ນັກທ່ອງທ່ຽວຫວຽດນາມ - ສ.ເກົາຫຼີ ສາມາດເດີນທາງໂດຍບໍ່ຕ້ອງໃຊ້ເງິນສົດ

08:41 | 06/03/2023

ຍສໝ - ໃນ​ຕົ້ນ​ເດືອນ​ມີນາ, ຢູ່​ຮ່າ​ໂນ້ຍ ໄດ້ຈັດຕັ້ງພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ​ລະຫວ່າງ​ຫ້ອງການຜູ້ຕາງໜ້າ​ການສົ່ງ​ເສີມ​ການທ່ອງທ່ຽວຂອງກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ປະຈຳ ສ.​ເກົາຫຼີ (KVNAT) ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ຊຳລະ​ເງິນ​ແຫ່ງ​ຊາດ ຫວຽດນາມ (NAPAS). ຜ່ານ​ໂຄງການ​ຮ່ວມ​ມື​ນີ້, ນັກ​ທ່ອງ​ທ່ຽວ​ສອງ​ປະ​ເທດ​ສາມາດ​ໄປ​ທ່ຽວ​ຫວຽດນາມ ​ແລະ ສ.​ເກົາຫຼີ ​ໂດຍ​ບໍ່​ຕ້ອງ​ໃຊ້​ເງິນ​ສົດ.

ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ
ສ.ເກົາຫຼີ ເປີດ​ຫ້ອງ​ສອນ​ພາ​ສາ ສ.ເກົາຫຼີ ​ຢູ່​ຕ່າງ​ປະ​ເທດ ໃນ​ນັ້ນ​ມີ ຫວຽດ​ນາມ ສ.ເກົາຫຼີ ເປີດ​ຫ້ອງ​ສອນ​ພາ​ສາ ສ.ເກົາຫຼີ ​ຢູ່​ຕ່າງ​ປະ​ເທດ ໃນ​ນັ້ນ​ມີ ຫວຽດ​ນາມ

ໃນ​ຕົ້ນ​ເດືອນ​ມີນາ, ຢູ່​ຮ່າ​ໂນ້ຍ ໄດ້ຈັດຕັ້ງພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ​ລະຫວ່າງ​ຫ້ອງການຜູ້ຕາງໜ້າ​ການສົ່ງ​ເສີມ​ການທ່ອງທ່ຽວຂອງກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ປະຈຳ ສ.​ເກົາຫຼີ (KVNAT) ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ຊຳລະ​ເງິນ​ແຫ່ງ​ຊາດ ຫວຽດນາມ (NAPAS). ຜ່ານ​ໂຄງການ​ຮ່ວມ​ມື​ນີ້, ນັກ​ທ່ອງ​ທ່ຽວ​ສອງ​ປະ​ເທດ​ສາມາດ​ໄປ​ທ່ຽວ​ຫວຽດນາມ ​ແລະ ສ.​ເກົາຫຼີ ​ໂດຍ​ບໍ່​ຕ້ອງ​ໃຊ້​ເງິນ​ສົດ.

ນັກທ່ອງທ່ຽວຫວຽດນາມ - ສ.ເກົາຫຼີ ສາມາດເດີນທາງໂດຍບໍ່ຕ້ອງໃຊ້ເງິນສົດ

ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ​ລະຫວ່າງ KVNAT ​ແລະ NAPAS.

ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ, 2 ຝ່າຍ​ຈະ​ພັດທະນາ​ສິ່ງອຳນວຍຄວາມສະດວກໃນການຊຳລະ​ ໂດຍ​ບໍ່​ມີ​ການ​ແລກປ່ຽນ​ເງິນຕາ​ສຳລັບນັກ​ທ່ອງ​ທ່ຽວ​ຂອງ 2 ປະ​ເທດ, ​ເປັນຂົວ​ຕໍ່​ແລກປ່ຽນ​ໃຫ້​ບັນດາ​ບໍລິສັດ Fintech ທ່ອງທ່ຽວລະຫວ່າງ 2 ປະ​ເທດ, ພ້ອມ​ກັນ​ນັ້ນ​ ກໍ່ຊຸກຍູ້​ການ​ແລກປ່ຽນ​ການທ່ອງທ່ຽວ​ໂດຍ​ກົງ ​ແລະ ທາງອ້ອມ​ລະຫວ່າງ​ສອງ​ປະ​ເທດ.

ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ກໍ່ຈະ​ເປັນ​ຂົວ​ຕໍ່, ສ້າງສະພາບ​ແວດ​ລ້ອມ​ເພື່ອ​ຊ່ວຍ​ໃຫ້​ຂະ​ແໜງ​ການ​ທ່ອງ​ທ່ຽວ ຫວຽດນາມ - ສ.​ເກົາຫຼີ ພ້ອມກັນພັດທະນາ​. ​ໃນອະນາຄົດ​, ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ​ແລະ ຫວຽດນາມ ຈະ​ໄດ້​ຮັບ​ການ​ບໍລິການ​ສະດວກ​ສະບາຍ​ທີ່​ຫຼາກ​ຫຼາຍ, ສາມາດ​ຊື້​ເຄື່ອງ​ຢ່າງ​ສະດວກ​ສະບາຍ​ດ້ວຍ​ລະຫັດ QR ​ແລະ ​ໂທລະສັບ​ມື​ຖື ​ໂດຍ​ບໍ່​​ຕ້ອງ​ປ່ຽນ​ເງິນ​ຕາຢູ່​ສອງ​ປະ​ເທດ.

ຕາມ​ທ່ານ ຫງວຽນ​ກວາງ​ຮືງ, ປະທານ NAPAS ແລ້ວ, ພິທີ​ລົງ​ນາມ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ສະໜອງສິ່ງອຳນວຍຄວາມສະດວກໃນການຊຳລະ​ເງິນ​ທາງ​ເອ​ເລັກ​ໂຕຣນິກ​ແບບ​ງ່າຍດາຍ, ສະດວກ ​ແລະ ປອດ​ໄພ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຂອງ 2 ປະ​ເທດ. ສອງ​ຝ່າຍ​ຈະ​ສືບ​ຕໍ່​ປຶກສາ​ຫາລື ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ໂຄສະນາ ​ແລະ ການ​ຕະຫຼາດ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ມີຖ້ຽວການທ່ອງທ່ຽວທີ່ມີ​ຄວາມ​ປອດ​ໄພ ​ແລະ ສະດວກ​ທີ່​ສຸດ.

ໂດຍກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ດວ່ານວັນຫວຽດ - ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຖື​ວ່າ: ການທ່ອງທ່ຽວ​ແມ່ນໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່ຟົດຟື້ນ​ທີ່​ສຸດ ​ແລະ ​ເປັນ​ຂົວ​ຕໍ່​ສຳຄັນ​ໃນ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ສ.​ເກົາຫຼີ ​ແລະ ຫວຽດນາມ. ທ່ານ ດວ່ານວັນຫວຽດ ປາດ​ຖະໜາ​ວ່າ ຜ່ານ​ພິທີ​ລົງ​ນາມ​ໃນ​ການ​ຮ່ວມ​ມື​ຄັ້ງ​ນີ້, ຈະ​ປະກອບສ່ວນ​ນຳ​ຄວາມ​ສະດວກ​ສະບາຍ​ມາໃຫ້​ແກ່​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ​ແລະ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຊຸກຍູ້​ການ​ແລກປ່ຽນ​ນັກ​ທ່ອງ​ທ່ຽວ​ຂອງ 2 ປະ​ເທດ, ພ້ອມ​ກັນ​ນັ້ນ​ ກໍ່​ປະກອບສ່ວນ​ເຂົ້າ​ໃນ​ແຜນການ​ປະຕິບັດ “ການຈ່າຍເງິນແບບບໍ່ຕ້ອງໃຊ້ເງິນສົດ” ຂອງ​ລັດຖະບານ​ຫວຽດນາມ ​ໄລຍະ 2021-2025.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.