ນາຍົກ ເນັ້ນໜັກໃຫ້ນັກທຸລະກິດ ຕ້ອງຄິດແບບມືອາຊີບ ມີການແຂ່ງຂັນກັນທຸກເວລາ

15:00 | 28/09/2020

ໃນວັນທີ 25 ກັນຍາ 2020, ທີ່ຫໍປະຊຸມແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຊຸດທີ VIII ໂດຍທ່ານ ນາຍົກ ໄດ້ເນັ້ນໃຫ້ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ (ສຄອຊ) ນັກທຸລະກິດຕ້ອງຄິດແບບມືອາຊີບ ເພາະໃນຕະຫລາດໂລກ ແມ່ນມີການແຂ່ງຂັນສູງ ການແຂ່ງຂັນແມ່ນ ເພື່ອການພັດທະນາ, ແຂ່ງຂັນເພື່ອປັບປຸງ ໃຫ້ດີຂຶ້ນ ບໍ່ແມ່ນແຂ່ງຂັນເພື່ອທໍາລາຍ, ນັກທຸລະກິດຍຸກໃໝ່ຕ້ອງ ໄດ້ມີການແຂ່ງຂັນກັນທຸກເວລາ.

ນາຍ ກ ເນ ນໜ ກໃຫ ນ ກທ ລະກ ດ ຕ ອງຄ ດແບບມ ອາຊ ບ ມ ການແຂ ງຂ ນກ ນທ ກເວລາ ນາຍົກ ເນັ້ນໃຫ້ເຂັ້ມງວດການເຂົ້າ-ອອກເມືອງ ສ່ວນຮ້ານບັນເທີງ ຫາກຝ່າຝືນ ລົງໂທດຕາມລະບຽບການ
ນາຍ ກ ເນ ນໜ ກໃຫ ນ ກທ ລະກ ດ ຕ ອງຄ ດແບບມ ອາຊ ບ ມ ການແຂ ງຂ ນກ ນທ ກເວລາ ນາຍົກ ເນັ້ນຫາດຊາຍຟອງ ປູກພືດຜັກປອດສານພິດໃຫ້ຫຼາຍຂຶ້ນ
ນາຍ ກ ເນ ນໜ ກໃຫ ນ ກທ ລະກ ດ ຕ ອງຄ ດແບບມ ອາຊ ບ ມ ການແຂ ງຂ ນກ ນທ ກເວລາ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ຍັງເນັ້ນອີກວ່າ: ນັກທຸລະກິດຕ້ອງຄິດທົບທວນ ປັບປ່ຽນຮູບແບບການດຳເນີນທຸລະກິດແບບໃໝ່ ໃຫ້ຫັນກັບ ຍຸກໃນປັດຈຸບັນ ເພື່ອຫັນປ່ຽນຮູບແບບ ການດຳເນີນທຸລະກິດ ໃຫ້ມີຫລາກຫລາຍວິທີທາງ ໃນການດຳເນີນທຸລະກິດ ໂດຍສະເພາະ ແມ່ນການຄົ້ນຫາວິທີ ສ້າງມູນຄ່າ ເພີ່ມ ໃຫ້ກັບ ທຸລະກິດ ຂອງຕົນເອງ ແລະ ນັກທຸລະກິດຕ້ອງ ມີການຕັ້ງບັນຫາ ໃນການສ້າງມູນຄ່າເພີ່ມຈະເຮັດໄດ້ແນວໃດ ແລະ ຈະສ້າງຄວາມ ສາມາດແຂ່ງຂັນ ໃນຕະຫລາດ ຂອງພາກພື້ນ ແລະ ຂອງໂລກໄດ້ແນວໃດ, ຊຶ່ງຕ້ອງມີລະບົບການເງິນ ລະບົບບໍລິຫານທີ່ທັນສະໄໝ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝອື່ນໆ ເຂົ້າໃນການ ດຳເນີນທຸລະກິດ ແນໃສ່ສ້າງສະພາບແວດລ້ອມ ທີ່ດີໃຫ້ກັບການດຳເນີນ ທຸລະກິດ ແລະ ກ້າວສູ່ການດຳເນີນ ທຸລະກິດແບບດິຈີຕອນ. ຕ້ອງຄິດແບບ ສ້າງສັນ ແລະ ເບິ່ງການໄກ ຕໍ່ກັບທຸລະກິດຂອງຕົນເອງ, ຊຶ່ງນັກທຸລະກິດລາວ ຕ້ອງໄດ້ມີການພົບປະແລກປ່ຽນ ເພື່ອສົ່ງເສີມໃຫ້ມີ ການຮ່ວມມືກັນ ໃຫ້ຫລາຍຂຶ້ນ, ມີການປະສົມ ປະສານກັນ ທາງດ້ານຄວາມຄິດ ໃນວິທີການດຳເນີນທຸລະກິດ ພ້ອມກັນກ້າວໄປຂ້້າງໜ້າ ເພື່ອສ້າງຄວາມສາມາດ ໃນການແຂ່ງຂັນໃນຕະຫລາດ ແລະ ສາມາດປະກອບສ່ວນ ສ້າງສາພັດທະນາ ເສດຖະກິດ-ສັງຄົມຂອງຊາດ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານ ແລະ ຄວາມສາ ມັກຄີ ຂອງບັນດານັກທຸລະກິດ ທີ່ປະກອບສ່ວນເຂົ້າໃນ ວຽກງານຕ່າງໆທາງພາກລັດ ແລະ ເອກະຊົນ ພ້ອມກັນນັ້ນ ກໍ່ໄດ້ຮຽກຮ້ອງມາຍັງຄະນະ ບໍລິຫານງານຊຸດໃໝ່ ກໍ່ຄື ສະມາຊິກສະພາການຄ້າ ຕ້ອງເອົາໃຈໃສ່ແກ້ໄຂ ຈຸດອ່ອນຂໍ້ຄົງຄ້າງ ໄລຍະຜ່ານມາ ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ບັນດາ SME ໃນການເຂົ້າເຖິງແຫລ່ງທຶນ ສ້າງສະພາບແວດລ້ອມ ທີ່ດີໃນການລົງທຶນ ແກ້ໄຂວຽກ ງານການຄ້າ ການບໍລິການພາຍໃນໃຫ້ເຂັ້ມແຂງ ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນປະເທດ ໃນການດຳເນີນທຸລະກິດ ໃຫ້ສາມາດກຸ້ມຕົນເອງໄດ້ ໃນໄລຍະການ ລະບາດຂອງ ໂຄວິດ-19 ມັນຮຽກຮ້ອງໃຫ້ມີການ ປ່ຽນແປງການບໍລິຫານ, ໃຫ້ມີການປະຢັດ ມັດທະຍັດດ້ານຕ່າງໆ ກຳນົດຈຸດສຸມໃນການ ພັດທະນາແຕ່ລະດ້ານ ໃຫ້ສອດຄ່ອງກັບ ແຕ່ລະໄລຍະ ກຳນົດແຜນການໃນຕໍ່ໜ້າ ດ້ວຍຫລາຍຮູບແບບ ຫລາຍເສັ້ນທາງໃນການ ດຳເນີນທຸລະກິດແບບມືອາຊີບ ເປັນຕົ້ນ ລະບົບການ ບໍລິຫານ ງົບປະມານຂອງຕົນເອງ ວິທີການສ້າງມູນຄ່າ ແລະ ຜົນຕອບແທນເພີ່ມ ນັກທຸລະກິດຍຸກໃໝ່ ຕ້ອງມີການແຂ່ງຂັນ ຢູ່ຕະຫລອດເວລາ ຈຶ່ງຈະສາມາດ ສ້າງມູນຄ່າເພີ່ມ ໃຫ້ແກ່ຜະລິດຕະພັນ ເພື່ອໃຫ້ມີການພັດທະນາ ພ້ອມທັງມີຄວາມຄິດທີ່ສ້າງສັນ ໃນມຸມມອງການດຳເນີນທຸລະກິດ ການດຳເນີນກິດຈະ ການໃນ ຂະແໜງ ການຕ່າງໆ ໃຫ້ປະເທດຊາດມີການ ຫັນປ່ຽນຕາມຍຸກສະໄໝ ຂອງການພັດທະນາໃນໄລ ຍະໃໝ່ ພັກ-ລັດຈະເປັນ ກຳລັງແຮງໃຫ້ແກ່ ສຄອຊ ເດີນໜ້າຕໍ່ໄປ ຜ່ານຜ່າວິກິດ ສຳຄັນຕ້ອງໄດ້ປັບປຸງໂຄງສ້າງ ແລະ ປ່ຽນຄວາມຄິດຂອງຜູ້ບໍລິຫານ ພະນັກງານໃຫ້ມີການປ່ຽນແປງ ໂດຍທຸກພາກສ່ວນຕ້ອງ ຮ່ວມມືກັນຕໍ່ສູ້ຢ່າງມີສະຕິ.

