ສ.ເກົາຫຼີ ເພີ່ມທະວີການນໍາໃຊ້ແຮງງານຕ່າງປະເທດ ໃນນັ້ນ ມີແຮງງານຫວຽດນາມ

07:32 | 06/04/2022

ຍສໝ - ເມື່ອວັນທີ 4 ເມສາ, ກະຊວງຍຸຕິທໍາ ສ.ເກົາຫຼີ (MOJ) ໃຫ້ຮູ້ວ່າ ໃນ 6 ເດືອນຕົ້ນປີນີ້, ຈະມີແຮງງານ ເຂົ້າປະເທດ ສ.ເກົາຫຼີ ກວ່າ 12.000 ຄົນ, ສິ່ງດັ່ງກ່າວຊ່ວຍແກ້ໄຂສະພາບການຂາດແຮງງານໃນຂົງເຂດກະສິກໍາ ແລະຫາປາ.

ເກີນ​ເທີ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ປ້ອງ​ກັນ, ຕ້ານ​ໂຄວິດ - 19 ຈາກ ​ສ.ເກົາຫຼີ ແລະ ຍີ່​ປຸ່ນ. ເກີນ​ເທີ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ປ້ອງ​ກັນ, ຕ້ານ​ໂຄວິດ - 19 ຈາກ ​ສ.ເກົາຫຼີ ແລະ ຍີ່​ປຸ່ນ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ

ອາທິດແລ້ວນີ້, ກະຊວງຍຸຕິທໍາ ສ.ເກົາຫຼີ ກໍ່ຕົກລົງຕໍ່ກຳນົດ​ເວລາພັກເຊົາ ແບບອັດຕະໂນມັດໃຫ້ແກ່ແຮງງານຕ່າງປະເທດກວ່າ 130.000 ຄົນ ແລະລູກເຮືອກໍາປັ່ນຫາປາ 950 ຄົນ (ໃນນັ້ນມີແຮງງານ ຫວຽດນາມ ປະມານ 3.000 ຄົນ) ທີ່ມີວີຊາໝົດກຳນົດ ໃນລະຫວ່າງວັນທີ 13 ເມສາ ຮອດວັນທີ 31 ທັນວາ ປີ 2022. ກະຊວງຍຸຕິທໍາ ສ.ເກົາຫຼີ ໃຫ້ຮູ້ວ່າ ມີ ແຜນການຊ່ວຍຂະແໜງອຸດສາຫະກໍາຢູ່ທ້ອງຖິ່ນທີ່ຂາດເຂີນແຮງງານ ໃນ 6 ເດືອນທ້າຍປີ 2022 ດ້ວຍການນໍາໃຊ້ແຮງງານ ຕ່າງປະເທດທີ່ເຂົ້າມາຕັ້ງຖິ່ນຖານ.

ສ.ເກົາຫຼີ ເພີ່ມທະວີການນໍາໃຊ້ແຮງງານຕ່າງປະເທດ ໃນນັ້ນ ມີແຮງງານຫວຽດນາມ
ສ.ເກົາຫຼີ ເພີ່ມທະວີການນໍາໃຊ້ແຮງງານຕ່າງປະເທດ ໃນນັ້ນ ມີແຮງງານຫວຽດນາມ. ພາບ: TTXVN

ຕາມໂຄງການອອກໃບອະນຸຍາດເຮັດວຽກໃຫ້ແຮງງານ​ຕ່າງປະ​ເທດ (ໂຄງການ EPS) ແລ້ວ, ນັບແຕ່ຕົ້ນປີ ມາຮອດປັດຈຸບັນ, ແຕ່ລະອາທິດມີແຮງງານຫວຽດນາມປະມານ 100 ຄົນ ເຂົ້າປະເທດສ.ເກົາຫຼີ ຕາມໂຄງການ EPS ແຕ່ວ່າຕ້ອງໄດ້ແຍກປ່ຽວ.

ວັນທີ 1 ເມສາ, ພາຍຫຼັງທີ່ລັດຖະບານ ສ.ເກົາຫຼີ ໄດ້ຕົກລົງຜ່ອນຜັນຂໍ້ກໍາ ນົດວ່າດ້ວຍການປ້ອງກັນໂລກລະບາດສຳລັບຊາວຕ່າງປະເທດ ເຂົ້າເມືອງ, ຄາດຄະເນວ່າ ປະລິມານແຮງງານຫວຽດນາມທີ່ຈະເຂົ້າ ສ.ເກົາຫຼີ ຕາມໂຄງການ EPS ຈະເພີ່ມຂຶ້ນສູງ.

ຊາວຜູ້ອອກແຮງງານຫວຽດນາມ ປະກອບເອກະສານເຂົ້າເມືອງ ຢູ່ສະໜາມບິນ Incheon, ສ.ເກົາຫຼີ.

ບູນມີ

ເຫດການ
302 Found

Found

The document has moved here.