ຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ

13:47 | 24/06/2021

ໃນວັນທີ 23 ມິຖຸນາ 2021, ຢູ່ຮ່າໂນ້ຍ ສສ.ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ.

ຫວຽດນາມ - ສ.ເກົາຫຼີ: ຊອກຫາວິທີແກ້ໄຂ  ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ ຫວຽດນາມ - ສ.ເກົາຫຼີ: ຊອກຫາວິທີແກ້ໄຂ ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ
ອາເມລິກາ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ ອາເມລິກາ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ
ຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ
ລັດຖະມົນຕີສອງປະເທດຢັ້ງຢືນວ່າ ຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ. ພາບ: TTXVN

ທີ່ການເຈລະຈາ, ລັດຖະມົນຕີສອງປະເທດຢັ້ງຢືນວ່າ ຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ; ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ; ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງໃຫ້ຫຼາຍກວ່າອີກ, ຊຸກຍູ້ການຮ່ວມມືລະຫວ່າງບັນດາຂະແໜງການ ແລະ ທ້ອງຖິ່ນ; ຮ່ວມມືກັນຕ້ານໂລກລະບາດໂຄວິດ - 19; ເປີດກວ້າງການຮ່ວມມື, ລົງທຶນ, ການຄ້າ, ຊ່ວຍເຫຼືອກັນພັດທະນາ ແລະ ປົກປ້ອງພົນລະເມືອງ. ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ຮ່ວມມືຢ່າງມີປະສິດທິຜົນໃນບັນດາກົນໄກຫຼາຍຝ່າຍ; ສົມທົບກັນຢ່າງຕັ້ງໜ້າເພື່ອໃຫ້ ຫວຽດນາມ ສວມບົດບາດເປັນປະເທດປະສານງານ ອາຊຽນ - ສ.ເກົາຫຼີ ນັບແຕ່ເດືອນ ສິງ ຫາ 2021 ນີ້ ໄດ້ເປັນຢ່າງດີ; ສະໜັບສະໜູນການຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ, ສອດຄ່ອງກັບກົດໝາຍສາກົນ; ສືບຕໍ່ເສີມຂະຫຍາຍ, ປະກອບສ່ວນເຂົ້າໃນການຊຸກຍູ້ການເຈລະຈາ, ການຮ່ວມມືໃນແຫຼມເກົາຫຼີ.

ກ່ອນໜ້ານັ້ນ, ໃນວັນທີ 16 ມິຖຸນາ 2021, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບການເຂົ້າຢ້ຽມຄຳນັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ 2 ຝ່າຍຄວນຂຸດຄົ້ນທ່າແຮງໃນການຮ່ວມມືໃນຂົງເຂດຕ່າງໆຄື ການລົງທຶນ, ການຄ້າ, ວິທະຍາສາດ ເຕັກໂນໂລຢີ, ວັດທະນະທຳການສຶກສາ, ສະເໜີ ສ.ເກົາຫຼີຊ່ວຍໜູນວົງຄະນະຍາດຊາວຫວຽດນາມອາໄສຢູ່ ສ.ເກົາຫຼີ... ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ເລື່ອງ ສ.ເກົາຫຼີ ໄດ້ສົມທົບ, ຊ່ວຍໜູນຫວຽດນາມ ເຮັດສຳເລັດບົດບາດເປັນປະທານໝູນວຽນ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ ອາຍຸການ 2020-2021 ແລະ ຖືວ່າ 2 ຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນໃນໄລຍະຫວຽດນາມແບກຫາບບົດບາດເປັນຜູ້ປະສານງານການພົວພັນ ອາຊຽນ-ສເກົາຫຼີ ອາຍຸການ 2021-2024.

ຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ. ພາບ: sggp.org.vn

ແລະ ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງເນັ້ນໜັກວ່າ 2 ຝ່າຍຄວນສືບຕໍ່ປັບປຸງ ແລະ ເພີ່ມທະວີຄວາມເຊື່ອໝັ້ນການເມືອງ; ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022; ສົ່ງເສີມ ແລະ ຮັບປະກັນເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສເກົາຫຼີ ສືບຕໍ່ລົງທຶນ ແລະ ເປີດກ້ວາງການລົງທຶນຢູ່ຫວຽດນາມ.

VKBIA  ມະ​ຫາ​ວິ​ທະ​ຍາ​ໄລ Songgok (ສ.ເກົາຫຼີ) ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ VKBIA ມະ​ຫາ​ວິ​ທະ​ຍາ​ໄລ Songgok (ສ.ເກົາຫຼີ) ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ

ຍ​ສ​ໝ - ເພື່ນ​ແນ​ໃສ່​ຫັນ​ການ​ເຊື່ອມ​ຕໍ່​ມີ່​ມີ​ຄວາມຫຼາຍ​ປະ​ກົດ​ຜົນ​ເປັນ​ຈິງ, ສະ​ມ​າ​ຄົມ​ນັກ​ທຸ​ລະ​ກິດ ແລະ ລົງ​ທຶນ ຫວຽດ​ນາມ - ສ.ເກົາຫຼີ ໄດ້​ລົງ​ນາມ​ບົດ​ບັນ​ທຶກ​ຊ່​ວນ​ຈຳ​ກ່​ຽວ​ກັບ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານກັບ​ມະ​ຫາ​ວິ​ທະ​ຍາ​ໄລ Songgok ເພື່ອ​ແນ​ໃສ່​ບຳ​ລຸງ​ສ້າງ​ແຫຼ່ງ​ຊັ​ບ​ພະ​ຍາ​ກອນ​ທີ່​ມີ​ຄຸນ​ນະ​ພາບ, ມີ​ສີ​ມື​ສູງ ແລະ ມີ​ຄວາມ​ຮູ້​ດ້ານ​ວັດ​ທະ​ນະ​ທຳ, ພາ​ສາ​ ສ.ເກົາຫຼີ, ຕອບ​ສະ​ໜອງ​ໃຫ້​ແກ່​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ພວມ​ເຮັດ​ວຽກ​ຢູ່​ບັນ​ດາ​ວິ​ສາ​ຫະ​ກິດ FDI.

ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດຫວຽດ​ນາມ ບຸ່ຍແທງເຊີນ ໄດ້ມີການສົນທະນາໂທລະສັບກັບທ່ານ Chung Eui Yong - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ; ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທໍາອິດພາຍຫຼັງສອງທ່ານ ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.

ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ

ຍສໝ - ການຕໍ່ກຳນົດເວລານີ້ຈະໄດ້ນໍາໃຊ້ສໍາລັບຄົນງານທີ່ມີວີຊາ E-9 ແລະ ຜູ້ທີ່ຖືວີຊ່າເຮັດວຽກ H-2 ທີ່ຈະໝົດອາຍຸລະຫວ່າງວັນທີ 13 ເມສາ ເຖິງ 31 ທັນວາຂອງປີນີ້.

ໄຊພອນ

ເຫດການ
302 Found

Found

The document has moved here.