| ສະຖານທູດຫວຽດນາມ ປະຈຳ ປະເທດຊູແອດ ຢ້ຽມຢາມ ແລະ ໃຫ້ກຳລັງໃຈ ປະຊາຄົມຊາວຫວຽດນາມ ຢູ່ ປະເທດຊູແອດ | |
| ການນຳບັນດາປະເທດສືບຕໍ່ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ |
![]() |
| ພາບປະກອບ |
ໃນແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 2021-2025 ຂອງກະຊວງອຸດສາຫະກຳ ແລະການຄ້າ ສສ.ຫວຽດນາມ , ກ່ຽວກັບການພັດທະນາອຸດສາຫະກຳ, ກະຊວງອຸດສາຫະກຳ ແລະການຄ້າ ສສ.ຫວຽດນາມ ພະຍາຍາມສູ້ຊົນໃຫ້ໄດ້ຫຼາຍກວ່າ 35% ຂອງມາດຕາຖ່ວງອຸດສາຫະກຳໃນ GDP ພາຍໃນປີ 2025. ລະດັບເຕີບໂຕຂອງມູນຄ່າເພີ່ມອຸດສາຫະກຳ ບັນລຸສະເລ່ຍຫຼາຍກວ່າ 7,5%/ປີ; ໃນນັ້ນອຸດສາຫະກຳປຸງແຕ່ງ ແລະການຜະລິດບັນລຸສະເລ່ຍຫຼາຍກວ່າ 10%/ປີ.
ຄຽງຂ້າງນັ້ນ, ລະດັບເຕີບໂຕສະເລ່ຍຂອງບັນດາປະເພດສິນຄ້ານຳເຂົ້າໃນໄລຍະ 2021-2025 ເພີ່ມຂຶ້ນ 4,9%/ປີ; ວົງເງິນການ ນຳເຂົ້າບັນລຸປະມານ 330 ຕື້ ໂດລາສະຫະລັດ ໃນປີ 2025; ອັດຕາການເຕີບໂຕນຳເຂົ້າຂອງວິສາຫະກິດພາຍໃນປະເທດເພີ່ມຂື້ນ 6%. ພິເສດ, ການສົ່ງອອກໄປຕະຫຼາດເອີຣົບ ແລະ ອາເມລິກາ ມີລະດັບເຕີບໂຕສະເລ່ຍ 7 - 10%/ປີ. ສຳລັບການພັດທະນາການຄ້າພາຍໃນປະເທດ, ມູນຄ່າເພີ່ມຂອງຂະແໜງການຄ້າພາຍໃນປະກອບສ່ວນປະມານ 13,5% ຕໍ່ GDP ໃນປີ 2025.
ອັດຕາການເຕີບໂຕສະເລ່ຍຕໍ່ປີໃນໄລຍະ 2021 - 2025 ຂອງຍອດຂາຍຍ່ອຍທັງໝົດສິນຄ້າບໍລິໂພກ ແລະ ການບໍລິການ (ຍົກເວັ້ນປັດໃຈລາຄາ) ສູ້ຊົນບັນລຸປະມານ 9-9,5%/ປີ. ອັດຕາສ່ວນຂອງຍອດຂາຍຍ່ອຍສິນຄ້າຕາມຮູບການການຄ້າທັນສະໄໝ ຮອດປີ 2025 ຈະບັນລຸປະມານ 35 - 40%.
ກະຊວງອຸດສາຫະກຳ ແລະການຄ້າ ສສ.ຫວຽດນາມ ຍັງໄດ້ວາງເປົ້າໝາຍສູ້ຊົນເພື່ອໃຫ້ບັນລຸກວ່າ 45% ຂອງວິສາຫະກິດຂະໜາດນ້ອຍ ແລະກາງ ທີ່ເຂົ້າຮ່ວມການຄ້າເອເລັກໂຕຣນິກ. ເພື່ອພັດທະນາຫລາຍຮູບແບບ ແລະວິທີການ ດຳເນີນທຸລະກິດການຄ້າທີ່ທັນສະໄໝ ເຊັ່ນ: ການແລກປ່ຽນສິນຄ້າ, ສູນການປະມູນ, ແລະມອບສິດທາງການຄ້າ.
