![]() | ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່ |
![]() | ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ |
ຜ່ານການຢັ້ງຢືນຂໍ້ມູນຈາກຕຳຫຼວດນະຄອນ Seogwipo ໃຫ້ຮູ້ວ່າ ເຮືອ 2066 Chesongho ໄດ້ປະສົບອຸບັດຕິເຫດ ແລະ ຫຼົ້ມໃນເວລາ 20 ໂມງ 30 ນາທີ ເມື່ອກຳລັງເຄື່ອນໄຫວຫາປາຢູ່ທະເລ, ຫ່າງຈາກທ່າເຮືອ Seogwipo ປະມານ 8 ກິໂລແມັດ. ໃນເຮືອ ມີລວມລູກເຮືອທັງໝົດ 10 ຄົນ, ໃນນັ້ນມີ ລູກເຮືອ 3 ຄົນເປັນຊາວ ຫວຽດນາມ.
ກຳລັງກູ້ຊີບໄດ້ມີໜ້າຢູ່ສະຖານທີ່ເກີດເຫດຢ່າງວ່ອງໄວ ແລະ ມາຮອດປະຈຸບັນໄດ້ຊ່ວຍເຫຼືອລູກເຮືອ 5 ຄົນ, ລວມມີ ລູກເຮືອຕ່າງປະເທດ ແລະ ກັບຕັນເຮືອ 4 ຄົນ. ລູກເຮືອຊາວ ຫວຽດນາມ ທັງ 3 ຄົນລ້ວນແຕ່ໄດ້ຮັບການກູ້ຊີບ ແລະ ອາການສຸຂະພາບບໍ່ມີບັນຫາຮ້າຍແຮງ.
![]() |
ກຳລັງກູ້ຊີບຊອກຫາຜູ້ປະສົບເຄາະຮ້າຍໃນເຫດເຮືອລຳໜຶ່ງຫຼົ້ມຢູ່ນອກຝັ່ງເກາະ Jeju, ສ.ເກົາຫຼີ, ວັນທີ 12 ກຸມພາ. (ຮູບ: ສຳນັກຂ່າວສານ ຫວຽດນາມ) |
ພາຍຫຼັງໄດ້ຮັບຂໍ້ມູນດັ່ງກ່າວ, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ປະຈຳຖິ່ນ ເພື່ອຊອກຮູ້, ຢັ້ງຢືນຂໍ້ມູນຂອງບັນດາລູກເຮືອຊາວ ຫວຽດນາມ. ສະຖານທູດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ຕຳຫຼວດ Seogwipo ພາລູກເຮືອໄປໂຮງໝໍ ເພື່ອຕິດຕາມສຸຂະພາບ ແລະ ແຈ້ງຂ່າວໃຫ້ສະຖານທູດຊາບ.
ຕອນຄ່ຳວັນທີ 12 ກຸມພາ ທ່ານຮັກສາການປະທານາທິບໍດີ ສ.ເກົາຫຼີ Choi Sang Mok ໄດ້ອອກຄຳສັ່ງໃຫ້ລະດົມບັນດາອຸປະກອນ ແລະ ບຸກຄະລາກອນທັງໝົດທີ່ມີຢູ່, ໃນນັ້ນ ມີກຳປັ່ນລາດຕະເວນ ແລະ ກຸ່ມຄົ້ນຫາກູ້ໄພລົງນ້ຳ ເພື່ອຮັບໃຊ້ໜ້າທີ່ກູ້ໄພ. ທ່ານ Choi Sang Mok ກໍ່ໄດ້ຮຽກຮ້ອງໃຫ້ຢັ້ງຢືນຊື່ ແລະ ນາມສະກຸນບັນດາຜູ້ຫາຍສາບສູນໂດຍໄວ ເພື່ອຮູ້ບັນດາສະມາຊິກທີ່ມີໜ້າໃນເຮືືອຢ່າງຊັດເຈນ ແລະ ຮັບປະກັນຄວາມປອດໄພໃຫ້ກຳລັງກູ້ໄພ.
ກຳປັ່ນລາດຕະເວນແຄມທະເລມີນ້ຳໜັກ 500 ໂຕນ ໄດ້ຖືກຈັດສົ່ງໄປຍັງບ່ອນເກີດເຫດ. ວຽກງານກູ້ໄພພວມປະຕິບັດ ເພື່ອຊອກຫາຜູ້ຫາຍສາບສູນຢ່າງຮີບດ່ວນ.
![]() | ໂຄສະນາ, ສົ່ງເສີມ, ດຶງດູດນັກທ່ອງທ່ຽວ ສ.ເກົາຫຼີ ມາຍັງ ຫວຽດນາມ ຍສໝ - ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແຈ້ງວ່າ ງານບຸນສົ່ງເສີມການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະດຳເນີນແຕ່ວັນທີ 29 ມີຖຸນາ ຫາ ວັນທີ 3 ກໍລະກົດ. |
ແທັງຮັ່ງ