ຫ​ວຽດ​ນາມ ສ​ວຍ​ໃຊ້​ໂອ​ກາດ​ຈາກການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4 ຢ່າງ​ມີ​ປະ​ສິດ​ທິ​ຜົນ

06:38 | 06/01/2021

ຍ​ສໝ - ​ຍຸດ​ທະ​ສາດ​ແຫ່ງ​ຊາດ ກ່ຽວ​ກັບ​ການ ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4 ຮອດ​ປີ 2030, ເປົ້າ​ໝາຍ​ແມ່ນ​ເປັນ​ເຈົ້າ​ການ​ໃນ​ການ​ຍາດ​ແຍ່ງ​ບັນ​ດາ​​ກາ​ລະ​ໂອ​ກາດ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ເຈົ້າ​ໂດຍ​ພື້ນ​ຖານ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ - ສັງ​ຄົມ​ຢ່າງກວ້າງ​ຂວາງ, ປະ​ດິດ​ສ້າງ​ເຕັກ​ໂນ​ໂລ​ຢີ​ໃໝ່​ເທ​ື່ອ​ລະ​ກ້າວ ເພື່ອ​ແນ​ໃສ່​ຊຸກ​ຍູ້​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ.

ຫ ວຽດ ນາມ ສ ວຍ ໃຊ ໂອ ກາດ ຈາກການ ປະ ຕ ວ ດ ອ ດ ສາ ຫະ ກຳ ຄ ງ ທ 4 ຢ າງ ມ ປະ ສ ດ ທ ຜ ນ ສະ​ເຫຼີມ​ສະຫຼອງ 42 ປີ​ແຫ່ງ​ໄຊ​ຊະ​ນະ​ຊາຍ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ແລະ ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຄົ້ນລົ້ມ​ລະ​ບົບ​​ດັດ​ສູນ​ເຊື້ອ​ຊາດ
ຫ ວຽດ ນາມ ສ ວຍ ໃຊ ໂອ ກາດ ຈາກການ ປະ ຕ ວ ດ ອ ດ ສາ ຫະ ກຳ ຄ ງ ທ 4 ຢ າງ ມ ປະ ສ ດ ທ ຜ ນ ງານ​ວາງ​ສະ​ແດງ​ສາ​ກົນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ຫວຽດ​ນາມ
ຫ ວຽດ ນາມ ສ ວຍ ໃຊ ໂອ ກາດ ຈາກການ ປະ ຕ ວ ດ ອ ດ ສາ ຫະ ກຳ ຄ ງ ທ 4 ຢ າງ ມ ປະ ສ ດ ທ ຜ ນ
ພາບ​ປະ​ກອບ

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີຫາ​ກໍ່​ປະ​ກາດ​ໃຊ້​ເອ​ກະ​ສານ​ບາງ​ສະ​ບັບ​ກ່ຽວ​ກັບ​ຍຸດ​ທະ​ສາດ​ແຫ່​ງຊາດ ກ່ຽວ​ກັບ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4 ​ຮອດ​ປີ 2030 ແລະ ອະ​ນຸ​ມັດ​ຜ່ານ ໂຄງ​ການ “ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຢ່າງ​​ສະ​ເໝີ​ພາບ ຂອງ​ແມ່​ຍິງ​ໃນ​ການດຳລົງບັນ​ດາຕຳແໜ່ງການນຳ ແລະ ການຄຸ້ມຄອງ​ຢູ່​ບັນ​ດາ​ຂັ້ນ​ວາງ​ ​ນະ​ໂຍ​ບາຍ​ໄລ​ຍະ 2021 - 2030”.

ສ່ວນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ກ່ຽວ​ກັບ​ການ ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4 ຮອດ​ປີ 2030, ເປົ້າ​ໝາຍ​ແມ່ນ​ເປັນ​ເຈົ້າ​ການ​ໃນ​ການ​ຍາດ​ແຍ່ງ​ບັນ​ດາ​​ກາ​ລະ​ໂອ​ກາດ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ເຈົ້າ​ໂດຍ​ພື້ນ​ຖານ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ - ສັງ​ຄົມ​ຢ່າງກວ້າງ​ຂວາງ, ປະ​ດິດ​ສ້າງ​ເຕັກ​ໂນ​ໂລ​ຢີ​ໃໝ່​ເທ​ື່ອ​ລະ​ກ້າວ ເພື່ອ​ແນ​ໃສ່​ຊຸກ​ຍູ້​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດຄືນ​ໃໝ່ ​ທີ່​ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ບຸກ​ທະ​ລຸ​ຍຸດ​ທະ​ສາດ ແລະ ຫັນ​ປະ​ເທດ​ຊາດ​ເປັນ​ທັນ​ສະ​ໄໝ, ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຢ່າງ​ແຮງ.

ຮອດ​ປີ 2030 ຮັກ​ສາ​ລະ​ດັບ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ທົ່ວ​ໂລກ (GII) ຂອງ​ອົງ​ການສິດຊັບ​ສິນ​ທາງ​ປັນ​ຍາ​ ໂລກ (WIPO) ນອນໃນ​ກຸ່ມ 40 ປະ​ເທດ​ນຳ​ໜ້າ​ໂລກ, ດັດ​ຊະ​ນີ​ຄວາມ​ປອດ​ໄພ, ຄວາມ​ໝັ້ນ​ຄົງ​ທາງ​ອິນ​ເຕີ​ແນັດ​ທົ່ວ​ໂລກ ຂອງ​ສະ​ຫະ​ສະ​ມາ​ຄົມ ຄົມ​ມະ​ນາ​ຄົມ ສາ​ກົນ (ITU) ​ນອນໃນກຸ່ມ 30 ປະ​ເທດ​ນຳ​ໜ້າ, ດັດ​ຊະ​ນີ ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ ຈາມ​ລຳ​ດັບ​ຂອງ ສ​ປ​ຊ ນອນ​ໃນ​ກ​ຸ່ມ 50 ປະ​ເທດ​ນຳ​ໜ້າ. ເສດ​ຖະ​ກິດດ​ີ​ຈີ​ຕອນກວມ​ເອົາ​ປະ​ທານ 30% GDP, ສະ​ມັດ​ຕະ​ພາບ​ໃນ​ການ​ອອກ​ແຮງ​ງານ​ເພີ່ມ​ສະ​ເລ່ຍ ສູງ​ກ່​ວາ 7,5%/ປີ…