ໃນໄລຍະດຳເນີນການຈັດຕັ້ງປະຕິບັດ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ຈະມອບໃຫ້ພະແນກອຸດສາຫະກຳ ແລະການຄ້າ ຂອງບັນດາແຂວງ, ນະຄອນ ທີ່ຂຶ້ນກັບສູນກາງ ປະຕິບັດຕາມເນື້ອໃນຂອງແຜນການ, ສ້າງເປັນແຜນການພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ ໃນທ້ອງຖິ່ນ.
ນອກຈາກນັ້ນ, ບັນດາຫົວໜ່ວຍ, ທ້ອງຖິ່ນຈັດຕັ້ງການປະຕິບັດ, ຕິດຕາມກວດກາ ແລະ ຕີລາຄາໝາກຜົນແຫ່ງການປະຕິບັດແຜນການຢູ່ທ້ອງຖິ່ນ. ປະກາດໃຊ້ກົນໄກ ແລະນະໂຍບາຍການພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າທ້ອງຖິ່ນຕາມລະບຽບການ ແລະທິດທາງການຈັດຕັ້ງປະຕິບັດໃນທ້ອງຖິ່ນ.
| ຕາມສະຫະສະມາຄົມທັນຍາຫານຫວຽດນາມ (VFA) ແລ້ວ, ນັບແຕ່ກາງເດືອນກໍລະກົດປີ 2020, ລາຄາເຂົ້າສານສົ່ງອອກຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງລຽນຕິດ ແລະ ປະຈຸບັນ ໄດ້ລື່ນກາຍລາຄາເຂົ້າສານປະເພດດຽວກັນຂອງຫຼາຍປະເທດ, ບືນຂຶ້ນນຳໜ້າໂລກ. ໃນປະຫວັດສາດສົ່ງອອກເຂົ້າສານເປັນເວລາ 30 ປີ, ນີ້ແມ່ນຄັ້ງທຳອິດທີ່ເຂົ້າສານຫວຽດນາມ ມີລາຄາສົ່ງອອກເທົ່າທຽມກັບເຂົ້າສານຂອງໄທ. ຕາມການສະຖິຕິຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ໃນ 7 ເດືອນຕົ້ນປີ 2020, ຫວຽດນາມ ສົ່ງອອກເຂົ້າສານໄດ້ປະມານ 3.9 ລ້ານໂຕນ, ບັນລຸວົງເງິນ 1.9 ຕື້ USD, ຫລຸດລົງ 1,4% ທາງດ້ານປະລິມານ ແຕ່ເພີ່ມ 10,9% ທາງດ້ານຄຸນຄ່າ ເມື່ອທຽບກັບໄລຍະດຽວກັນຂອງປີ 2019. |
| ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນຈາກປະເທດ UAE ກັບຄືນປະເທດຢ່າງປອດໄພ ຍສໝ - ຜູ້ໂດຍສານໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ. |
| ນໍາສົ່ງພົນລະເມືອງຫວຽດນາມ ກວ່າ 340 ຄົນຈາກອົດສະຕາລີ ກັບມາປະເທດ ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນເຕິນເຊີນເຍິດ, ຜູ້ໂດຍສານທັງໝົດໄດ້ໄປກວດສຸຂະພາບ ແລະນຳສົ່ງໄປແຍກປ່ຽວຕາມກົດລະບຽບ. |
| ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນ ຈາກປະເທດ ໄຊປຣັດ ແລະ ອາຣັບບີ ຊາອູດິດ ກັບຄືນປະເທດຢ່າງປອດໄພ ຍສໝ - ໃນລະຫວ່າງ ແຕ່ວັນທີ 8-9 ສິງຫາ, ອົງການທີ່ມີໜ້າທີ່, ສະຖານທູດຫວຽດນາມປະຈຳ ອີຕາລີ ພ້ອມກັນປະເທດ ໄຊປຣັດ, ສະຖານທູດຫວຽດນາມປະຈຳ ອາຣັບບີ ຊາອູດິດ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບອົງການທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນ 270 ຄົນ ກັບຄືນປະເທດຢ່າງປອດໄພ. |
ໄຊພອນ
