ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ມີການສົນທະນາໂທລະສັບກັບທ່ານ Chung Eui Yong - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ; ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທໍາອິດພາຍຫຼັງສອງທ່ານ ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.
ຫວຽດນາມ ປາດຖະໜາຢາກມີກະແສຟອງລົງທຶນໃໝ່ຂອງ ສ.ເກົາຫຼີ ເຂົ້າຫວຽດນາມ. ລັດຖະບານ ແລະ ອໍານາດການປົກຄອງບັນດາທ້ອງຖິ່ນຂອງຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ສ.ເກົາຫຼີ ລົງທຶນ ແລະ ດໍາເນີນທຸລະກິດຢູ່ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນ ເພື່ອ ເພີ່ມທະວີການແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.
ຍສໝ - ໃນຂອບເຂດການຢ້ຽມຢາມມິດຕະພາບ ສ.ເກົາຫຼີ ແຕ່ວັນທີ 29 ກໍລະກົດ ຫາວັນທີ 2 ສິງຫາ, ຄະນະຜູ້ແທນຂັ້ນສູງສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານປະທານ ໂດວັນຈ້ຽນ ນຳໜ້າ ໄດ້ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເພື່ອແນໃສ່ເພີ່ມທະວີການເຊື່ອມໂຍງເຂົ້າກັບປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ.
ຍສໝ - ຂໍ້ມູນຈາກການສຳຫຼວດຂອງ Agoda ທີ່ຫາກໍ່ປະກາດ, ນັກທ່ອງທ່ຽວຈາກ ສ.ເກົາຫຼີ ເປັນອັນດັບທີໜຶ່ງໃນບັນດາປະເທດທີ່ຖືກດຶງດູດຍ້ອນອາຫານ ຫວຽດນາມ, ຖັດຈາກນັ້ນແມ່ນ ຍີ່ປຸ່ນ ແລະ ໄທ.
ຍສໝ - ໃນຕອນຄ່ຳວັນທີ 2 ກັນຍານີ້, ບັນດາຮູບທຸງຊາດຫວຽດນາມ ຈະໄດ້ສະແດງຢູ່ສຳນັກງານເທສະບານແຂວງເຊອູນ, ທາດ Namsan (ສ.ເກົາຫຼີ).
ຍສໝ - ໃນຕົ້ນເດືອນມີນາ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງພິທີລົງນາມໃນບົດບັນທຶກຊ່ວຍຈຳ ລະຫວ່າງຫ້ອງການຜູ້ຕາງໜ້າການສົ່ງເສີມການທ່ອງທ່ຽວຂອງກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ປະຈຳ ສ.ເກົາຫຼີ (KVNAT) ແລະ ບໍລິສັດຫຸ້ນສ່ວນຊຳລະເງິນແຫ່ງຊາດ ຫວຽດນາມ (NAPAS). ຜ່ານໂຄງການຮ່ວມມືນີ້, ນັກທ່ອງທ່ຽວສອງປະເທດສາມາດໄປທ່ຽວຫວຽດນາມ ແລະ ສ.ເກົາຫຼີ ໂດຍບໍ່ຕ້ອງໃຊ້ເງິນສົດ.
ຮ່າໂນ້ຍ ຈະສ້າງທຸກເງື່ອນໄຂໃຫ້ແກ່ວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ສ. ເກົາຫຼີ ພວມລົງທຶນຢູ່ນະຄອນ.
ໃນລະຫວ່າງວັນທີ 13-17 ມິຖຸນາ, ອົງການສົ່ງເສີມການຄ້າ ແລະການລົງທຶນ ສ.ເກົາຫຼີ ປະຈໍາ ຮ່າໂນ້ຍ (KOTRA ຮ່າໂນ້ຍ) ໄດ້ໜູນຊ່ວຍການເຊື່ອມຕໍ່ການຄ້າທາງໄກລະຫວ່າງ 10 ຜູ້ສະໜອງທີ່ມາຈາກແຂວງ Chungbuk, ສ.ເກົາຫຼີ ກັບກວ່າ 30 ວິສາຫະກິດຊື້ສິນຄ້າຫວຽດນາມ ປະສົບຜົນສໍາເລັດ.
