ສ.ເກົາຫຼີ ຢາກຍົກລະດັບການພົວພັນກັບຫວຽດນາມ

08:07 | 23/10/2021

ຍສໝ - ເມື່ອບໍ່ດົນມານີ້, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ Park Noh Wan ໃຫ້ຮູ້ວ່າ: ສ.ເກົາຫຼີ ປາດຖະໜາຢາກຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

ການສົ່ງອອກໝາກໄມ້ ແລະ ຜັກຂອງຫວຽດນາມໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງ ການສົ່ງອອກໝາກໄມ້ ແລະ ຜັກຂອງຫວຽດນາມໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງ
ບຸ​ລະ​ມະ​ສິດຫຼັກ​ແຫຼ່ງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຜ່ານ​ຜ່າ​ໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ ບຸ​ລະ​ມະ​ສິດຫຼັກ​ແຫຼ່ງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຜ່ານ​ຜ່າ​ໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ

ທ່ານເອກອັກຄະລັດຖະທູດ Park Noh Wan ປະກາດວ່າ ສ.ເກົາຫຼີ ຈະສະໜັບສະໜູນລັດຖະບານ ແລະ ປະຊາຊົນຫວຽດນາມ ດ້ວຍວັກຊີນ Astra Zeneca 1,1 ລ້ານໂດສ ແລະ ຄາດວ່າຈະມາຮອດຫວຽດນາມ ໃນວັນທີ 13 ຕຸລາ; ໃນຂະນະນັ້ນ, ສ.ເກົາຫຼີຈະສືບຕໍ່ພິຈາລະນາການໜູນຊ່ວຍດ້ານການແພດ, ໃນນັ້ນມີວັກຊີນ ໃຫ້ແກ່ຫວຽດນາມໃນໄລຍະຈະມາເຖິງ.

ທ່ານເອກອັກຄະລັດຖະທູດ Park Noh Wan ຢືນຢັນວ່າ ຫວຽດນາມເປັນຄູ່ຮ່ວມມືສໍາຄັນທີ່ສຸດຂອງ ສ.ເກົາຫຼີ, ໂດຍສະເພາະ ແມ່ນໃນດ້ານເສດຖະກິດ, ການລົງທຶນ ແລະ ການຄ້າ. ສ.ເກົາຫຼີ ປາດຖະໜາຢາກຍົກລະດັບການພົວພັນລະຫວ່າງສອງປະເທດ ຂຶ້ນສູ່ລະດັບສູງໃໝ່ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 30 ປີ.

ສ.ເກົາຫຼີ ຢາກຍົກລະດັບການພົວພັນກັບຫວຽດນາມ
ທ່ານເອກອັກຄະລັດຖະທູດ Park Noh Wan ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍ່ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຂອງສອງປະເທດ ແລະ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບ ສ.ເກົາຫຼີ ເພື່ອຊຸກຍູ້ປະສິດທິຜົນ ແລະ ເນື້ອໃນຂອງບັນດາກົນໄກທີ່ມີຢູ່ແລ້ວ ແລະ ເປີດຍຸກໃໝໃນໄລຍະໃໝ່ ຍົກລະດັບການຮ່ວມມືດ້ວຍຜົນສໍາເລັດໃໝ່ຫຼາຍຢ່າງ, ເປົ້າໝາຍສູງກວ່າ ແລະ ມຸ່ງໄປສູ່ອະນາຄົດອັນດີງາມໃນສາຍພົວພັນລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ຮັກສາການແລກປ່ຽນ ແລະ ພົບປະພົວພັນຄະນະຜູ້ແທນຂັ້ນສູງໃນຫຼາຍຮູບແບບທີ່ມີໄຫວພິບ, ເພີ່ມທະວີການພົວພັນທາງການທູດປະຊາຊົນ, ຜ່ານນັ້ນ ກໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າຝ່າຍ ສ.ເກົາຫຼີ ຈະສືບຕໍ່ໃຫ້ການຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ, ໂດຍສະເພາະແມ່ນວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19, ພັດທະນາອຸດສາຫະກຳການຢາ ແລະ ຍົກລະດັບຄວາມສາມາດທາງການແພດ.

ສອງຝ່າຍສືບຕໍ່ຊຸກຍູ້ບັນດາວິສາຫະກິດ ສ.ເກົາຫຼີ, ພິເສດແມ່ນບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ສ.ເກົາຫຼີ ສືບຕໍ່ລົງທຶນເຂົ້າຫວຽດນາມ; ສະເໜີໃຫ້ທັງສອງຝ່າຍຄົ້ນຄວ້າການເຊື່ອມຕໍ່ຖ້ຽວບິນການຄ້າ ຄືນໃໝ່ໂດຍໄວ; ຮັບຮອງໜັງສືຜ່ານແດນວັກຊີນຂອງຊຶ່ງກັນແລະກັນໂດຍໄວ, ເຮັດໃຫ້ກິດຈະກໍາທາງເສດຖະກິດ ລະຫວ່າງສອງປະເທດເປັນເປັນປົກກະຕິ, ຜ່ານນັ້ນ ກໍ່ປະກອບສ່ວນເຮັດໃຫ້ລະບົບຕ່ອງໂສ້ການສະໜອງສິນຄ້າ ລະຫວ່າງສອງປະເທດ ແລະ ທົ່ວໂລກເປັນປົກກະຕິ.

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ ສ.ເກົາຫຼີ ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.