ກອງປະຊຸມຊຸດຍອດຂອບການຮ່ວມມືແມ່ນ້ຳຂອງ ສ.ເກົາຫຼີ ຄັ້ງປະຖົມມະລຶກ

16:05 | 29/11/2019

ວັນທີ 27 ພະຈິກ 2019 ນີ້, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງປະຖົມມະລຶກທີ່ ນະຄອນປູຊານ, ສ.ເກົາຫຼີ, ເຊິ່ງມີບັນດາຜູ້ນຳຈາກປະເທດສະມາຊິກແມ່ນໍ້າຂອງ - ສເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານາທິບໍດີສາທາລະນະລັດ ເກົາຫຼີ ແລະ ທ່ານນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ. ຂອບການຮ່ວມມືແມ່ນໍ້າຂອງ- ສ ເກົາຫຼີໄດ້ຖືກສ້າງຕັ້ງຂຶ້ນໃນປີ 2011 ໂດຍມີປະເທດສະມາຊິກທັງໝົດ 6 ປະເທດຄື: ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສ ເກົາຫຼີ.

ຈຸດປະສົງຂອງການສ້າງຕັ້ງກົນໄກການຮ່ວມມືດັ່ງກ່າວ ແມ່ນເພື່ອຮັດແໜ້ນການພົວພັນ ແລະ ຮ່ວມມືທາງດ້ານເສດຖະກິດ ລະຫວ່າງບັນດາປະເທດແມ່ນໍ້າຂອງກັບ ສ ເກົາຫຼີ ກໍຄືເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ສ ເກົາຫຼີ. ກອງປະຊຸມສຸດຍອດແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງປະຖົມມະລຶກໃນປີນີ້, ແມ່ນເປັນຂີດໝາຍປະຫວັດສາດອັນສໍາຄັນໃນການຍົກລະດັບກົນໄກການຮ່ວມມືຂຶ້ນສູ່ລະດັບສູງສຸດ, ພ້ອມທັງເປັນໂອກາດອັນດີໃນການຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າສໍາລັບຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫຼີ ເພື່ອກະຕຸກຊຸກຍູ້ການເຕີບໃຫຍ່ຂະຫຍາຍຕົວເສດຖະກິດໃນພາກພື້ນແມ່ນໍ້າຂອງ.

ກອງປະຊຸມຊຸດຍອດຂອບການຮ່ວມມືແມ່ນ້ຳຂອງ ສ.ເກົາຫຼີ ຄັ້ງປະຖົມມະລຶກ

ກອງປະຊຸມຊຸດຍອດຂອບການຮ່ວມມືແມ່ນ້ຳຂອງ ສ.ເກົາຫຼີ ຄັ້ງປະຖົມມະລຶກ. (ພາບ: asean news)

ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ - ສ ເກົາຫຼີ ຄັ້ງທີ 9 ເຊິ່ງໄດ້ຈັດຂຶ້ນ ໃນເດືອນສິງຫາ 2019 ຜ່ານມາ. ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃຕ້ຂອບການຮ່ວມມືດັ່ງກ່າວ ໃນໄລຍະ 1 ປີຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານ 3 ປີ ແມ່ນໍ້າຂອງ ສ ເກົາຫຼີ (2017-2020) ແລະ ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ ສ.ເກົາຫຼີ ຄັ້ງທີ 8, ເຊິ່ງບັນດາຜູ້ນໍາແມ່ນໍ້າຂອງ ສ.ເກົາຫຼີ ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ເຫັນວ່າຂອບການຮ່ວມມືດັ່ງກ່າວມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂຄງການຕ່າງໆພາຍໃຕ້ກອງທຶນຮ່ວມ ມືແມ່ນໍ້າຂອງ-ສ ເກົາຫຼີ ໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນບັນດາປະເທດສະມາຊິກຢ່າງເປັນຮູບປະທໍາ ແລະ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ໃນພາກພື້ນແມ່ນໍ້າຂອງ.

ໃນນັ້ນ, ລວມມີ 3 ໂຄງການ ທີ່ກໍາລັງຈັດຕັ້ງປະຕິບັດຢູ່ ສປປ ລາວ ຄື: 1. ໂຄງການເພີ່ມຄວາມອາດສາມາດຂອງປະຊາຊົນ ແລະ ບັນດາເມືອງທຸກຍາກ ຂອງ ສປປ ລາວ ໃນການເຂົ້າເຖິງນິຕິກໍາ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າເພື່ອເປັນການກະກຽມໃຫ້ແກ່ການເຊື່ອມໂຍງ, ການຮ່ວມມືເສດຖະກິດ, ສະຖາບັນ ແລະ ການເປີດກວ້າງທາງດ້ານການຄ້າ; 2. ໂຄງການສ້າງແຜນແມ່ບົດ ແລະ ຄວາມອາດສາມາດ ເພື່ອພັດທະນາພື້ນຖານໂຄງລ່າງດ້ານອຸຕຸນິຍົມ ແລະ ອຸທົກກະສາດ ໃນອ່າງແມ່ນໍ້າຂອງ ຢູ່ ສປປ ລາວ ໃຫ້ທັນສະໄໝ ແລະ 3 ໂຄງການພັດທະນາລະບົບຕິດຕາມການຈັດຕັ້ງປະຕິບັດໂຄງການ ໃນຂົງເຂດພາກພື້ນແມ່ນໍ້າຂອງລວມທັງໝົດ 3 ໂຄງການໃນມູນຄ່າ 1.263.494 ໂດລາສະຫະລັດ.

