ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ ປີ 2019

06:37 | 23/10/2019

ຍສໝ - ໃນຕອນເຊົ້າຂອງວັນທີ 22 ຕຸລາ 2019, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ ປີ 2019.

ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ ປີ 2019

ພາບປະກອບ

ປື້ມປົກຂາວອຸດສາຫະກຳຫວຽດນາມ 2019 ໄດ້ໄຈ້ແຍກ ແລະ ຕີລາຄາສະພາບປະຈຸບັນຂອງຂະແໜງອຸດສາຫະກຳປະດິດສ້າງຂອງຫວຽດນາມ. ປື້ມປົກຂາວຫົວນີ້ໄດ້ຊີ້ໃຫ້ເຫັນບັນດາຂໍ້ຕິດຄັດ ແລະ ບັນດາສິ່ງຄົງຄ້າງຄວນໄດ້ຮັບການແກ້ໄຂຢູ່ທັງລະດັບມະຫາພາກ ແລະ ຂັ້ນຂະແໜງ; ພ້ອມທັງຍົກອອກຂໍ້ສະເໜີແນະດ້ານນະໂຍບາຍເພື່ອແນໃສ່ບັນລຸໄດ້ຄາດໝາຍຂອງລັດຖະບານທີ່ໄດ້ວາງອອກ, ນັ້ນແມ່ນຊຸກຍູ້ການຫັນເປັນອຸດສາຫະກຳ ຜ່ານຄວາມມານະພະຍາຍາມຍົກສູງມູນຄ່າເພີ່ມ ແລະ ປັບປຸງເຕັກໂນໂລຊີມີການຄິດໄລ່ເຖິງຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ສະພາບພົນລະເມືອງຜູ້ມີອາຍຸສູງກວມເອົາສ່ວນຫຼາຍ. ປື້ມປົກຂາວອຸດສາຫະກຳຫວຽດນາມ 2019 ໄດ້ຮັບການສ້າງຂຶ້ນໃນຂອບເຂດໂຄງການໜູນຊ່ວຍລັດຖະບານຫວຽດນາມ ໃນການສ້າງຍຸດທະສາດຂະແໜງອຸດສາຫະກຳ ແລະ ບັນດານະໂຍບາຍກ່ຽວຂ້ອງເຖິງການຮັບຮອງເອົາການສ້າງກຳລັງຄວາມສາມາດລະບອບລະບຽບການ.

(ໄຊພອນ)

ເຫດການ
302 Found

Found

The document has moved here.