ກະຊວງອຸດສາຫະກຳ ແລະ ການຄ້າ ທຳລາຍສິນຄ້ານໍາເຂົ້າຈຳໜ່າຍ ຜິດກົດໝາຍ

14:25 | 30/08/2019

ໃນວັນທີ 29 ສິງຫາ 2019 ທີ່ສະໜາມບຳບັດຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະ ຄອນຫລວງວຽງຈັນ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີທຳລາຍ ສິນຄ້ານອກລະ ບົບ ປະເພດເຄື່ອງຮັບສັນຍານ ໂທລະພາບຜ່ານດາວທຽມ ລຸ້ນ Infoset, IMP ແລະ ອື່ນໆ ທີ່ລັກລອບ ນຳເຂົ້າມາຈຳໜ່າຍ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບຂອງ ສປປ ລາວ, ມູນຄ່າ 500 ກວ່າລ້ານກີບ. ສິນຄ້າຜິດກົດໝາຍດັ່ງກ່າວ​ ແມ່ນກວດພົບ ແລະ ​ຢຶດໄດ້ຢູ່ ຮ້ານຫລາຍແຫ່ງ ໃນ​ເມືອງສີໂຄດຕະບອງ, ຈັນທະບູລີ ແລະ ສີສັດຕະນາກ.

ກະຊວງອຸດສາຫະກຳ ແລະ ການຄ້າ ທຳລາຍສິນຄ້ານໍາເຂົ້າຈຳໜ່າຍ ຜິດກົດໝາຍ

ກະຊວງອຸດສາຫະກຳ ແລະ ການຄ້າ ທຳລາຍສິນຄ້ານໍາເຂົ້າຈຳໜ່າຍ ຜິດກົດໝາຍ

ທ່ານ ສູນທອນ ຈັນທິລາດ ຮອງຫົວໜ້າກົມການຄ້າ ພາຍໃນກະຊວງ ອຄ ກ່າວວ່າ: ອຸປະກອນຮັບສັນຍານ ໂທລະພາບທີ່ຢຶດ ແລະ ທຳລາຍຖິ້ມ​ໃນ​ຄັ້ງ​ນີ້ ປະກອບມີ: ກ່ອງຮັບສັນຍານ Infoset ຈຳນວນ 2.879ກ່ອງ,ຈານຮັບສັນຍານຄົບຊຸດ ຈຳນວນ 355 ຊຸດ ແລະ ຫົວດູດ 375 ຫົວ. ສິນຄ້ານີ້ ​ໄດ້ລັກລອບນ້ຳເຂົ້າ ຈາກປະເທດເພື່ອນບ້ານ ໂດຍບໍ່ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ​ເປັນ​ຕົ້ນຍັງບໍ່ທັນໄດ້ຮັບສິດເພື່ອໃຫ້ບໍລິການ ໂທລະພາບຜ່ານດາວທຽມໃນ ສປປ ລາວ, ຍັງບໍ່ຜ່ານການກວດກາ ແລະ ຮັບຮອງມາດຕະຖານເຕັກນິກອຸປະກອນ ຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;ທັງບໍ່ໄດ້ຮັບອະນຸຍາດການ ນຳເຂົ້າອຸປະກອນ ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ​ທັງນີ້ ເປັນການລັກລອບນຳເຂົ້າມາ ໂດຍບໍ່ໄດ້ເສຍພັັນທະຕ່າງໆ ໃຫ້ລັດຢ່າງຖືກຕ້ອງ.

ທ່ານ ສູນທອນ ຈັນທິລາດ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ ​ເຈົ້າ​ໜ້າ​ທີ່ພາສີປະຈຳດ່ານຕ່າງໆ ຈົ່ງ​ເອົາ​ໃຈ​ໃສ່ເພີ່ມທະວີການ ຕິດຕາມກວດກາ ໃຫ້​ເຂັ້ມ​ງວດ​ກວ່າ​ເກົ່າ ​ເພື່ອ​ບໍ່​ໃຫ້​ມີ​ການ​ລັກລອບ​ນຳ​ເຂົ້າ​ສິນຄ້າ ທີ່​ບໍ່​ໄດ້ຜ່ານ​ການ​ກວດກາ​ຄຸນ​ນະພາ​ບ ​ແລະ ບໍ່​ໄດ້​ເສຍ​ພາສີ ຕ່າງໆມາ​ຈຳໜ່າຍ​ໃນ ສປປ ລາວ. ຂໍໃຫ້ທຸກທ່ານຈົ່ງ ເປັນຫູເປັນຕາ ຊ່ວຍກັນອັນໃດທີ່ເປັນ ສິນຄ້າບໍ່ຖືກຕ້ອງ, ຜິດກົດໝາຍ, ສິນຄ້າເຖື່ອນ ທ່ານສາມາດລາຍງານ ເຈົ້າໜ້າທີ່ກວດກາການຄ້າ ຫລື ໂທຫາສາຍດ່ວນປົກປ້ອງຜູ້ຊົມໃຊ້ເບີ 1510 ເພື່ອໃຫ້ເຈົ້າໜ້າທີ່ ພວກເຮົາໄດ້ລົງແກ້ໄຂ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.