ຫວຽດນາມ - ຍີ່ປຸ່ນຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານ

12:09 | 08/08/2020

ຍ​ສ​ໝ - ທີ່ກອງປະຊຸມ ຄັ້ງທີ 4 ນີ້, ລັດຖະມົນຕີສອງທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງຝ່າຍນັບແຕ່ກອງປະຊຸມຄັ້ງທີ 3​ ຂອງ ຄະນະກຳມະການປະສົມຫວຽດນາມຍີ່ປຸ່ນ, ພິເສດແມ່ນ ໝາກຜົນຂອງ ການຮ່ວມມືໃນຂອບ​ເຂດອາຊຽນ, ສັນຍາຄູ່ຮ່ວມເສດຖະກິດໃນພາກພື້ນ (RCEP), ສັນຍາຄູ່​ຮ່ວມ​ມືຮອບດ້ານແລະກ້າວ ໜ້າຂ້າມປາຊີຟິກ (CPTPP), ການຮ່ວມມືດ້ານພະລັງງານ, ການຮ່ວມມືໃນຂະ​ແໜງອຸດສາຫະກຳ ລົດໂອ​ໂຕ , ສານເຄມີ, ການຝຶກອົບຮົມຊັບພະຍາກອນມະນຸດດ້ານອຸດສາຫະ ກຳ.

ຫວຽດນາມ ຍ ປ ນຊ ກຍ ການຮ ວມມ ດ ານການຄ າ ອ ດສາຫະກຳ ແລະ ພະລ ງງານ ການສົນທະນາທາງອອນລາຍ ລະຫວ່າງຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ - ຍີ່ປຸ່ນ
ຫວຽດນາມ ຍ ປ ນຊ ກຍ ການຮ ວມມ ດ ານການຄ າ ອ ດສາຫະກຳ ແລະ ພະລ ງງານ ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ເສດຖະກິດພາຍຫຼັງ COVID-19
ຫວຽດນາມ ຍ ປ ນຊ ກຍ ການຮ ວມມ ດ ານການຄ າ ອ ດສາຫະກຳ ແລະ ພະລ ງງານ
ທ່ານ ເຈິ່ນ​ຕ໊ວນ​ແອງ ລັດຖະມົນຕີກະຊວງອຸດສາຫະ ກຳ ແລະ ການຄ້າຫວຽດນາມ ​ເປັນປະທານຮ່ວມຂອງກອງປະຊຸມ (ພາບ: congthuong.vn)

ຕາມກົນໄກໝູນວຽນ, ກອງປະຊຸມຄັ້ງທີ 4 ຄະນະກຳມະການປະສົມຫວຽດນາມ - ຍີ່ປຸ່ນກ່ຽວກັບການຮ່ວມມືດ້ານອຸດສາຫະກຳ, ການຄ້າແລະພະລັງງານໄດ້ຈັດຂຶ້ນຢູ່ຫວຽດນາມໃນຕອນບ່າຍວັນທີ 7 ສິງຫາ ໃນຮູບແບບການທາງ​ອອນ​ລາຍ​ດ້ວຍ ການ​ເປັນປະທານຮ່ວມຂອງ​ທ່ານ ເຈິ່ນ​ຕ໊ວນ​ແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະທ່ານ Kajiyama Hiroshi ລັດຖະມົນຕີກະຊວງເສດຖະກິດແລະອຸດສາຫະກຳ ຍີ່ປຸ່ນ.

ທີ່ກອງປະຊຸມ ຄັ້ງທີ 4 ນີ້, ລັດຖະມົນຕີສອງທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງຝ່າຍນັບແຕ່ກອງປະຊຸມຄັ້ງທີ 3 ​ຂອງ ຄະນະກຳມະການປະສົມຫວຽດນາມຍີ່ປຸ່ນ, ພິເສດແມ່ນໝາກຜົນຂອງການຮ່ວມມືໃນຂອບ​ເຂດອາຊຽນ, ສັນຍາຄູ່ຮ່ວມເສດຖະກິດໃນພາກພື້ນ (RCEP), ສັນຍາຄູ່​ຮ່ວມ​ມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP), ການຮ່ວມມືດ້ານພະລັງງານ, ການຮ່ວມມືໃນຂະ​ແໜງອຸດສາຫະກຳ ລົດໂອ​ໂຕ , ສານເຄມີ, ການຝຶກອົບຮົມຊັບພະຍາກອນມະນຸດດ້ານອຸດສາຫະກຳ.

ລັດຖະມົນຕີທັງສອງໄດ້ຢັ້ງຢືນຄືນບົດບາດສຳຄັນຂອງກົນ​ໄກຄະນະ ກຳມະການປະ​ສົມ​ຫວຽດນາມ - ຍີ່ປຸ່ນ ໃນການແກ້​ໄຂຄວາມຫຍຸ້ງຍາກໃຫ້​ແກ່ແກ່ວິສາຫະກິດ, ຮັບປະກັນການຮັກສາ, ບໍ່ມີການຂັດຂວາງແລະຊຸກຍູ້ການຮ່ວມມືສອງຝ່າຍ, ໂດຍສະເພາະໃນສະພາບການເກີດ​ໂລກລະບາດ COVID-19.