ຍສໝ - ເມື່ອວັນທີ 4 ເມສາ, ກະຊວງຍຸຕິທໍາ ສ.ເກົາຫຼີ (MOJ) ໃຫ້ຮູ້ວ່າ ໃນ 6 ເດືອນຕົ້ນປີນີ້, ຈະມີແຮງງານ ເຂົ້າປະເທດ ສ.ເກົາຫຼີ ກວ່າ 12.000 ຄົນ, ສິ່ງດັ່ງກ່າວຊ່ວຍແກ້ໄຂສະພາບການຂາດແຮງງານໃນຂົງເຂດກະສິກໍາ ແລະຫາປາ.
ຍສໝ - ຫວ່າງແລ້ວນີ້, ສູນກາງສະຫະພັນແມ່ຍິງຫວຽດນາມ ແລະສະຖາບັນພັດທະນາແມ່ຍິງ ສ. ເກົາຫຼີ ໄດ້ຈັດຕັ້ງເວທີປາໄສແມ່ຍິງຫວຽດນາມ - ສ.ເກົາຫຼີ ຄັ້ງທີ 8 ດ້ວຍຫົວຂໍ້ວ່າ “ແມ່ຍິງໃນຍຸກຫັນເປັນດີຈິຕອນ - ເບິ່ງຈາກຕົວຈິງຂອງປະເທດຫວຽດນາມ ແລະ ສ.ເກົາຫຼີ”.
ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ເພີ່ມທະວີຂອງ ສ.ເກົາຫຼີ, ສະໜັບສະໜູນບົດບາດຂອງອາຊຽນໃນໂຄງສ້າງພື້ນຖານ ແລະ ພັດທະນາຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ
ໃນວັນທີ 23 ມິຖຸນາ 2021, ຢູ່ຮ່າໂນ້ຍ ສສ.ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ.
ວັນທີ 27 ພະຈິກ 2019 ນີ້, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງປະຖົມມະລຶກທີ່ ນະຄອນປູຊານ, ສ.ເກົາຫຼີ, ເຊິ່ງມີບັນດາຜູ້ນຳຈາກປະເທດສະມາຊິກແມ່ນໍ້າຂອງ - ສເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ.
ວັນທີ 5 ກໍລະກົດ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ສົນທະນາທາງໄກ ກັບທ່ານ Han Duck-soo ນາຍົກລັດຖະມົນຕີ ສ.ເກົາຫຼີ.
ຍສໝ - ວັນທີ 12 ພຶດສະພາ, ຢູ່ນະຄອນກຸຍເຍິນ (ແຂວງບິ່ງດິ້ງ), ກະຊວງການຕ່າງປະເທດ, ສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ໄດ້ຈັດຕັ້ງບັນດາເຫດການ “ພົບປະ ສ.ເກົາຫຼີ - ບິ່ງດິ້ງ 2022”.
ຍສໝ - ເມື່ອບໍ່ດົນມານີ້, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ Park Noh Wan ໃຫ້ຮູ້ວ່າ: ສ.ເກົາຫຼີ ປາດຖະໜາຢາກຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ໄດ້ຈັດພິທີມອບຫຼຽນໄຊມິດຕະພາບ ໃຫ້ທ່ານ Lee Huyk - ອະດີດເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, ຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເອກອັກຄະລັດຖະທູດ ໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ.
ຍສໝ - ຜູ້ໂດຍສານໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
ຍສໝ - ລັດຖະບານ ສ.ເກົາຫຼີ ໃຫ້ຮູ້ວ່າ, ຈະປິ່ນປົວໃຫ້ພົນລະເມືອງຫວຽດນາມ ຢູ່ປະເທດນີ້ໂດຍບໍ່ເສຍຄ່າ ຖ້າມີກໍລະນີຕິດເຊື້ອພະຍາດ SARS-CoV-2.