ປະເທດລາວ: ສູນອິນເຕີເນັດແຫ່ງຊາດ ກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0

16:59 | 17/12/2020

ສູນ​ອິນ​ເຕີ​ເນັດ ​ແຫ່ງ​ຊາດ (ສອຊ) ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ ສານ (ປທສ) ​ໄດ້​ຈັດ​ກອງ​ປະຊຸມສຳ​ມະ​ນາ ກະກຽມຄວາມ​ພ້ອມ​ເຂົ້າ​ສູ່​ ເສດຖະກິດ​ດິຈິ​ຕອນ ​ແລະ ອຸດສາ ຫະກຳ 4.0  ​​ຂຶ້ນ​ໃນ​ວັນ​ທີ 17 ທັນວາ 2020, ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ບຸນ​ສະ​ເຫລີ​ມ​ໄຊ ​ເຄນ​ນາ​ວົງ ຮອງ​ລັດຖະມົນຕີ​ ກະຊວງໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ, ພ້ອມ​ດ້ວຍ​ພາກ ສ່ວນ​ຂ້ອງ​ກ່ຽວ​ເຂົ້າ​ຮ່ວມ.

ປະເທດລາວ ສ ນອ ນເຕ ເນ ດແຫ ງຊາດ ກະກຽມຄວາມພ ອມເຂ າສ ເສດຖະກ ດດ ຈ ຕອນ ແລະ ອ ດສາຫະກຳ 4 0 ເພີ່ມທະວີການແລກປ່ຽນປະສົບການ ລະຫວ່າງກະຊວງປ້ອງກັນປະເທດລາວ - ມາເລເຊຍ
ປະເທດລາວ ສ ນອ ນເຕ ເນ ດແຫ ງຊາດ ກະກຽມຄວາມພ ອມເຂ າສ ເສດຖະກ ດດ ຈ ຕອນ ແລະ ອ ດສາຫະກຳ 4 0 EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ

ທ່ານ ບຸນ​ສະ​ເຫລີ​ມ​ໄຊ ​ເຄນ​ນາ​ວົງ ໄດ້ຍົກໃຫ້ເຫັນ​ເຖິງຄວາມສຳຄັນ ຂອງວຽກງານໃນຂະແໜງ ການໄອຊີທີ ກໍຄື ດິຈິຕອນ ທີ່​ເປັນທ່າແຮງຂັບເຄື່ອນເສດຖະກິດ ໃນຊ່ວງ​ໂຄ​ວິດ-19 ເຊິ່ງຫລາຍກິດຈະ ການ ແລະ ທຸລະກຳຕ່າງໆ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ແຕ່ກົງກັນຂ້າມບາງບັນດາກິດຈະການ ແລະ ທຸລະກຳ ທີ່ເຮັດຜ່ານລະບົບອອນລາຍ ໄດ້ຮັບ​ການຂະຫຍາຍຕົວໃນທິດທາງໃໝ່ ທີ່ມີມູນຄ່າເພີ່ມຫລາຍຂຶ້ນ ແລະ ການເຊື່ອມຕໍ່ທາງອອນລາຍ ໄດ້ກາຍເປັນສິ່ງຈຳເປັນຕໍ່ສັງຄົມ, ເຮັດໃຫ້ທຸລະກິດ, ການດຳລົງຊີວິດ ແລະ ທົ່ວສັງຄົມ ຍັງສືບດຳເນີນໄປໄດ້ໃນສະພາບວິຖີຊິວິດແບບໃໝ່ ກໍຄື ສະພາບຄວາມປົກກະຕິໃໝ່ ສິ່ງ​ນັ້ນ​ພັກ, ລັດຖະບານ ​ໄດ້​ເຫັນ​ຄວາມ​ສຳຄັນ ​ໃນວຽກງານການຫັນເປັນທັນສະໄໝ ໂດຍສະເພາະ ການຫັນເປັນດິຈິຕອນ ແລະ ອຸດສາຫະກຳ 4.0 ຂອງ ສປປ ລາວ, ສ້າງເງື່ອນໄຂຕ່າງໆ ເພື່ອຮອງຮັບ ແລະ ສະໜັບສະໜູນວຽກງານດັ່ງກ່າວ ໃຫ້ທັນກັບການປ່ຽນແປງ ຢ່າງກ້າວກະໂດດຂອງພາກພື້ນ ແລະ ສາກົນ ໃນປັດຈຸບັນ.

