ລາວ - ຫວຽດນາມ : ເພີ່ມທະວີການຮ່ວມມື ຂົງເຂດອຸດສາຫະກຳ ແລະ ການຄ້າ

08:55 | 19/08/2019

ຍສໝ - ໃນທ້າຍອາທິດທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມ ແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ຂຶ້ນທີ່ໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ.

ຝ່າຍລາວນຳໂດຍ ທ່ານ ນາງ ເຂັມ​ມະ​ນີ ພົ​ນ​ເສ​ນາ, ​ລັດ​ຖະ​ມົນ​ຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສ​ປ​ປ ລາວ ພ້ອມດ້ວຍ​ຄະ​ນະ ແລະ ຝ່າຍຫວຽດ​ນາມ ນຳໂດຍ ທ່ານ ເຈິ່ນ ຕວັນ ແອັງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ລວມຜູ້ເຂົ້າຮ່ວມທັງໝົດ 70 ທ່ານ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນການຮ່ວມມືໃນໄລຍະຜ່ານມາ ນັບແຕ່ກອງປະຊຸມທີ່ທັງສອງກະຊວງໄດ້ຈັດຂຶ້ນຄັ້ງຫລ້າສຸດປີ 2017 ທີ່ນະ​ຄອນ​ດາ​​ໜັງ, ປະເທດ​ຫວຽດ​ນາມ. ກອງປະຊຸມ ຂອງພວກເຮົາຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາຄັນ ສໍາລັບສອງກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ຄືສອງຊາດ ລາວ-ຫວຽດນາມ ເພາະຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ທັງສອງຝ່າຍພວມຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍ ເນື້ອ​ໃນ​ຈິດ​ໃຈ ຂອງກອງ​ປະ​ຊຸມ​ ຄັ້ງ​ທີ 41 ຂອງຄະນະກໍາມະການຮ່ວມມື ທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໃນຄັ້ງວັນທີ 06 ມັງກອນ 2019, ທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ ໂດຍສະເພາະ ການຮ່ວມມືດ້ານເສດຖະກິດ, ການຮ່ວມມື ເພື່ອການພັດທະນາ ທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ ຂອງສອງຝ່າຍ ທີ່​ໄດ້​ປະ​ຕິ​ບັດ​ຮ່ວມ​ກັນ ໃນ​ປີ 2017.

ລາວ - ຫວຽດນາມ : ເພີ່ມທະວີການຮ່ວມມື ຂົງເຂດອຸດສາຫະກຳ ແລະ ການຄ້າ

ບັນຍາການກອງປະຊຸມພົບປະລະຫວ່າງ ສອງກະຊວງ ອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ.(ພາບ: ກະຊວງອຸດສາຫະກຳ ແລະ ການຄ້າລາວ)

ໃນກອງປະຊຸມໃນຄັ້ງນີ້ ທ່ານ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ:

ດ້ານການປະຕິບັດເປົ້າໝາຍທີ່ການນໍາຂອງຂັ້ນສູງຂອງທັງສອງປະເທດໄດ້ວາງອອກ ໃນປີ 2018 ທີ່ຜ່ານມາເຫັນວ່າ ມູນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ຫຼາຍກ່ວາ 1,03 ຕື້ USD ເພີ່ມຂຶ້ນເກືອບ 16% ທຽບໃສ່ປີ 2017 ລື່ນຄາດໝາຍທີ່ສອງລັດຖະບານໄດ້ວາງອອກ (10%). ໃນ 7 ເດືອນຕົ້ນປີມານີ້ ມູນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ຫຼາຍກ່ວາ 663,76 ລ້ານ USD ເພີ່ມຂຶ້ນ 12,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ເຫັນໄດ້ວ່າ ພາບລວມການຄ້າສອງຝ່າຍຍັງຮັກສາທ່າຂະຫຍາຍຕົວໄດ້ດີ ແລະ ຕໍ່ເນື່ອງ ເຊິ່ງເປັນສັນຍານອັນດີໃຫ້ແກ່ການປະຕິບັດເປົ້າໝາຍການເພີ່ມມູນຄ່າການຄ້າສອງຝ່າຍຕາມທີ່ລັດຖະບານທັງສອງຝ່າຍໄດ້ວາງອອກ ໃນປີ 2019 ຄື ສູ້ຊົນເຮັດໃຫ້ມູນຄ່າການຄ້າເພີ່ມຂຶ້ນ 10-15% ຖ້າສົມທຽບໃສ່ປີ 2018.

