ແຂວງສະຫວັນນະເຂດມີເກີນດຸນການຄ້າ 2000 ຕື້ກີບ

11:16 | 29/03/2021

ໜ້ອຍໜັກຈະເຫັນຕົວເລກເກີນດູນການຄ້າ ເນື່ອງຈາກປະເທດເຮົາຍັງອ່ອນນ້ອຍດ້ານການຜະລິດອຸດສາຫະກຳອື່ນໆ ສ່ວນຫຼວງຫຼາຍຈພເປັນການສົ່ງອອກຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົງ ແລະ ສິນຄ້າອຸດສາຫະກຳພຽງບໍ່ເທົ່າໃດຢ່າງ ແຕ່ແຂວງສະຫວັນນະເຂດຍັງສາມາດສ້າງລາຍຮັບຈາກການສົ່ງອອກໄດ້ 10 ພັນກວ່າຕື້ກີບ ເຊິ່ງເກີນດູດການຄ້າກັບຕ່າງປະເທດ 2 ພັນກວ່າຕື້ກີບ.

ແຂວງສະຫວ ນນະເຂດມ ເກ ນດ ນການຄ າ 2000 ຕ ກ ບ ທະຫານຊາຍແດນ ສປປ.ລາວ ໄດ້ຈັດພິທີຮັບຂອງຂວັນຊ່ວຍເຫຼືອຈາກ ສສ.ຫວຽດນາມ
ແຂວງສະຫວ ນນະເຂດມ ເກ ນດ ນການຄ າ 2000 ຕ ກ ບ ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ຂໍ້ມູນລາຍງານຜ່ານກອງປະຊຸມສະຫຼຸບວຽກງານຂົງເຂດອຸດສາຫະກຳ ປຸງແຕ່ງ ແລະການຄ້າປະຈຳ ປີ 2020 ແລະ ວາງທິດທາງ ແຜນການ ປີ 2021 ຂອງພະແນກອຸດສາຫະກຳ-ການຄ້າ ແຂວງສະຫວັນນະເຂດ ທີ່ຈັດຂຶ້ນໃນວັນທີ 10 ມີນາ 2021, ໂດຍການຮ່ວມຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະການຄ້າ, ທ່ານ ໂພ ສີສ້ອຍ ກຸທິລາດ ຫົວໜ້າພະ ແນກອຸດສາຫະກຳ ແລະການ ຄ້າແຂວງກໍ່ໄດ້ລາຍງານໃຫ້ຮູ້ວ່າ: ໃນ ປີ 2020 ທົ່ວແຂວງມີຫົວໜ່ວຍຜະລິດອຸດສາຫະກຳປຸງ ແຕ່ງທັງໝົດ 2.048 ໂຮງງານ, ໃນນີ້ໂຮງງານຂະໜາດໃຫຍ່ 104 ແຫ່ງ, ຂະໜາດກາງ 113 ແຫ່ງ, ຂະໜາດນ້ອຍ 946 ແຫ່ງ ແລະແບບຄອບຄົວ 885 ແຫ່ງ, ຍອດມູນຄ່າຜະລິດຕະພັນປຸງ ແຕ່ງທັງໝົດ 5.529 ຕື້ກວ່າກີບ, ຍອດມູນຄ່າຈຳໜ່າຍພາຍໃນ 2.831 ຕື້ກວ່າກີບ, ມູນຄ່າ ການສົ່ງອອກຜະລິດຕະພັນ ອຸດສາຫະກຳປຸງແຕ່ງ 425 ລ້ານກວ່າໂດລາ, ສ່ວນໃຫຍ່ ແມ່ນປະເພດເຫຍື່ອເຈ້ຍ,ນໍ້າຕານ, ກາກນໍ້າຕານ, ຢາງພາລາກ້ອນ, ຢາສູບ, ຜະລິດຕະ ພັນໄມ້, ຖ່ານຂາວ.

ແຂວງສະຫວ ນນະເຂດມ ເກ ນດ ນການຄ າ 2000 ຕ ກ ບ
ແຂວງສະຫວັນນະເຂດມີການຄ້າເກີນດຸນ 2000 ຕື້ກີບ. (ພາບ: Laoedaily)

ລວມແລ້ວ ການສົ່ງອອກສິນຄ້າທັງໝົດ 10.947 ຕື້ກວ່າກີບ, ສ່ວນການນໍາເຂົ້າສິນຄ້າສິ້ນສ່ວນອີເລັກໂທນິກ,ໄມ້ວິກບົດ, ເຈ້ຍເສດ, ນໍ້າມັນ, ຊິ້ນສ່ວນ ພາຫະນະອາໄຫຼ່ ແລະສິນຄ້າອຸປະໂພກ-ບໍລິໂພກຕ່າງໆມູນຄ່າ 8.521 ຕື້ກວ່າກີບ ໃຫ້ແຂວງສະຫວັນນະເຂດເກີນດູດການຄ້າທັງໝົດເກີນດູນ 2.426 ຕື້ກວ່າກີບ.

