ເຂດອຸດສາຫະກຳ ແລະ ໂຮງງານຕ້ອງປະຕິບັດຕາມຂໍ້ກຳນົດ 5K ຢ່າງເຂັ້ມງວດ

15:28 | 17/05/2021

ຍສໝ - ບັນດາວິສາຫະກິດຕັ້ງໜ້າເຂົ້າຮ່ວມການກວດວິໄຈປະຈຳໄລຍະ ເພື່ອຮັບປະກັນໃຫ້ການຜະລິດໄດ້ດຳເນີນໄປຢ່າງປອດໄພ. ພ້ອມກັນນັ້ນ, ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ແຕ່ບໍ່ໃຫ້ຫ້າມການໄປມາແລກປ່ຽນລະຫວ່າງທ້ອງຖິ່ນ, ກຽມພ້ອມສະຖານທີ່ແຍກຕົວລວມໝູ່.

4 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 2,39 ຕື້ USD 4 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 2,39 ຕື້ USD
ກອງປະຊຸມສຳມະນາຢ່າງຖ່າຍທອດສົດ ກ່ຽວກັບຊີວິດ ແລະ ພາລະກິດ ຂອງປະທານໂຮ່ຈີມິນຢູ່ການາດາ ກອງປະຊຸມສຳມະນາຢ່າງຖ່າຍທອດສົດ ກ່ຽວກັບຊີວິດ ແລະ ພາລະກິດ ຂອງປະທານໂຮ່ຈີມິນຢູ່ການາດາ
ເຂດອຸດສາຫະກຳ ແລະ ໂຮງງານຕ້ອງປະຕິບັດຕາມຂໍ້ກຳນົດ 5K ຢ່າງເຂັ້ມງວດ

ເຂດອຸດສາຫະກຳ ແລະ ໂຮງງານຕ້ອງປະຕິບັດຕາມຂໍ້ກຳນົດ 5K ຢ່າງເຂັ້ມງວດ. ພາບ: baonhandan

ໃນກອງປະຊຸມອອນລາຍຂອງ ຄະນະປະຈຳ ຄະນະຊີ້ນຳ ແລະ ການນຳບັນດາແຂວງ, ນະຄອນ ເຊິ່ງລວມມີ ບັກນິງ, ບັກຢາງ, ດ່າໜັງ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃນເຂດອຸດສາຫະກຳ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງ ໃຫ້ກະຊວງສາທາລະນະສຸກ ຍູ້ໄວການອະນຸຍາດໃຫ້ນຳໃຊ້ເຕັກໂນໂລຢີກວດວິໄຈໃໝ່, ໄວກວ່າ ແລະ ຖືກກວ່າ, ກັນຕ່ອງໄດ້ຫຼາຍກວ່າ, ພ້ອມທັງມີການແນະນຳວິທີການນຳໃຊ້ຢ່າງລະອຽດ. ທ່ານຮອງນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ບັນດາແຂວງ, ນະຄອນ ດັ່ງກ່າວ ຈົ່ງເຜີຍແຜ່ຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ບັນດາວິສາຫະກິດທີ່ມີກຳມະກອນເປັນຈຳນວນຫຼາຍ, ພິເສດແມ່ນວິສາຫະກິດໃນເຂດອຸດສາຫະກຳ. ບັນດາວິສາຫະກິດຕັ້ງໜ້າເຂົ້າຮ່ວມການກວດວິໄຈປະຈຳໄລຍະ ເພື່ອຮັບປະກັນໃຫ້ການຜະລິດໄດ້ດຳເນີນໄປຢ່າງປອດໄພ. ພ້ອມກັນນັ້ນ, ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ແຕ່ບໍ່ໃຫ້ຫ້າມການໄປມາແລກປ່ຽນລະຫວ່າງທ້ອງຖິ່ນ, ກຽມພ້ອມສະຖານທີ່ແຍກຕົວລວມໝູ່.

ຕໍ່ໜ້າການຜັນແປຢ່າງຮ້າຍແຮງຂອງໂລກລະບາດໂຄວິດ-19, ໃນນັ້ນມີໄວຣັດສາຍພັນໃໝ່ຂອງອັງກິດ, ອິນເດຍ ຍິ່ງເຮັດໃຫ້ເກີດຄວາມການແຜ່ລະບາດຢ່າງສູງກວ່າ. ດ້ວຍເລື່ອງສ້າງແຜນການມີ 30.000 ກໍລະນີຕິດເຊື້ອພະຍາດນັ້ນ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນເຈື່ອງເຊີນ ຖືວ່າ, ບັນດາຮາກຖານສາທາລະນະສຸກຕ້ອງເປັນເຈົ້າການປະຕິບັດການວິໄຈປະຈຳໄລຍະສຳລັບບັນດາຄົນເຈັບ, ຍາດຕິພີ່ນ້ອງຄົນເຈັບທີ່ເຂົ້າ-ອອກໂຮງໝໍຢ່າງເຂັ້ມງວດ, ໃນນັ້ນຕ້ອງເອົາໃຈໃສ່ເຖິງບັນຫາກັ່ນຕອງຜູ້ສົງໄສ.

