ການເຊື່ອມຕໍ່ການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະແຂວງ Chungbuk, ສ.ເກົາຫຼີ

11:11 | 19/06/2022

ໃນລະຫວ່າງວັນທີ 13-17 ມິຖຸນາ, ອົງການສົ່ງເສີມການຄ້າ ແລະການລົງທຶນ ສ.ເກົາຫຼີ ປະຈໍາ ຮ່າໂນ້ຍ (KOTRA ຮ່າໂນ້ຍ) ໄດ້ໜູນຊ່ວຍການເຊື່ອມຕໍ່ການຄ້າທາງໄກລະຫວ່າງ 10 ຜູ້ສະໜອງທີ່ມາຈາກແຂວງ Chungbuk, ສ.ເກົາຫຼີ ກັບກວ່າ 30 ວິສາຫະກິດຊື້ສິນຄ້າຫວຽດນາມ ປະສົບຜົນສໍາເລັດ.

ເປີດ​ຕົວ​ປຶ້ມ​ກ່ຽວ​ກັບ​ 30 ປີ​ແຫ່ງ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ ເປີດ​ຕົວ​ປຶ້ມ​ກ່ຽວ​ກັບ​ 30 ປີ​ແຫ່ງ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ
ດ່າ​ນັ້ງ​ກວດ​ຫາ​ເຊື້ອ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ ​ກ່ອນ​ທີ່​ຈ​ະ​ກັບ​ເມືອ​ປະ​ເທດ ດ່າ​ນັ້ງ​ກວດ​ຫາ​ເຊື້ອ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ ​ກ່ອນ​ທີ່​ຈ​ະ​ກັບ​ເມືອ​ປະ​ເທດ
ການເຊື່ອມຕໍ່ການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະແຂວງ Chungbuk, ສ.ເກົາຫຼີ
KOTRA ຮ່າໂນ້ຍ ໜູນຊ່ວຍວິສາຫະກິດຫວຽດນາມ ແລກປ່ຽນການຄ້າກັບວິສາຫະກິດແຂວງ Chungbuk, ສ.ເກົາຫຼີ. ພາບ: ແຄ໊ງອານ.

ໃນອາທິດແລກປ່ຽນການຄ້ານີ້, ບັນດາວິສາຫະກິດ ສ.ເກົາຫຼີ ໄດ້ນຳເອົາບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ລວມມີ: ເຄື່ອງສຳອາງ, ອາຫານ, ເຄື່ອງໃຊ້ໃນຄົວເຮືອນ, ກະສິກຳ (ຝຸ່ນ)... ຕາມນັ້ນແລ້ວ, ມີການແລກປ່ຽນການຄ້າກວ່າ 40 ຄັ້ງ ໄດ້ປະຕິບັດດ້ວຍການແລກປ່ຽນກ່ຽວກັບຜະລິດຕະພັນລະອຽດ, ຄື: ມາດຕະຖານ, ຄຸນນະພາບ; ລາຄາສົ່ງອອກ, ວິທີການຂົນສົ່ງ, ເງື່ອນໄຂການແຈກຢາຍຢູ່ຫວຽດນາມ. ທີ່ກອງປະຊຸມແລກປ່ຽນການຄ້າທາງໄກ, ວິສາຫະກິດສອງປະເທດ ໄດ້ສຸມໃສ່ແລກປ່ຽນຍົກອອກວິທີການຕັ້ງໜ້າແນໃສ່ໜູນຊ່ວຍເຊິ່ງກັນ ແລະກັນເພື່ອເພີ່ມທະວີບັນດາສັນຍາການຄ້າໃນໄລຍະຈະມາເຖິງ.

ແບ່ງປັນກ່ຽວກັບການເຄື່ອນໄຫວສົ່ງເສີມການຄ້າຂອງ KOTRA ຮ່າໂນ້ຍ, ທ່ານນາງ ເຈິ່ນທິຫ໋າຍອ໊ຽນ ຫົວໜ້າຫ້ອງການ KOTRA ຮ່າໂນ້ຍ ໃຫ້ຮູ້ວ່າ: “KOTRA ຮ່າໂນ້ຍ ແມ່ນອົງການຂອງລັດຖະບານ ສ.ເກົາຫຼີ ນໍາໜ້າໃນການໜູນຊ່ວຍສົ່ງເສີມການຄ້າຢູ່ຕ່າງປະເທດ. ພວກຂ້າພະເຈົ້າ ຮັບຮູ້ບົດບາດສຳຄັນຂອງຕົນ ແລະມີຄວາມຮັບຜິດຊອບຫຼາຍກວ່າ ໂດຍສະເພາະແມ່ນໃນໄລຍະພາຍຫຼັງພະຍາດໂຄວິດ-19.

ພວກຂ້າພະເຈົ້າ ໄດ້ເປີດເຫດການແລກປ່ຽນການຄ້າໂດຍກົງຄືນໃໝ່ຢູ່ຮ່າໂນ້ຍ ໃນຕົ້ນເດືອນມິຖຸນາ ນີ້. ຄຽງຂ້າງນັ້ນ, ພວກຂ້າພະເຈົ້າ ກໍ່ສືບຕໍ່ເພີ່ມທະວີຮູບການແລກປ່ຽນການຄ້າທາງໄກ ເພື່ອຍູ້ແຮງການເຄື່ອນໄຫວການຄ້າລະຫວ່າງປະຊາຄົມວິສາຫະກິດສອງປະເທດກວ່າອີກ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ”.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.