ວຽກທີ່ພົ້ນເດັ່ນອີກອັນໜຶ່ງແມ່ນການຄຸ້ມຄອງ ແລະປະມູນຂາຍໄມ້ ເຊິ່ງໃນປີຜ່ານມາທາງພະແນກໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງສັງລວມໄມ້ໃນສະໜາມທີ່ ເປັນໄມ້ໄດ້ຮັບອະນຸມັດໃຫ້ຕັດ ແລະໄມ້ຢຶດຂອງພາກສ່ວນ ຕ່າງໆ, ເຮັດການປະມູນຂາຍ ເປັນປົກກະຕິໄດ້ 11 ຄັ້ງ, ສາມາດເຮັດສັນຍາຊື້-ຂາຍໄດ້ 29 ສະບັບ, ມີບໍລິມາດໄມ້ທັງ ໝົດ 3.893 ແມັດກ້ອນ, ສ້າງລາຍຮັບເຂົ້າງົບປະມານໄດ້ 6 ຕື້ກວ່າກີບ, ມີລາຍຮັບ ຈາກ ພັນທະສ່ວນເກີນເຖິງ 498 ລ້ານກີບ, ປະຈຸບັນແມ່ນຍັງລໍ ຖ້າຈັດການປະມູນຂາຍໄມ້ຕື່ມ ອີກຈຳນວນ 667 ກວ່າແມັດ ກ້ອນ, ໃນນັ້ນມີໄມ້ໂກຕາ 381 ກວ່າແມັດກ້ອນ ແລະໄມ້ ຢຶດ 285 ກວ່າແມັດກ້ອນ.

ແຂວງສະຫວ ນນະເຂດມ ເກ ນດ ນການຄ າ 2000 ຕ ກ ບ
(ພາບ: Laoedaily)

ຈາກ ນີ້ຍັງມີວຽກການສົ່ງ ເສີມອຳນວຍຄວາມສະດວກ ທາງດ້ານການຄ້າ ແລະການ ເຊື່ອມໂຍງ, ວຽກງານຄຸ້ມຄອງ, ວິໄຈ ແລະພະຍາກອນ ລາຄາສິນຄ້າ, ການພັດທະນາ ຕາໜ່າງການຄ້າ, ວຽກກວດກາ, ວຽກປົກປ້ອງຜູ້ຊົມໃຊ້, ວຽກສົ່ງເສີມ ແລະພັດທະນາ ສິນຄ້າ ແລະວຽກອື່ນໆທີ່ມີການ ເຄື່ອນໄຫວໄດ້ຮັບຜົນສຳເລັດ.

ໃນກອງປະຊຸມຍັງໄດ້ມີ ການມອບໃບຍ້ອງຍໍຂອງລັດ ຖະມົນຕີກະຊວງອຸດສາຫະກຳ ແລະການຄ້າໃຫ້ກົມກອງ ແລະບຸກຄົນດີເດັ່ນ 25 ກົມ ກອງ ແລະບຸກຄົນ 68 ທ່ານ, ມອບໃບຍ້ອງຍໍຂອງກະຊວງ ໃຫ້ພາກສ່ວນກຸ່ມຜະລິດທີ່ເຂົ້າ ຮ່ວມງານວາງສະແດງ ແລະ ຈຳໜ່າຍສິນຄ້າ 8 ຫົວໜ່ວຍ ແລະມອບໃບຍ້ອງຍໍຂອງທ່ານ ເຈົ້າແຂວງສະຫວັນນະເຂດ ໃຫ້ 35 ກົມກອງ ແລະບຸກຄົນ 2 ທ່ານທີ່ປະກອບສ່ວນໃນວຽກງານການຄ້າ.

ແຂວງສະຫວ ນນະເຂດມ ເກ ນດ ນການຄ າ 2000 ຕ ກ ບ ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ

ແຂວງສະຫວ ນນະເຂດມ ເກ ນດ ນການຄ າ 2000 ຕ ກ ບ ປະເທດລາວ: ທົດລອງສົ່ງກະແສໄຟຟ້າແສງຕາເວັນ ຢູ່ແຂວງສະຫວັນນະເຂດ

ໃນອາທິດຜ່ານມາ, ປະເທດລາວ ໄດ້ມີການທົດລອງສົ່ງກະແສໄຟຟ້າຈາກໂຄງການໄຟຟ້າແສງຕາເວັນເຂົ້າສູ່ລະບົບຂອງໄຟຟ້າລາວ ຢູ່ແຂວງສະຫວັນນະເຂດ.

ແຂວງສະຫວ ນນະເຂດມ ເກ ນດ ນການຄ າ 2000 ຕ ກ ບ ຫວຽດນາມ ມີຍອດເກີນດຸນການຄ້າເກືອບ 12 ຕື້ໂດລາສະຫະລັດ ໃນ 8 ເດືອນຕົ້ນປີ

ຍສໝ - ທຽບໃສ່ກັບໄລຍະດຽວກັນຂອງປີກາຍ, ການສົ່ງອອກສິນຄ້າໃນເດືອນສິງຫາ ໄດ້ເພີ່ມຂຶ້ນ 2,5%. ການເພີ່ມຂຶ້ນຂອງການສົ່ງອອກສິນຄ້າໃນເດືອນສິງຫາ ໄດ້ເປີດກວ້າງການດຸ່ນດ່ຽງການຄ້າໃຫ້ໄດ້ ບັນລຸ 11,9 ຕື້ໂດລາສະຫະລັດ, ເຮັດໃຫ້ການຄ້າເກີນດຸນໃນ 8 ເດືອນຕົ້ນປີ ໄດ້ເພີ່ມຂື້ນ 3,5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Laoedaily

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.