ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ.ເກົາຫຼີ

10:14 | 04/08/2021

ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ເພີ່ມທະວີຂອງ ສ.ເກົາຫຼີ, ສະໜັບສະໜູນບົດບາດຂອງອາຊຽນໃນໂຄງສ້າງພື້ນຖານ ແລະ ພັດທະນາຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ

ແມ່ຍິງໃນຍຸກຫັນເປັນດີຈິຕອນ - ເບິ່ງຈາກຕົວຈິງຂອງປະເທດຫວຽດນາມ ແລະ ສ.ເກົາຫຼີ ແມ່ຍິງໃນຍຸກຫັນເປັນດີຈິຕອນ - ເບິ່ງຈາກຕົວຈິງຂອງປະເທດຫວຽດນາມ ແລະ ສ.ເກົາຫຼີ
ຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ ຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ
ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ.ເກົາຫຼີ

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມ (ພາບ: ກະຊວງການຕ່າງປະເທດ)

ຕອນເຊົ້າວັນທີ 03 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດລະຫວ່າງອາຊຽນ - ສ.ເກົາຫຼີ ທາງອອນລາຍ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ຢູ່ທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Chung Eui yong ຢືນຢັນເລື່ອງຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ, ທ່ານເນັ້ນໜັກວ່າ ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ເພີ່ມທະວີຂອງ ສ.ເກົາຫຼີ, ສະໜັບສະໜູນບົດບາດຂອງອາຊຽນໃນໂຄງສ້າງພື້ນຖານ ແລະ ພັດທະນາຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ; ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບທະເລຕາເວັນອອກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ສະເໜີໃຫ້ ສ.ເກົາຫຼີ ຈົ່ງສືບຕໍ່ຊ່ວຍຍົກສູງກຳລັງຄວາມສາມາດດ້ານການແພດ ແລະ ຮັບປະກັນການສະໜອງວັກຊິນກັນໂຄວິດ-19 ໃຫ້ແກ້ບັນດາປະເທດອາຊຽນ; ສ້າງເງື່ອນໄຂສະດວກໃຫ້ 2 ຝ່າຍລົງທຶນ ດຳເນີນທຸລະກິດຢູ່ພາກພື້ນ; ຕັ້ງໜ້າສະໜັບສະໜູນບັນດາຄວາມມານະພະຍາຍາມ ອາຊຽນ ໃນການຮັບແຄບຊ່ອງຫວ່າງການພັດທະນາ… ທ່ານລັດຖະມົນຕີ ບຸນແທັງເຊີນ ສະເໜີໃຫ້ ສ.ເກົາຫຼີ ສົມທົບກັນຍູ້ແຮງການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ ແລະ ເຄົາລົບກົດໝາຍສາກົນ, ລວມທັງ UNCLOS 1982…

ສິ້ນສຸດກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຮັບບົດບາດຜູ້ປະສານງານການພົວພັນລະຫວ່າງ ອາຊຽນ - ສ.ເກົາຫຼີ ໄລຍະ 2021 – 2024.

​vovworld.vn

ເຫດການ
302 Found

Found

The document has moved here.