ບິ່ງດິ້ງ: ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອດຶງດູດນັກລົງທຶນ ສ.ເກົາຫຼີ

17:21 | 15/05/2022

ຍສໝ - ​​ວັນ​ທີ 12 ພຶດສະພາ, ຢູ່​ນະຄອນກຸຍເຍິນ (​ແຂວງ​ບິ່ງ​ດິ້ງ), ກະຊວງ​ການ​ຕ່າງປະ​ເທດ, ສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ໄດ້ຈັດຕັ້ງບັນດາເຫດການ “ພົບປະ ສ.ເກົາຫຼີ - ບິ່ງດິ້ງ 2022”.

AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ
ເກີນ​ເທີ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ປ້ອງ​ກັນ, ຕ້ານ​ໂຄວິດ - 19 ຈາກ ​ສ.ເກົາຫຼີ ແລະ ຍີ່​ປຸ່ນ. ເກີນ​ເທີ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ປ້ອງ​ກັນ, ຕ້ານ​ໂຄວິດ - 19 ຈາກ ​ສ.ເກົາຫຼີ ແລະ ຍີ່​ປຸ່ນ.

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ສ.​ເກົາຫຼີ ​ແລະ ຫວຽດນາມ (ວັນທີ 22 ທັນວາ 1992 – ວັນທີ 22 ທັນວາ 2022), ​​ວັນ​ທີ 12 ພຶດສະພາ, ຢູ່​ນະຄອນກຸຍເຍິນ (​ແຂວງ​ບິ່ງ​ດິ້ງ), ກະຊວງ​ການ​ຕ່າງປະ​ເທດ, ສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ໄດ້ຈັດຕັ້ງບັນດາເຫດການ “ພົບປະ ສ.ເກົາຫຼີ - ບິ່ງດິ້ງ 2022”.

ບິ່ງດິ້ງ: ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອດຶງດູດນັກລົງທຶນ ສ.ເກົາຫຼີ
ບັນຍາກາດການໂອ້ລົມສົນທະນາ “ພົບປະ ສ.ເກົາຫຼີ - ບິ່ງດິ້ງ 2022”.

ທ່ານ Park Noh-wan, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ລາຍການ ພົບປະກັບ ສ.ເກົາຫຼີ - ບິ່ງດິ້ງ 2022 ໄດ້ປຶກສາຫາລືບັນດາມາດຕະການ ແລະ ວິໄສທັດ ເພື່ອ ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືຫຼາຍຮູບຫຼາຍແບບລະຫວ່າງທ້ອງຖິ່ນໃນການພັດທະນບົດບາດໃຈກາງໃນ​ການ​ພັດ​ທະ​ນາເຂດທິດໃຕ້​ພາກ​ກາງ​ ເຊິ່ງແມ່ນ​ແຂວງ ບິ່ງ​ດິ້ງ ກັບ​ຝ່າຍ ສ.​ເກົາຫຼີ. ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນກຸຍເຍິນ ​ແລະ ​ເມືອງ Yongsan ຂອງ ສ.​ເກົາຫຼີ ​ໄດ້​ຮັບ​ການ​ເພີ່ມພູນຄູນສ້າງ​ແຕ່​ປີ 1996 ມາ​ຮອດ​ປະຈຸ​ບັນ ຈະ​ສືບ​ຕໍ່​ກາຍ​ເປັນ​ແບບຢ່າງ​ໃນ​ການ​ຮ່ວມ​ມື​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ນີ້, ອົງການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ ສ.​ເກົາຫຼີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ - KOTRA ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳວ່າດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ດິ້ງ; ສະມາຄົມ​ການ​ຄ້າ ​ແລະ ອຸດສາຫະກຳ ສ.​ເກົາຫຼີ ຢູ່​ທິດໃຕ້ພາກ​ກາງ​ຫວຽດນາມ - KOCHAM ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳວ່າດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ກັບ​ກຸ່ມ​ບໍລິສັດ Becamex IDC.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.