ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ: ອີຢູ ແລະ ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ

16:49 | 22/03/2020

ຍສໝ - ຄວາມສາມາດທີ່ເກີດຜົນສະທ້ອນກ່ຽວກັບການສົ່ງອອກຂອງ ຫວຽດນາມ ໄປຍັງບາງຕະຫລາດຄື ອາເມລິກາ ແລະ ອີຢູ ພາຍຫລັງບັນດາປະເທດເຫຼົ່ານີ້ ຖະແຫຼງປິດດ່ານຊາຍແດນ.

ຂໍ້ມູນດັ່ງກ່າວນີ້ໄດ້ສະເໜີ ໂດຍທ່ານ ຕາຮວ່າງລິງ, ຫົວໜ້າພະແນກຕະຫຼາດເອີຣົບ - ອາເມລິກາ, ໃນກອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ ທີ່ປຶກສາຫາລືກ່ຽວກັບວິທີແກ້ໄຂເພື່ອຮັບມືກັບການລະບາດຂອງ COVID-19 ຜົນສະທ້ອນ ອຸດສາຫະກຳ ແລະ ການຄ້າ ໃນຕອນບ່າຍວັນທີ 20 ມີນາ.

ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ: ອີຢູ ແລະ ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ

ພາບປະກອບ

ກ່າວຄຳປາໄສທີ່ການປະຊຸມ, ທ່ານ ຕະຮ່ວາງລິງ - ຫົວໜ້າພະແນກຕະຫຼາດເອີຣົບ - ອາເມລິກາ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ພາຍຫລັງມີຂ່າວຄາວກ່ຽວກັບບາງຄູ່ຮ່ວມມືຂອງ ເອີຣົບ ແລະ ອາເມລິກາ ປະກາດຢຸດຕິການນຳເຂົ້າສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບ, ທາງກົມໄດ້ເຮັດວຽກກັບຄະນະປະຕິບັດງານສະຫະພາບ ເອີຣົບ (ອີຢູ) ປະຈຳ ຫວຽດນາມ ແລະ ສະຖານທູດ ອາເມລິກາ. ເພື່ອເຮັດແຈ້ງເລື່ອງ ລັດຖະບານ ອາເມລິກາ ພວມນຳໃຊ້ ນະໂຍບາຍຢຸດຕິການນຳເຂົ້າຊົ່ວຄາວບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ເຂົ້າຕະຫລາດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ຢັ້ງຢືນວ່າ ຂ້າພະເຈົ້າຢັ້ງຢືນວ່າ ຂໍ້ມູນດັ່ງກ່າວແມ່ນບໍ່ຖືກຕ້ອງ. ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຕິດຕໍ່, ແລກປ່ຽນກັບບັນດາອົງການສຳນັກງານທີ່ກ່ຽວຂ້ອງຂອງ ອາເມລິກາ ແລະ ໄດ້ຮັບຮູ້ຢ່າງເປັນທາງການວ່າ: ລັດຖະບານ ອາເມລິກາ ບໍ່ມີແຜນນະໂຍບາຍຢຸດຕິຊົ່ວຄາວການນຳເຂົ້າບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.