ໂຄງ​ການ “ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວ​ມ​ຢ່າງ​ສະ​ເໝີ​ພາບ​ຂອງ ແມ່​ຍິງ​ໃນການດຳລົງ​ບັນ​ດາຕຳແໜ່ງ ແລະ ຄຸ້ມຄອງ​ຂັ້ນ​ວາງ​ນະ​ໂຍ​ບາຍ​ໄລ​ຍະ 2021 - 2030” ຕັ້ງ​ເປົ້າ​ໝາຍ​ຮອດ​ປີ 2025 ບັນ​ລຸ​ໄດ້ 60% ແລະ ຮອດ​ປີ 2030 ບັນ​ລຸ​ໄດ້ 75% ຈຳ​ນວນ​ອົງ​ການ​ຄຸ້ມ​ຄອງ​​ລັດ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ​ທຸກ​ຂັ້ນ ມີ​ການ​ນຳຫຼັກ​ແຫຼ່ງແມ່ນ​ເພດຍິງ.

ເພື່ອ​ບັນຸ​ລ​ໄດ້​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ, ມາດ​ຕະ​ການ​ແມ່ນ​ບູ​ລະ​ນະ​ນະ​ໂຍ​ບາຍ, ກົດ​ໝາຍ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ຈັດ​ຕັ້ງ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍ​ວ່າ​ດ້ວຍ​ພະ​ນັກ​ງານ​ຍິງ ແລະ ວຽກ​ງານ​ຂອງ​ພະ​ນັກ​ງານ​ຍິງ, ສື່ມວນ​ຊົນ, ຍົ​ກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ່ງ​ຊາຍ ແລະ ບົດ​ບາດ, ທີ່​ຕັ້ງ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແມ່​ຍິງ​ໃນ​ຍຸກ​ສະ​ໄໝ​ໃໝ່, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຢ່າງ​ມີ​ສະ​ເໝີ​ພາບ​ຂອງ​ແມ່​ຍິງ​ໃນ​ບັນ​ດາ​ທີ່​ຕັ້ງ​ການ​ນຳ ແລະ ຄຸ້ມ​ຄອງ​ຜ່ານ​ການ​ແລ​ກ​ປ່ຽນ, ຮ່ຳ​ຮຽນ​ປະ​ສົບ​ການ.

ຫ ວຽດ ນາມ ສ ວຍ ໃຊ ໂອ ກາດ ຈາກການ ປະ ຕ ວ ດ ອ ດ ສາ ຫະ ກຳ ຄ ງ ທ 4 ຢ າງ ມ ປະ ສ ດ ທ ຜ ນ ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

ຍ​ສ​ໝ - ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ​.ລາວ ປະ​ຈຳ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ ໃນ​ຕະຫຼອດ​ໄລ​ຍະ 45 ປີ​ທີ່​ຜ່ານ​ມາ, ເຖິງວ່າ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ສັບ​ສົນ​ໂດຍ​ໄວ ກໍ່​ຕາມ, ແຕ່​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີສັດ​ຊື່​ບໍ​ລິ​ສຸດ, ສ່ອງ​ໃສ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ ໂດຍ​ທ່ານ ປະ​ທານ​ໂຮ່​ຈີ​ມິນ​ທີ່​ຍິ່ງ​ໃຫຍ່, ...

ຫ ວຽດ ນາມ ສ ວຍ ໃຊ ໂອ ກາດ ຈາກການ ປະ ຕ ວ ດ ອ ດ ສາ ຫະ ກຳ ຄ ງ ທ 4 ຢ າງ ມ ປະ ສ ດ ທ ຜ ນ ງານ​ວາງ​ສະ​ແດງ​ສາ​ກົນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ຫວຽດ​ນາມ

ຍ​ສໝ - ງານ​ວາງ​ສະ​ແດງ​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງວິ​ສາ​ຫະ​ກິດ, ພິ​ເສ​ດ​ແມ່ນ​ວິ​ສາ​ຫ​ະ​ກິດ​ເຕັກ​ໂນ​ໂລ​ຢີ​ພາຍ​ໃນ​ປະ​ເທດ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ຫວຽດ​ນາມ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຂອງ​ພາກ​ພື້ນ​ໃນ​ຍຸກ​ສະ​ໄໝ​ໃໝ່.

ຫ ວຽດ ນາມ ສ ວຍ ໃຊ ໂອ ກາດ ຈາກການ ປະ ຕ ວ ດ ອ ດ ສາ ຫະ ກຳ ຄ ງ ທ 4 ຢ າງ ມ ປະ ສ ດ ທ ຜ ນ ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​​ຂ​ັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ

ຍ​ສ​ໝ - ສອງຝ່າຍເຫັນດີຈະຈັດການປຶກສາຫາລືດ້ານການເມືອງຄັ້ງທີ 10 ໃນປີ 2021.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.