ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານຄະນະກໍາມະການສື່ສານ ສ.ເກົາຫຼີ

00:54 | 15/05/2019

ຫວຽດນາມ ປາດຖະໜາຢາກມີກະແສຟອງລົງທຶນໃໝ່ຂອງ ສ.ເກົາຫຼີ ເຂົ້າຫວຽດນາມ. ລັດຖະບານ ແລະ ອໍານາດການປົກຄອງບັນດາທ້ອງຖິ່ນຂອງຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ສ.ເກົາຫຼີ ລົງທຶນ ແລະ ດໍາເນີນທຸລະກິດຢູ່ຫວຽດນາມ.

ຕອນບ່າຍວັນທີ 26 ມີນາ, ຢູ່່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Lee Hyo-seong ປະທານຄະນະກໍາມະການສື່ສານ ສ.ເກົາຫຼີ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ນອກຈາກບັນດາເຄື່ອງໝາຍການຄ້າທີ່ບັນລຸຜົນສໍາເລັດຢູ່ຫວຽດນາມຄື Lotte ແລະ Samsung ແລ້ວ, ຫວຽດນາມ ປາດຖະໜາຢາກມີກະແສຟອງລົງທຶນໃໝ່ຂອງ ສ.ເກົາຫຼີ ເຂົ້າຫວຽດນາມ. ລັດຖະບານ ແລະ ອໍານາດການປົກຄອງບັນດາທ້ອງຖິ່ນຂອງຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ສ.ເກົາຫຼີ ລົງທຶນ ແລະ ດໍາເນີນທຸລະກິດຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍ ປາດຖະໜາວ່າ ສອງປະເທດຈະຊຸກຍູ້ວົງການສອງສົ້ນໃຫ້ບັນລຸກວ່າ 100 ຕື້ USD. ໄປຄຽງຄູ່ກັນນັ້ນ ແມ່ນຊຸກຍູ້ຈໍານວນແຂກທ່ອງທ່ຽວ ສ.ເກົາຫຼີ ມາທ່ອງທ່ຽວຫວຽດນາມ ໃຫ້ນັບມື້ນັບຫຼາຍກວ່າ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານຄະນະກໍາມະການສື່ສານ ສ.ເກົາຫຼີ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Lee Hyo-seong ປະທານຄະນະກໍາມະການສື່ສານ ສ.ເກົາຫຼີ (ພາບ:VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ ຄະນະກໍາມະການສື່ສານ ສ.ເກົາຫຼີ ຊຸກຍູ້ບັນດາການເຄື່ອນໄຫວໂຄສະນາ, ເຜີຍແຜ່ ແລະ ແນະນໍາກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະ ສ.ເກົາຫຼີ, ຊ່ວຍປະຊາຊົນສອງປະເທດມີຄວາມສະໜິດຕິດພັນກັນຢ່າງແທ້ຈິງ, ແມ່ນຂົວເຊື່ອມຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ສອງຝ່າຍຮ່ວມມືກັນຜະລິດບັນດາລາຍການແນະນໍາກ່ຽວກັບ ສ.ເກົາຫຼີ ຢູ່ຫວຽດນາມ ຜ່ານຄື້ນກະຈາຍສຽງ, ໂທລະພາບຂອງ ວິທະຍຸກະຈາຍສຽງຫວຽດນາມ ແລະ ໂທລະພາບແຫ່ງຊາດຫວຽດນາມ. ພ້ອມກັນນັ້ນ, ທາງຝ່າຍ ສ.ເກົາຫຼີ ກໍໃຫ້ການໜູນຊ່ວຍເພື່ອໃຫ້ບັນດາລາຍການກະຈາຍສຽງ ແລະ ຊ່ອງໂທລະພາບຂອງຫວຽດນາມ, ພິເສດແມ່ນ ບັນດາລາຍການທີ່ໂຄສະນາກ່ຽວກັບວັດທະນະທໍາ, ປະເທດຊາດ ແລະ ຊາວຫວຽດນາມ ໃຫ້ອອກອາກາດໃນລະບົບກະຈາຍສຽງ ແລະ ໂທລະພາບຂອງ ສ.ເກົາຫຼີ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.