ລັດຖະມົນຕີທັງສອງໄດ້ເຫັນດີເປັນ​ເອ​ກະ​ພາບວ່າການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະພະລັງງານໃນອະນາຄົດລະຫວ່າງສອງຝ່າຍຄວນຕິດ​ພັນ​ກັບ ຈຸດປະສົງຂອງຖະແຫຼງການຮ່ວມຂອງລັດຖະມົນຕີເສດຖະກິດອາຊຽນ - ຍີ່ປຸ່ນກ່ຽວກັບຂໍ້ລິເລີ່ມ ຟື້ນຟູເສດຖະກິດ. ຮັບ​ມື​ກັບໂລກລະບາດ COVID-19 ແລະແຜນປະຕິບັດການຟື້ນຟູເສດຖະກິດອາຊຽນ - ຍີ່ປຸ່ນ.​ພ້ອມ​ກັນ​ນັ້ນ, ທ່ານລັດຖະມົນຕີ Kajiyama Hiroshi ໄດ້ຕີລາຄາສູງບົດບາດ ນຳພາຂອງຫວຽດນາມໃນການເປັນປະທານອາຊຽນ 2020 ແລະໃຫ້ຄຳ ໝັ້ນສັນຍາສືບຕໍ່ຮ່ວມມືກັບຫວຽດນາມ​ເພື່ອຜົນສຳເລັດຂອງບັນດາກອງປະຊຸມຢູ່ພາຍໃນອາຊຽນ.

ລັດຖະມົນຕີສອງ​ທ່ານ​ກໍ່ໄດ້ຮັບ​ຮອງຂໍ້ລິມ​ເລີ່ມ​ທີ່​ພວ​ມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ພາກເອກະຊົນເພື່ອຫັນ​ບັນ​ດາ​ລະ​ບຽບ​ການ​ດ້ານ​ການ​ຄ້າ​ເປັນ​ເໝາະ​ສົມຜ່ານການສ້າງພື້ນ​ຖານການຄ້າດິຈິຕອນ; ໃນ​ນັ້ນ​ບັນ​ດາບໍລິສັດສາມາດແລກປ່ຽນເອກະສານທີ່ກ່ຽວຂ້ອງກັບການຄ້າຜ່ານລະບົບດີຈີຕອນ, ເຊິ່ງປະກອບສ່ວນເຂົ້າໃນການ​ຮັດ​ແໜ້ນ​ຄວາມ​ຜູກ​ມັດ​ຂອງ​ລະ​ບົບ​ສະ​ໜອງ​ໃນ​ພາກ​ພື້ນ.

ຫວຽດນາມ ຍ ປ ນຊ ກຍ ການຮ ວມມ ດ ານການຄ າ ອ ດສາຫະກຳ ແລະ ພະລ ງງານ ການສົນທະນາທາງອອນລາຍ ລະຫວ່າງຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ - ຍີ່ປຸ່ນ

ຍສໝ - ໃນວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີວິ້ງ - ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໂອ້ລົມສົນທະນາທາງອອນລາຍ ກັບທ່ານ Nishida Yasumori - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ.

ຫວຽດນາມ ຍ ປ ນຊ ກຍ ການຮ ວມມ ດ ານການຄ າ ອ ດສາຫະກຳ ແລະ ພະລ ງງານ ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ເສດຖະກິດພາຍຫຼັງ COVID-19

ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕີລາຄາສູງໝາກຜົນອັນດີງາມໃນການປ້ອງກັນການລະບາດຂອງ COVID-19 ຂອງລັດຖະບານຍີ່ປຸ່ນ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ຂອບໃຈລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຫວຽດນາມໃນການປ້ອງກັນ ແລະ ຕ້ານໂລກລະບາດ, ໂດຍສະເພາະແມ່ນຊຸດສະໜັບສະໜູນ ນັກຮຽນ ແລະ ນັກສຶກສາຫວຽດນາມທີ່ອາໄສຢູ່ຍີ່ປຸ່ນ.

ຫວຽດນາມ ຍ ປ ນຊ ກຍ ການຮ ວມມ ດ ານການຄ າ ອ ດສາຫະກຳ ແລະ ພະລ ງງານ ຫວຽດນາມ - ຍີ່ປຸ່ນເຫັນດີຮ່ວມມືໃນການປ້ອງກັນແລະຕ້ານພະຍາດ Covid-19

ຍສໝ - ຕອນບ່າຍວັນທີ 5 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Abe Shinzo - ນາຍົກລັດຖະມົນຕີຍີ່ປຸ່ນ ກ່ຽວກັບສະພາບການປ້ອງກັນພະຍາດ Covid-19.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.