ປະເທດລາວ ສ ນອ ນເຕ ເນ ດແຫ ງຊາດ ກະກຽມຄວາມພ ອມເຂ າສ ເສດຖະກ ດດ ຈ ຕອນ ແລະ ອ ດສາຫະກຳ 4 0
ສູນອິນເຕີເນັດແຫ່ງຊາດ ກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດ ດິຈິຕອນ ແລະ ອຸດສາຫະກຳ 4.0. (ພາບ: KPL)

ທ່ານ ບຸນ​ສະ​ເຫລີ​ມ​ໄຊ ​ເຄນ​ນາ​ວົງ ຍັງຍົກໃຫ້ເຫັນຜົນງານການພັດທະນາ ຂອງຂະແໜງການ ​ເປັນ​ຕົ້ນ ດ້ານນິຕິກຳ, ດ້ານພື້ນຖານໂຄງລ່າງ, ດ້ານຄວາມປອດໄພ ແລະ ອື່ນໆ ເພື່ອກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0 ທັງ​ນີ້, ​ແນ່​ໃສ່​ຜູ້​ເຂົ້າຮ່ວມ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ເພື່ອກຽມຄວາມພ້ອມຂອງຂະແໜງການຕົນເອງ ຮອງຮັບໃຫ້ແກ່ການປ່ຽນແປງໃນອະນາ ຄົດ. ໝາກຜົນຂອງການຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ ໄອຊີທີ ກໍຄື ເຕັກໂນໂລຊີດິຈິຕອນ ທີ່ປະ ກອບສ່ວນເຂົ້າ ໃນການຫັນເປັນທັນສະໄໝ ທີ່ຂະແໜງການ ປທສ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນ ການຂະຫຍາຍເຄືອຂ່າຍໂທລະສັບ ແລະ ອິນເຕີເນັດ ທີ່ມີຄວາມຮັບປະກັນ ແລະ ຄອບຄຸມພື້ນທີ່ຫລາຍກວ່າ 90% ຂອງປະເທດ, ພື້ນຖານໂຄງລ່າງສູນຂໍ້ມູນແຫ່ງຊາດ, ລະຫັດຊື່ອິນເຕີເນັດ .LA ແລະ . ລາວ, ລາຍເຊັນເອເລັກໂຕຣນິກ, ການຂຶ້ນທະບຽນເລກໝາຍໂທລະສັບ, ລະບົບກອງປະຊຸມທາງໄກ, ລະບົບຫ້ອງການທັນສະໄໝ (e-Office),ລະບົບສື່ສານພາກລັດ (G-Chat), ລະບົບພລັດຟອມເວັບໄຊພາກລັດ (G-Web Platform), ການຈ່າຍເງິນຜ່ານທາງມືຖື (Mobile Money)ແລະ ຄວາມປອດໄພທາງໄຊເບີ, ໄດ້ກາຍເປັນພື້ນຖານໂຄງລ່າງທີ່ສຳຄັນ ໃຫ້ແກ່ການສ້າງເສດຖະກິດດິຈິຕອນ ແລະ ອຸດສາ ຫະກຳ 4.0.

