ການສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ໃນປີນີ້ຢັ້ງຢືນຂີດໝາຍປະຫວັດສາດຫຼາຍຢ່າງ. ເປັນຄັ້ງທຳອິດ, ຍອດວົງເງິນການຄ້າລື່ນກາຍ 700 ຕື້ USD. ໃນນັ້ນ ມີ 35 ຂະແໜງບັນລຸມູນຄ່າການສົ່ງອອກ 1 ຕື້ກ່ວາ USD ແລະ 8 ຂະແໜງລື່ນກາຍຕົວເລກ 10 ຕື້ USD.
ປະລິມານການສົ່ງອອກໝາກພິກໄທໄປຍັງບັນດາຕະຫຼາດສຳຄັນລ້ວນແຕ່ຫຼຸດລົງໃນປີ 2022, ແຕ່ຫວຽດນາມ ຍັງຄົງຢູ່ໃນອັນດັບໜຶ່ງຂອງໂລກ ກ່ຽວກັບການສົ່ງອອກໝາກພິກໄທ.
ຕາມການສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ໄລ່ລວມ 11 ເດືອນຂອງປີ 2022, ວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ບັນລຸເກືອບ 674 ຕື້ USD, ໃນນັ້ນ, ດ້ານການຄ້າບັນລຸມູນຄ່າສົ່ງອອກເກີນດຸນແມ່ນ 10,7 ຕື້ USD.
8 ເດືອນຜ່ານມາ, ວົງເງິນການຄ້າສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ບັນລຸກວ່າ 26 ຕື້ USD, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຍສໝ - ຕາມຕົວເລກຫຼ້າສຸດຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໃນ 8 ເດືອນຂອງປີ 2022, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ຄາດວ່າບັນລຸປະມານ 66,2 ຕື້ USD, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຈຳນວນນັ້ນ, ມູນຄ່າການສົ່ງອອກຄາດວ່າປະມານ 36,3ຕື້ USD, ເພີ່ມຂຶ້ນ 13%.
ຍສໝ - ວັນທີ 26 ສິງຫານີ້, ຢູ່ນະຄອນ ບວນມາທ້ວນ, ແຂວງ ດັກລັກ, ກະຊວງອຸດສາຫະກຳ ແລະ ການຄ້າ (ກົມຕະຫຼາດອາຊີ - ອາຟຼິກກາ) ຄາດວ່າຈະຈັດຕັ້ງ "ກອງປະຊຸມສາກົນ ເພື່ອຍົກສູງຄວາມສາມາດແຊກຊຶມຕະຫຼາດຈີນ ໃຫ້ບັນດາວິສາຫະກິດ ສົ່ງອອກໝາກທຸລຽນ ແລະ ໝາກຫນອດ ຂອງຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງ ຮວ່າບິ່ງ ສົມທົບກັບຄະນະກໍາມະການປົກຄອງ ເມືອງ ກິມໂບຍ, ຫຸ້ນສ່ວນກະສິກໍາອິນຊີ FUSA ໄດ້ຈັດພິທີສົ່ງອອກຜະລິດຕະໝາກລໍາໄຍ ເຊີນຖຸຍ ຊຸດທຳອິດເປັນຈໍານວນ 1 ໂຕນ ໄປຍັງ ເອີຣົບ (EU).
ຍສໝ - ຕອນບ່າຍວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ (Vitas) ໄດ້ຈັດກອງປະຊຸມຂ່າວຕີລາຄາການຜະລິດ, ດໍາເນີນທຸລະກິດ, ການເຄື່ອນໄຫວນໍາເຂົ້າ-ສົ່ງອອກໃນ 6 ເດືອນຕົ້ນປີ 2022. ທ່ານປະທານ Vitas ຫວູດຶກຢາງ ໃຫ້ຮູ້ວ່າ: ປີ 2022 ແມ່ນເວລາທີ່ວິສາຫະກິດຕ່ຳແຜ່ນຕັດຫຍິບ ຄ່ອຍໆຟື້ນຕົວຄືນໃໝ່ພາຍຫຼັງ 2 ປີທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19.
ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ Sydney, ການນຳເຂົ້າ-ສົ່ງອອກສິນຄ້າລະຫວ່າງຫວຽດນາມ ແລະອົດສະຕາລີ ໃນ 6 ເດືອນຕົ້ນປີ 2022 ສືບຕໍ່ຮັກສາທ່າເຕີບໂຕຢ່າງແຮງ, ດ້ວຍວົງເງິນການຄ້າສອງສົ້ນເປັນຄັ້ງທໍາອິດທີ່ບັນລຸກວ່າ 8,01 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 38,45% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກົມການຄ້າເອເລັກໂທຣນິກ ແລະ ເສດຖະກິດດິຈິຕອນ (ກະຊວງອຸດສາຫະກຳ ແລະ ການຄ້າ) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມມືປະຕິບັດຂໍ້ລິເລີ່ມ “ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ຍຸກແຫ່ງການພັດທະນາ” ກັບ Amazon Golbal Selling ຫວຽດນາມ.