ພ້ອມດຽວກັນນັ້ນ, ບັນດາຜູ້ນໍາປະເທດແມ່ນໍ້າຂອງຍັງໄດ້ສະແດງ ຄວາມຊົມເຊີຍ ແລະ ຂອບໃຈຕໍ ສ. ເກົາຫຼີ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂອບການຮ່ວມມືດັ່ງກ່າວ, ໂດຍສະເພາະການເພີ່ມງົບປະມານຊ່ວຍເຫຼືອເຂົ້າ ໃນກອງທຶນຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຈາກ 1,12 ລ້ານໂດລາ ໃນປີ 2018 ມາເປັນ 2 ລ້ານໂດລາໃນປີ 2019 ແລະ ມີແຜນຈະເພີ່ມຂຶ້ນເປັນ 3 ລ້ານໂດລາ ໃນປີ 2020. ຜູ້ນໍາ ສ ເກົາຫຼີ ກໍໄດ້ຢໍ້າຄືນເຖິງ ນະໂຍບາຍຫັນສູ່ທິດໃຕ້ໃໝ່ຂອງ ສ ເກົາຫຼີ ເຊິ່ງເປັນຂໍ້ລິເລີ່ມໜຶ່ງທີ່ຖືກກັບກາລະໂອກາດແຫ່ງການສົ່ງເສີມການຮ່ວມມືເພື່ອການພັດທະນາດ້ານເສດຖະກິດບົນຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ.

ກອງປະຊຸມໄດ້ຮັບຮອງ ເອົາເອກະສານສໍາຄັນຈໍານວນ 1 ສະບັບຄື: ຖະແຫຼງການແມ່ນໍ້າ ຂອງ-ແມ່ນໍ້າຮັນວ່າດ້ວຍການສ້າງຄູ່ຮ່ວມມືເພື່ອປະຊາຊົນ, ວັດທະນາຖາວອນ ເຊິ່ງປະກອບມີ 3 ເສົ້າຄໍ້າ ຄື: 1. ປະຊາຊົນ ໃນສັງຄົມທີ່ມີສ່ວນຮ່ວມ. 2. ຄວາມວັດທະນາຖາວອນຈາກການແບ່ງປັນປະສົບການ 3 ສັນຕິພາບເພື່ອ ການພັດທະນາທີ່ຍືນຍົງ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 26 ພະຈິກ 2019, ທ່ານ ທອງລຸນ ສີສຸລິດ ຍັງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດເພື່ອສະຫຼອງການພົວພັນອາຊຽນ-ສ.ເກົາຫຼີ ຄົບ ຮອບ 30 ປີທີ່ປູຊານ, ສ.ເກົາຫຼີ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ມູ ແຈ ອິນ, ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

ກອງປະຊຸມຄັ້ງນີ້, ຜູ້ນຳອາຊຽນ ແລະ ສ ເກົາຫຼີ ໄດ້ລົງເລິກປຶກສາຫາລືກັນ 3 ຫົວຂໍ້: ທົບທວນຄືນການຮ່ວມມື 30 ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າ, ຮັດແໜ້ນການ ເຊື່ອມຈອດເພື່ອຄວາມສົມບູນພູນສຸກ ແລະ ຍືນຍົງ ແລະ ບັນຫາແຫຼມເກົາຫຼີ. ສຳລັບທິດທາງໃນຕໍ່ໜ້າ ສ.ເກົາ ຫຼີ ຢືນຢັນຈະສືບຕໍ່ສະໜັບສະໜູນຄວາມເປັນແກນກາງຂອງ ອາຊຽນ ແລະ ບັນດາກົນໄກທີ່ ອາຊຽນເປັນຜູ້ນຳພາເຊັ່ນ: ອາ ຊຽນ+1, ອາຊຽນ+3, ເອອາ ເອັຟ, ອີເອເອັດສ ແລະ ອື່ນໆ. ພ້ອມນັ້ນ, ຍັງເຫັນດີຕໍ່ການກະກຽມຮ່າງແຜນປະຕິບັດງານການຮ່ວມມືອາຊຽນ-ສ ເກົາຫຼີ ສະບັບໃໝ່ 2021-2025 ເພື່ອໃຫ້ສາມາດຮັບຮອງເອົາໃນປີ 2020. ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ສ ເກົາຫຼີຄົບຮອບ 30 ປີຄັ້ງນີ້, ບັນດາຜູ້ນຳອາຊຽນໄດ້ຮັບຮອງເອົາ 2 ເອກະສານຄື: ຖະແຫຼງການຮ່ວມຜູ້ນຳອາຊຽນ-ສ ເກົາຫຼີ ສະເຫຼີມສະຫຼອງ 30 ປີ ແລະ ຖະ ແຫຼງການປະທານຮ່ວມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.