ກ່າວຄຳເຫັນທີ່ກອງປະຊຸມດ່ວນຂອງຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ນະຄອນໂຮ່ຈີມິນ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ເນັ້ນໜັກວ່າ: ທຸກອົງການທີ່ມີໜ້າທີ່, ອຳນາດການປົກຄອງທ້ອງຖິ່ນໄດ້ເລີ່ມເຄື່ອນໄຫວທຸກມາດຕະການປ້ອງກັນ, ຕ້ານໂລກລະບາດຢູ່ໃນລະດັບສູງສຸດຄືນໃໝ່; ກຽມພ້ອມວິທີການຮັບມືກັບສະພາບໂລກລະບາດແຜ່ລະບາດອອກສູ່ວົງກວ້າງໃນບໍລິເວນ.

ແລະກໍ່ໃນວັນດຽວກັນ, ທີ່ກອງປະຊຸມທາງອອນລາຍກັບປະທານຄະນະກຳມະການປະຊາຊົນບັນດາເມືອງ, ເທດສະບານເມືອງ, ນະຄອນ ເພື່ອແນໃສ່ເຊື່ອມຊຶມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ລອງອານ ຫງວຽນວັນອຸດ ໄດ້ຊີ້ນຳການກະກຽມແຜນການລະອຽດໃຫ້ທຸກສະພາບການທີ່ໂລກລະບາດອາດມີການຜັນແປຢ່າງສັບສົນ; ສ້າງແຜນການລະອຽດໃຫ້ແກ່ວຽກງານເລືອກຕັ້ງໃນເງື່ອນໄຂເກີດໂລກລະບາດ.

ຮຽກຮ້ອງມາຍັງພໍ່ແມ່ ປະຊົນບັນດາເຜົ່າທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດຕາມຄຳສັງ ເລກທີ 15/ນຍ ຢ່າງເຂັ້ມງວດ ຮຽກຮ້ອງມາຍັງພໍ່ແມ່ ປະຊົນບັນດາເຜົ່າທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດຕາມຄຳສັງ ເລກທີ 15/ນຍ ຢ່າງເຂັ້ມງວດ

ວຽກງານຕອບໂຕ້ການລະບາດ ຂອງພະຍາດໂຄວິດ-19 ຂອງໂຮງໝໍມິດຕະພາບ ທີ່ໄດ້ເຮັດຢູ່ປະຈຸບັນ, ຄືດັ່ງທີ່ທ່ານຮູ້ນຳກັນ ແລ້ວວ່າ ໂຮງໝໍດັ່ງກ່າວໄດ້ຖືກມອບໝາຍ ໃຫ້ເປັນໂຮງໝໍໜຶ່ງ ໃນໂຮງໝໍທີ່ຮັບຄົນເຈັບ ທີ່ຕິດເຊື້ອໂຄວິດ-19 ເຂົ້າມາປິ່ນປົວ ຕັ້ງແຕ່ເລີ່ມມີການລະບາດ, ແຕ່ໄລຍະທີ່ມີການລະບາດ ໃນຊຸມຊົນຄັ້ງນີ້ ພວກເຮົາກໍໄດ້ຮັບຄົນເຈັບເຂົ້າມາ ນອນນັບແຕ່ກໍລະນີທີ 59 ເປັນຕົ້ນມາ ແລະ ມີຄົນເຈັບເພີ່ມຂຶ້ນໃນແຕ່ລະມື້...

ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ມາຮອດວັນທີ 3 ມີນາ 2021, ທົ່ວໂລກມີລາຍງານການລະບາດພະຍາດດັ່ງກ່າວຫລາຍກວ່າ 115 ລ້ານຄົນ. ໃນນີ້ເສຍຊິວິດແລ້ວຫລາຍກວ່າ 2,5 ລ້ານຄົນ. ສໍາລັບການເຝົ້າລະວັງພະຍາດດັ່ງກ່າວ, ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງ ຂອງວັນທີ 2 ...

ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ

ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.625 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ໄຊພອນ

ເຫດການ
302 Found

Found

The document has moved here.