ນາຍ ກ ເນ ນໜ ກໃຫ ນ ກທ ລະກ ດ ຕ ອງຄ ດແບບມ ອາຊ ບ ມ ການແຂ ງຂ ນກ ນທ ກເວລາ ນາຍົກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍ-ເລສເຕ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ດິໂອນິຊິໂອ ດາ ຄອສຕາ ບາໂບ ໂຊອາເຣສ (Dionisio da Costa Babo Soares), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ...

ນາຍ ກ ເນ ນໜ ກໃຫ ນ ກທ ລະກ ດ ຕ ອງຄ ດແບບມ ອາຊ ບ ມ ການແຂ ງຂ ນກ ນທ ກເວລາ ນາຍົກ ເນັ້ນໃຫ້ພາກທຸລະກິດ ເອົາການຜະລິດເປັນປາຍແຫຼມສົ່ງອອກ

ວັນ​ທີ 23 ມັງ­ກອນ 2019, ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ໄດ້ຈັດກອງ​ປະ­ຊຸມ​ປີ 2018 ແລະ ສະ­ເຫຼີມ­ສະ­ຫຼອງ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ (ສຄອຊ) ຄົບ­ຮອບ 30 ປີ

ນາຍ ກ ເນ ນໜ ກໃຫ ນ ກທ ລະກ ດ ຕ ອງຄ ດແບບມ ອາຊ ບ ມ ການແຂ ງຂ ນກ ນທ ກເວລາ ນາຍົກ ຊີ້ນຳຄະນະຕ້ານ ໄພພິບັດທາງທຳມະຊາດ ໃຫ້ຊ່ວຍເຫຼືອປະຊາຊົນ ແຂວງວຽງຈັນ

ຍສໝ - ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພນ້ຳຖ້ວມໂດຍໄວ ພ້ອມທັງຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ, ພ້ອມທັງສະເໜີໃຫ້ເຂື່ອນນ້ຳງື່ມສ້າງຕັ້ງກອງທຶນໃດໜຶ່ງຂຶ້ນມາ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ.

kpl.gov.la

ເຫດການ
302 Found

Found

The document has moved here.