ປະເທດລາວ ສ ນອ ນເຕ ເນ ດແຫ ງຊາດ ກະກຽມຄວາມພ ອມເຂ າສ ເສດຖະກ ດດ ຈ ຕອນ ແລະ ອ ດສາຫະກຳ 4 0
(ພາບ: KPL)

​ໃນ​ໂອກາດ​ດຽວກັນ​ນີ້, ກໍ​ໄດ້ມີການເປີດນຳໃຊ້ ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ຂັ້ນສູງສຸດ ແຫ່ງຊາດ ດ໋ອດລາວ (. ລາວ), ເຊິ່ງໃນໄລຍະຜ່ານມາ ລະຫັດຊື່ ອິນເຕີເນັດພາສາທ້ອງຖິ່ນ http://ໂຄວິດ19.ລາວ ແມ່ນໄດ້ຖືກເປີດນຳໃຊ້ໃນ ສປປ ລາວ ຄຽງຄູ່ກັບ https://www.covid19.gov.laເພື່ອເຜີຍແຜ່ຂໍ້ມູນທາງການ ກ່ຽວກັບການລະບາດຂອງພະຍາດໂຄວິດ-19.

ປະເທດລາວ ສ ນອ ນເຕ ເນ ດແຫ ງຊາດ ກະກຽມຄວາມພ ອມເຂ າສ ເສດຖະກ ດດ ຈ ຕອນ ແລະ ອ ດສາຫະກຳ 4 0 ປະເທດລາວ: ໃນປີ 2020 ມີພື້ນທີ່ຢັ້ງຢືນວ່າມີຄວາມອັນ ຕະລາຍຈາກລະເບີດບໍ່ທັນແຕກ 11 ພັນກວ່າເຮັກຕາ

ໃນປີ 2020 ປະເທດລາວ ມີພື້ນທີ່ຢັ້ງຢືນວ່າມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກທັງໝົດ 853 ພື້ນທີ່ ຫລື ປະມານ 11.152 ເຮັກຕາ, ເທົ່າກັບ 22% ຂອງແຜນການ (50.000 ເຮັກຕາ) ທີ່ຢືນຢັນວ່າ ມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກ ແລະ ໃນການດຳເນີນການ ກວດກູ້ລະເບີດບໍ່ທັນແຕກ ໄດ້ທັງໝົດ 3.328 ເຮັກຕາ, ...

ປະເທດລາວ ສ ນອ ນເຕ ເນ ດແຫ ງຊາດ ກະກຽມຄວາມພ ອມເຂ າສ ເສດຖະກ ດດ ຈ ຕອນ ແລະ ອ ດສາຫະກຳ 4 0 ຫວຽດນາມ ຢືນອັນດັບທີ 3 ໃນບັນດາປະເທດທີ່ລົງທຶນຢ່າງແຮງ ເຂົ້າໃນປະເທດລາວ

ມາຮອດປະຈຸບັນ, ບັນດາການລົງທຶນຈາກ ສສ ຫວຽດນາມມີ 414 ໂຄງການ ດ້ວຍຍອດຈຳນວນເງິນລົງທຶນທັງໝົດ ມີເຖິງ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ.

ປະເທດລາວ ສ ນອ ນເຕ ເນ ດແຫ ງຊາດ ກະກຽມຄວາມພ ອມເຂ າສ ເສດຖະກ ດດ ຈ ຕອນ ແລະ ອ ດສາຫະກຳ 4 0 ປະເທດລາວ ເລີ່ມນຳໃຊ້ທົດລອງການຜະລິດໂຮງກັ່ນນໍ້າມັນແຫ່ງທຳອິດ ໃນທ້າຍເດືອນນີ້

ໜັງສືພິມຂ່າວສານປະເທດລາວ ລາຍງານວ່າ: ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ຄາດວ່າຈະເປີດທົດລອງການຜະລິດນ້ຳມັນເຊື້ອໄຟ ໃນວັນທີ 30 ພະຈິກ 2020 ນີ້ ເພື່ອຊົມໃຊ້ຢູ່ພາຍໃນປະເທດ. ພ້ອມກັນນີ້, ເພື່ອຊ່ວຍຫລຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ, ທັງຫລຸດຜ່ອນລາຄານ້ຳມັນໃນຕະຫລາດພາຍໃນນຳອີກ, ໂດຍຈະຜະລິດ ນ້ຳມັນແອັດຊັງ, ກາຊວນ ແລະ ອາຍແກັດ ໃຫ້ໄດ້ 1 ລ້ານໂຕນຕໍ່ປີ.

kpl.gov.la

ເຫດການ
302 Found

Found

The document has moved here.