ນອກນີ້ໃນໄລຍະຜ່ານມາ ສອງຝ່າຍໄດ້ຮ່ວມກັນເຮັດສໍາເລັດຫຼາຍວຽກງານ ເຊິ່ງມີອັນພົ້ນເດັ່ນຫຼາຍດ້ານຄື:

ສອງຝ່າຍໄດ້ປະສານກັນແຕ່ງຕັ້ງຄະນະເຮັດວຽກປະສົມ ​ລົງ​ຕິດ​ຕາມກວດ​ກາສະພາບການ​ຈັດ​ຕັ້ງ​ປະ​ຕິ​ບັດເນື້ອໃນ ຂໍ້​ຕົກ​ລົງ ຮ່າ​ໂນ້ຍ 2007 ກ່ຽວກັບ​ ການ​ອຳ​ນວຍ​ຄວາມ​ສະ​ດວກ ​ໃຫ້​ແກ່​ຄົນ, ສິນ​ຄ້າ ແລະ ພາ​ຫະ​ນະ ເຂົ້າອອກຜ່ານດ່ານລະຫວ່າງສອງປະເທດ ຢູ່ 3 ຄູ່ດ່ານ​ຊາຍ​ແດນ ລະ​ຫວ່າງ ລາວ-ຫວຽດ​ນາມ (ດ່ານ​ນາ​ເພົ້າ, ຂ.ຄຳ​ມ່ວນ - ຈາ​ລໍ, ຂ.ກວາງ​ບິງ ; ແດນ​ສະ​ຫວັນ, ຂ.ສະ​ຫວັນ​ນະ​ເຂດ - ລາວ​ບາວ, ຂ.ກວາງ​ຈິ ແລະ ດ່ານ​ນ້ຳ​ພາວ, ຂ.ບໍ​ລິ​ຄຳ​ໄຊ - ​ເກົາ​ແຈ່ວ, ຂ.​ເຫງັກອ່ານ) ໃນລະ​ຫວ່າງວັນ​ທີ 06-12 ພຶດ​ສະ​ພາ 2018 ; ໄດ້ຮ່ວມກັນຈັດກອງປະຊຸມ ການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ XI ວັນທີ 26-28 ສິງຫາ 2018 ທີ່ແຂວງກວາງບິງ ສສ ຫວຽດນາມ; ການຈັດງານວາງສະແດງຮ່ວມກັບ ສສ ຫວຽດນາມ ປີ 2018-2019 ປະກອບມີ 03 ຄັ້ງຄື:

ສໍາເລັດການຈັດງານວາງສະແດງລາວ-ຫວຽດນາມ 02 ຄັ້ງ, ປີ 2018 ໃນລະຫວ່າງວັນທີ 28/6-02/7/2018 ແລະ ປີ 2019 ໃນລະຫວ່າງວັນທີ 27/6-01/7/2019 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ), ນະຄອນຫຼວງວຽງຈັນ ສປປ ລາວ; ສູນສົ່ງເສີມການຄ້າ ແລະ ການລົງທຶນ, ນະຄອນໂຮ່ຈີ່ມິນ (Investment & Trade Promotion Centre ITPC, Ho Chi Minh City) ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫັວນນະເຂດ ສໍາເລັດການຈັດງານຕະຫຼາດນັດ - ວາງສະແດງສິນຄ້າ ມິດຕະພາບ ຄັ້ງທີ II ໃນລະຫວ່າງວັນທີ 19-26 ຕຸລາ 2018 ແລະ ສືບຕໍ່ກະກຽມຈັດງານຄັ້ງທີ III ໃນລະຫວ່າງວັນທີ 25-29 ກັນຍາ 2019 ທີ່ສູນການຄ້າ ສະຫວັນ-ໄອເຕັກ, ແຂວງສະຫວັນນະເຂດ...

ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ ພວກເຮົາກໍຍັງມີຫຼາຍບັນຫາທີ່ສອງຝ່າຍຕ້ອງໄດ້ເອົາໃຈໃສ່ຕື່ມຄື: ການຈັດຕັ້ງຜັນຂະຫຍາຍເປົ້າໝາຍການເພີ່ມມູນຄ່າການຄ້າສອງຝ່າຍຕາມເນື້ອໃນຈິດໃຈກອງປະຊຸມ ຄັ້ງທີ 41 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ໃຫ້ໄດ້ 10-15% ແລະ ກ້າວໄປສູ່ການເພີ່ມເປົ້າໝາຍໃໝ່ໃນອະນາຄົດ; ຕິດຕາມເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈຂອງສັນຍາການຄ້າ, ສັນຍາການຄ້າຊາຍແດນ ເຮັດໃຫ້ສອງສັນຍານີ້ສາມາດສ້າງໄດ້ຜົນປະໂຫຍດສູງສຸດຈາກສັນຍາ ໃຫ້ແກ່ປະຊາຊົນທັງສອງຊາດ; ປະສານກັນຄົ້ນຄວ້າດັດແກ້ຂໍ້ຄົງຄ້າງທີ່ເປັນອຸປະສັກໃຫ້ແກ່ການຈັດຕັ້ງປະຕິບັດເນື້ອໃນສັນຍາການຄ້າຊາຍແດນ ລາວ-ຫວຽດນາມ ເພາະຍັງມີບັນຫາທີ່ຍັງປະຕິບັດບໍ່ໄດ້ດີ; ສ້າງເງື່ອນໄຂໃຫ້ທຸກກົມກອງພາຍໃນສອງກະຊວງ ໂດຍສະເພາະແມ່ນກະຊວງຝ່າຍລາວ ໄດ້ມີໂອກາດພົບປະຮໍ່າຮຽນ, ແລກປ່ຽນຂໍ້ມູນ ແລະ ປະສົບການນໍາກັນ;ໍ ສ້າງເງື່ອນທາງດ້ານການດຶງດຸດນັກລົງທຶນຂອງທັງສອງປະເທດ ເຂົ້້າມາລົງທຶນ, ພັດທະນາ ໃນຂົງເຂດທຸລະກິດທີ່ມີທ່າແຮງຂອງກັນແລະກັນ ເຊັ່ນ: ກະສິກຳ, ປຸງແຕ່ງ ແລະ ການບໍລິການ; ສ້າງເງື່ອນໄຂໃນຫຼາຍຊ່ອງທາງໃຫ້ພາກທຸລະກິດຂອງສອງປະເທດທີ່ມີຄວາມໜ້າເຊື່ອຖື ໄດ້ພົບພໍ້ ແລະ ຊອກຫາຂໍ້ມູນເປົ້າໝາຍຄູ່ຄ້າຮ່ວມກັນໄດ້ງ່າຍຂຶ້ນ.

ເພື່ອເຮັດໃຫ້ສາຍພົວພັນຮ່ວມມື ລະຫວ່າງ ຂະແໜງການອຸດສາຫະກຳ ແລະ ການຄ້າ ສອງປະເທດ ລາວ-ຫວຽດນາມ ສືບຕໍ່ພັດທະນາ ແລະ ຂະຫຍາຍຕົວໃນຕໍ່ໜ້າ ທ່ານ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຍົກບາງບັນຫາຂຶ້ນມາ ເພື່ອປຶກສາຫາລືຮ່ວມກັນ ດັ່ງນີ້:

ສະເໜີສອງຝ່າຍຄົ້ນຄ້ວາພິຈາລະນາດັດແກ້ສັນຍາການຄ້າ, ສັນຍາການຄ້າຊາຍແດນ ລາວ-ຫວຽດນາມ ປີ 2015 ໂດຍສະເພາະການປ່ຽນລະຫັດສິນຄ້າໃນບັນຊີລາຍການຕາມສັນຍາ ໃຫ້ແທດເໝາະກັບການປ່ຽນ ສາລະບານ ເອກະພາບຂອງອາຊຽນ ກ່ຽວກັບອັດຕາພາສີ AHTN 2012 ມາເປັນ ຂອງ 2017; ສະເໜີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ພິຈາລະນາການສະເໜີຊ່ວຍເຫຼືອກໍ່ສ້າງຕະຫຼາດຊາຍແດນ 03 ຈຸດ ທີ່ຝ່າຍລາວເຄີຍຍົກຂຶ້ນໃຫ້ຝ່າຍ ສສ ຫວຽດນາມ ຊ່ວຍຄົ້ນຄວ້າຊອກຫາແຫຼ່ງທຶນທີ່ເໝາະສົມ ເພື່ອນໍາມາກໍ່ສ້າງຕະຫຼາດຊາຍແດນ ຄື: ຕະຫຼາດຊາຍແດນນໍ້າໂສຍ (ແຂວງຫົວພັນ) - ນາແມວ (ແຂວງແທັງຫົວ); ຕະຫຼາດຊາຍແດນນໍ້າອອນ (ແຂວງບໍລິຄໍາໄຊ) - ແຖ່ງຖວີ (ແຂວງເງະອານ); ຕະຫຼາດຊາຍແດນດາກຕາອອກ (ແຂວງເຊກອງ) - ນາມຢາງ (ແຂວງກວາງນາມ).

ສະເໜີກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ພິຈາລະນາຄົ້ນຄວ້າສ້າງເງື່ອນໄຂໃຫ້ທຶນແກ່ການຝຶກ​ອົບ​ຮົມ ແລະ ທັດ​ສະ​ນະ​ສຶກ​ສາ ແລກ​ປ່ຽນ​ບົດ​ຮຽນ​ ​ກ່ຽວກັບວຽກງານວິຊາສະເພາະ ຂອງກະຊວງອຸດສາຫະກຳ ແລະ ການຄ້າ​ ລາວ; ສະເໜີໃຫ້ຝ່າຍຫວຽດນາມສະນັບສະໝູນການຈັດພົບປະແລກປ່ຽນ ລະຫວ່າງ ນັກທຸລະກິດລາວ ແລະ ນັກທຸລະກິດຫວຽດນາມ ເພື່ອເຊື່ອມໂຍງການຄ້າ, ຊຸກຍູ້ການແລກປ່ຽນ ຊື້-ຂາຍສິນຄ້າ ກັບ ທຸລະກິດຫວຽດນາມ ໃນໄລຍະວັນທີ 26-27 ສິງຫາ 2019 ທີ່ແຂວງກວາງຈິ ສສ ຫວຽດນາມ.

ໃນໂອກາດນີ້ ທ່ານ ລັດຖະມັນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ກໍໄດ້ເປັນເອກະພາບ ນໍາການຕີລາຄາ ແລະ ໄດ້ຕອບຮັບຂໍ້ສະເໜີ ຂອງຝ່າຍລາວ ພ້ອມທັງຍັງໄດ້ສະເໜີວິທີການ, ມາດຕະການໃນການແກ້ໄຂບັນຫາຄົງຄ້າງຕ່າງໆທີ່ໄດ້ຍົກຂຶ້ນ.

ສຸດທ້າຍ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຍັງໄດ້ກ່າວຕື່ມອີກວ່າ: ໃນຊຸມປີຜ່ານມາ ເຖິງແມ່ນວ່າການປະຕິບັດແຜນການວຽກງານຂອງສອງຝ່າຍຈະມີອັນດີ ແລະ ຍາດມາໄດ້ໝາກຜົນຕາມແຜນການສະເໝີມາ. ແຕ່ຍັງເຫັນວ່າ ປະລິມານ ແລະ ມຸນຄ່າການຄ້າ ລະຫວ່າງສອງປະເທດ ກໍ່ຍັງບໍ່ສົມຄູ່ກັບເງື່ອນໄຂ ແລະ ນະໂຍບາຍ ທີ່ສອງພັກສອງລັດໄດ້ເອົາໃຈໃສ່ຊີ້ນໍາ. ນອກນັ້ນ, ເພິ່ນຍັງເນັ້ນໃຫ້ສອງກະຊວງ ສືບຕໍ່ເອົາໃຈໃສຜັນຂະຫຍາຍບັນດາເງື່ອນໄຂທີ່ມີ ໃຫ້ໄດ້ຮັບຜົນດີກ່ວາເກົ່າຍິ່ງໆຂຶ້ນໄປ ໃຫ້ສົມກັບສາຍພົວພັນອັນພິເສດທີ່ມີຕໍ່ກັນສະເໝີມາ ແລະ ຕະຫຼອດໄປ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.