ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

16:30 | 15/06/2020

ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກ, ເຊິ່ງການດໍາເນີນກິດຈະການ ໃຫ້ບໍລິການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກ ແມ່ນການຄຸ້ມຄອງການຢັ້ງຢືນ ລາຍເຊັນເອເລັກໂຕຣນິກ, ການໃຫ້ການບໍລິການ ແລະ ການນໍາໃຊ້ລາຍເຊັນເອເລັກໂຕຣນິກ ຂອງບຸກ ຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໂດຍມີກົດໝາຍທີ່ຕິດພັນກັບ ກິດຈະການລາຍເຊັນເອເລັກໂຕຣນິກ ເພື່ອສົ່ງເສີມການດໍາເນີນ ກິດຈະການໃຫ້ ເປັນລະບຽບ, ຖືກຕ້ອງ, ໄດ້ມາດຕະຖານ, ທັນສະໄໝ, ປອດໄພ ແລະ ວ່ອງໄວ ແນ່ໃສ່ປົກປ້ອງສິດຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.

ສປປ ລາວ ຈະມ ການໃຫ ບ ລ ການ ການອອກໃບຮ ບຮອງລາຍເຊ ນເອເລ ກໂຕຣນ ກ ແຂວງ ເລີມດົ່ງ ໄດ້ມອບເງິນຈໍານວນ 400 ລ້ານດົ່ງ ເພື່ອສະໜັບສະໜູນປະຊາຊົນລາວໃນການຕໍ່ຕ້ານກັບການລະບາດຂອງ COVID-19
ສປປ ລາວ ຈະມ ການໃຫ ບ ລ ການ ການອອກໃບຮ ບຮອງລາຍເຊ ນເອເລ ກໂຕຣນ ກ ຫວຽດນາມ - ລາວ: ກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ
ສປປ ລາວ ຈະມ ການໃຫ ບ ລ ການ ການອອກໃບຮ ບຮອງລາຍເຊ ນເອເລ ກໂຕຣນ ກ

ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ລາຍເຊັນເອເລັກໂຕຣນິກ ແມ່ນຕົວອັກສອນ, ເຄື່ອງໝາຍ, ສັນຍາລັກຕົວເລກ, ສຽງ ຫລື ສິ່ງອື່ນທີ່ສ້າງຂຶ້ນໃນຮູບແບບ ເອເລັກໂຕຣນິກ ທີ່ຕິດກັບຂໍ້ມູນເອເລັກໂຕຣນິກ ເພື່ອບົ່ງບອກ ແລະ ຢັ້ງຢືນ ຕົວຕົນຂອງຜູ້ລົງລາຍເຊັນ ແລະ ຄວາມຖືກຕ້ອງຂອງຂໍ້ມູນດັ່ງກ່າວ. ໃນນັ້ນ, ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ມີ 2 ລະດັບ ຄື: ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ແລະ ຜູ້ໃຫ້ບໍລິການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກຍ່ອຍ ຄື: ຜູ້ໃຫ້ບໍລິ ການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກທົ່ວໄປ, ຜູ້ໃຫ້ບໍລິການອອກໃບຮັບ ຮອງລາຍເຊັນເອເລັກໂຕຣນິກພາກລັດ, ຜູ້ໃຫ້ບໍລິການອອກໃບຮັບຮອງລາຍ ເຊັນເອເລັກໂຕຣນິກຕ່າງປະເທດ ແລະ ຜູ້ໃຫ້ບໍ ລິການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກສະເພາະ.

ປະເພດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກປະກອບມີ: ບໍລິການຢັ້ງຢືນລາຍເຊັນເອເລັກໂຕຣນິກ, ບໍລິການຢັ້ງຢືນ ລະບົບແມ່ຂ່າຍ, ບໍລິການປະທັບເວລາ ແລະ ບໍລິການອື່ນໆ ຕາມການກໍານົດຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດ ໃຫ້ບໍລິການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກທົ່ວໄປ ຕ້ອງຂໍໃບ ອະນຸຍາດນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຂໍໃບຮັບຮອງລາຍເຊັນ ເອເລັກໂຕຣນິກ ນໍາຜູ້ອອກ ໃບຮັບຮອງ ລາຍເຊັນເອເລັກໂຕຣນິກແຫ່ງຊາດ. ຜູ້ຂໍໃບອະນຸຍາດດັ່ງກ່າວ, ຕ້ອງປະກອບເອກະສານ ຄື: ໃບຄໍາຮ້ອງ, ຊີວະປະຫວັດຜູ້ບໍລິຫານ, ຊີວະປະ ຫວັດວິຊາ ການເຕັກນິກ ແລະ ໃບຢັ້ງຢືນການສຶກສາ, ສໍາເນົາໃບທະບຽນວິສາຫະກິດ ຫລື ໃບຢັ້ງຢືນການສ້າງຕັ້ງ, ໃບຢັ້ງຢືນທີ່ຕັ້ງສໍານັກງານ, ບົດວິພາກ ເສດຖະກິດ ແລະ ແຜນເຕັກນິກ, ກົດລະບຽບການໃຫ້ບໍລິການ, ໃບຢັ້ງຢືນສະຖານະການເງິນ ຈາກທະນາຄານ ສປປ ລາວ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງ. ຂໍ້ມູນເພີ່ມເຕີມ www.laotradeportal.gov.la

ສປປ ລາວ ຈະມ ການໃຫ ບ ລ ການ ການອອກໃບຮ ບຮອງລາຍເຊ ນເອເລ ກໂຕຣນ ກ ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ

ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນເກົ່າແຈວ (ຮ່າຕິ້ງ), ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ.

ສປປ ລາວ ຈະມ ການໃຫ ບ ລ ການ ການອອກໃບຮ ບຮອງລາຍເຊ ນເອເລ ກໂຕຣນ ກ JICA ຊ່ວຍເຫຼືອອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ໃນການພັດທະນາຊັບພະຍາກອນມະນຸດ

ພິທີມອບ-ຮັບຮ້ານອາຫານ ແລະ ລົດຕູ້ ໄດ້ຈັດຂຶ້ນວັນທີ 12 ມິຖຸນາ 2020 ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຕາງໜ້າມອບຂອງທ່ານ Yoshiharu Yoneyama ຜູ້ຕາງໜ້າອົງການໄຈກາປະຈຳລາວ (JICA) ຕາງໜ້າຮັບຂອງທ່ານ ບຸນລ້ວນ ດ້ວງເງິນ ຜູ້ອຳນວຍສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ມີທ່ານ ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ສປປ ລາວ ຈະມ ການໃຫ ບ ລ ການ ການອອກໃບຮ ບຮອງລາຍເຊ ນເອເລ ກໂຕຣນ ກ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານສະຖານທູດແຫ່ງ ລາວ ປະຈຳຫວຽດນາມ

ໃນວັນທີ 11 ມິຖຸນາ ຢູ່ຫ້ອງປະຊຸມສະຖານທູດລາວ ທີ່ຮ່າໂນ້ຍ, ຫວຽດນາມ ໄດ້ຈັດຂຶ້ນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ສະຖານເອກອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈຳຫວຽດນາມ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.