ແທນກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ໂດຍທ່ານ ເຈິ່ນກວາງຮູຍ, ກຳມະການຄະນະປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ປະທານກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະເຮັດວຽກກັບສູນກາງສະຫະພັນກຳມະບານລາວ.

10 ເດືອນ ຕົ້ນປີນີ້ ການຜະລິດອຸດສາຫະກຳ ຂອງ ສສ ຫວຽດນາມ ເພີ່ມຂື້ນ 10,4%

10 ເດືອນ ຕົ້ນປີນີ້ ການຜະລິດອຸດສາຫະກຳ ຂອງ ສສ ຫວຽດນາມ ເພີ່ມຂື້ນ 10,4%

ຍສໝ - ອີງຕາມຂໍ້ມູນຈາກ ກົມສະຖິຕິ, ພາຍໃນ 10 ເດືອນຂອງປີ 2018 ນີ້, ຕົວເລກການຜະລິດດ້ານອຸດສາຫະກຳ ຄິດໄລ່ໄດ້ ເພີ່ມຂື້ນ 10,4% ທຽບກັບໄຕມາດດຽວກັນ ຂອງປີຜ່ານມາ, ສູງກວ່າ 9,6% ຂອງໄຕມາດດຽວກັນໃນປີ 2017.

ຊຸກຍູ້ ການພົວພັນ - ຮ່ວມມື ລະຫວ່າງ ພະແນກ ອຸດສາຫະກຳ ແລະການຄ້າ ແຂວງແທັງຫວ໋າ ແລະ ແຂວງ ຫົວພັນ

ຊຸກຍູ້ ການພົວພັນ - ຮ່ວມມື ລະຫວ່າງ ພະແນກ ອຸດສາຫະກຳ ແລະການຄ້າ ແຂວງແທັງຫວ໋າ ແລະ ແຂວງ ຫົວພັນ

ຍສໝ - ວັນທີ 25 ຕຸລາ, ຄະນະປະຕິບັດງານຂອງ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນ ໄດ້ມາຢ້ຽມຢາມ, ເຮັດວຽກ, ແລກປ່ຽນ ແລະ ແບ່ງປັນບົດຮຽນປະສົບການ ກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງແທັງຫວ໋າ.

ສະພາການຄ້າ ແລະ ອຸດສາຫະກຳແຂວງ ແຂວງສະຫວັນນະເຂດ ເຂົ້າເຊັນປື້ມໄຫວ້ອາໄລ ທ່ານ ເຈີ່ນດ້າຍ ກວາງ ປະທານປະເທດ ແຫ່ງ ສສ ຫວຽດນາມ

ສະພາການຄ້າ ແລະ ອຸດສາຫະກຳແຂວງ ແຂວງສະຫວັນນະເຂດ ເຂົ້າເຊັນປື້ມໄຫວ້ອາໄລ ທ່ານ ເຈີ່ນດ້າຍ ກວາງ ປະທານປະເທດ ແຫ່ງ ສສ ຫວຽດນາມ

ຍສໝ - ຕອນເຊົ້າຂອງວັນທີ 26/9/2018 ເວລາ 9:00ໂມງ, ຢູ່ທີ່ ສະຖານກົງສຸນໃຫຍ່ຫວຽນາມ ປະຈຳ ແຂວງສະຫວັນນະເຂດ ໄດ້ຈັດພິທີວາງພວງມາລາ ແລະ ເຊັນປື້ມອາໄລ ທ່ານ ເຈີ່ນ ດ໋າຍ ກວາງ ກຳມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ.

ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ ອານຸສອນ ໂຮ່ຈີ໋ມິງ

ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ ອານຸສອນ ໂຮ່ຈີ໋ມິງ

ຍສໝ - ໃນຕອນເຊົ້າຂອງວັນທີ 31/08/2018 ເວລາ 7:00 ສະພາການຄ້າ ແລະ ອຸດສາຫະກຳແຂວງ ພ້ອມສະມາຊິກ-ນັກທຸລະກິດຈຳນວນຫນຶ່ງ ໄດ້ເຂົ້າວາງກະຕ່າດອກໄມ້,ດອກໄມ້ຢູ່ທີ່ອະນຸສອນ ປະທານ ໂຮຈິມິນ ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດຫວຽດນາມ ຄົບຮອບ 73 ປີ.

ນັກວິທະຍາສາດກວ່າ 100 ຄົນຍົກອອກຂໍ້ສະເໜີແນະຊ່ວຍແຂວງກວາງນິງສຳພັດກັບການປະຕິວັດອຸດສາຫະກຳ 4.0 ຢ່າງວ່ອງໄວ

ນັກວິທະຍາສາດກວ່າ 100 ຄົນຍົກອອກຂໍ້ສະເໜີແນະຊ່ວຍແຂວງກວາງນິງສຳພັດກັບການປະຕິວັດອຸດສາຫະກຳ 4.0 ຢ່າງວ່ອງໄວ

ໃນຂອບເຂດໂຄງການເຊື່ອມຕໍ່ເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ (Vietnam Innovation Network), ຕອນເຊົ້າວັນທີ 22 ສິງຫາ, ຢູ່ແຂວງກວາງນິງ, ມີນັກວິທະຍາສາດ, ນັກຊ່ຽວຊານດ້ານເຕັກໂນໂລຊີເຊິ່ງແມ່ນຊາວຫວຽດນາມ ພວມເຮັດວຽກຢູ່ຕ່າງປະເທດກວ່າ 100 ຄົນ ໄດ້ແບ່ງປັນທັດສະນະ, ບົດຮຽນເພື່ອຊ່ວຍໃຫ້ແຂວງກວາງນິງ ສຳພັດກັບການປະຕິວັດອຸດສາຫະກຳ 4.0.

ເຫດການ