ຍສໝ-ການເກັບກ່ຽວໝາກລີ້ນຈີ່ ຖ໋ຽວ ໄວກ່ອນລະດູຢູ່ບັກຢາງ ໄດ້ເລີ່ມແຕ່ທ້າຍເດືອນພຶດສະພາ. ມາຮອດປະຈຸບັນ, ຈໍານວນໝາກລິ້ນຈີ່ໄດ້ຮັບຊື້, ບໍລິໂພກທັງພາຍໃນ ແລະ ສົ່ງອອກແມ່ນກວ່າ 13,400 ໂຕນ.
ຍສໝ - ວັນທີ 31 ພຶດສະພາ ແລະ ວັນທີ 1 ມິຖຸນາ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກໍາ ແລະ ການຄ້າ) ໄດ້ຈັດກອງປະຊຸມການຄ້າທາງອອນໄລນ໌ ເພື່ອເຊື່ອມຕໍ່ວິສາຫະກິດຫວຽດນາມ - ລັດເວຍ.
ຍສໝ-ຕາມສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນໍ້າຫວຽດນາມ (VASEP), 5 ເດືອນຕົ້ນປີ 2022, ວົງເງິນສົ່ງອອກສິນໃນນໍ້າຂອງ ຫວຽດນາມ ບັນລຸປະມານ 4,5 ຕື້ USD, ເພີ່ມຂຶ້ນກວ່າ 44,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ສະເພາະປາປື່ງ ແລະ ກຸ້ງ ບັນລຸປະມານ 2,8 ຕື້ USD.
ຍສໝ - ໂດຍມີພົນລະເມືອງ 1,3 ຕື້ຄົນ, ມີຄວາມຕ້ອງການສູງໃນການນຳເຂົ້າຜະລິດຕະພັນ ຫຼາຍປະເພດທີ່ເໝາະກັບຜະລິດຕະພັນສົ່ງອອກຫຼັກຂອງຫວຽດນາມນັ້ນ, ອາຟຣິກກາ ເປັນຕະຫຼາດທີ່ນຳມາຫຼາກຫຼາຍໂອກາດໃຫ້ແກ່ວິສາຫະກິດຫວຽດຢ່າງແທ້ຈີງ.
ຍສໝ - ອົງການກວດກາ ແລະ ຄວາມປອດໄພດ້ານອາຫານ ທີ່ຂຶ້ນກັບກະຊວງກະສິກຳຂອງອາເມລິກາ ຫາກໍ່ໄດ້ຮັບຮອງເອົາໂຮງງານປຸງແຕ່ງປາປຶ່ງ ຂອງຫວຽດນາມ ອີກ 6 ແຫ່ງທີ່ໄດ້ຮັບອະນຸຍາດໃຫ້ສົ່ງອອກໄປຕະຫຼາດແຫ່ງນີ້.
ຍສໝ - 4 ເດືອນຕົ້ນປີ 2022, ທັງ 5 ທະວີບລ້ວນແຕ່ເພີ່ມການນໍາເຂົ້າສິນຄ້າຈາກຫວຽດນາມ, ໃນນັ້ນ ອາຊີ ໄດ້ນໍາເຂົ້າ 57,25 ຕື້ USD, ເພີ່ມຂຶ້ນ 13%; ທະວີບອາເມລິກາ 42,74 ຕື້ USD, ເພີ່ມຂຶ້ນ 21%; ເອີຣົບ ເພີ່ມຂຶ້ນ 14.9%...
ວັນທີ 19 ເມສາຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ເຊັນຂໍ້ຕົກລົງອະນຸມັດຍຸດທະສາດການນຳເຂົ້າສົ່ງອອກສິນຄ້າຮອດປີ 2030 ດ້ວຍເປົ້າໝາຍນຳເຂົ້າສົ່ງອອກແບບຍືນຍົງດ້ວຍໂຄງປະກອບດຸນດ່ຽງ, ກົມກຽວ, ເສີມຂະຫຍາຍທ່າໄດ້ປຽບການແກ້ງແຍ້ງ, ພັດທະນາເຄື່ອງໝາຍສິນຄ້າຫວຽດນາມ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນລະບົບມູນຄ່າທົ່ວໂລກ,ແມ່ນກຳລັງຫນູນຂອງການເຕີບໂຕດ້ານເສດຖະກິດຢ່າງວ່ອງໄວແລະຍືນຍົງ. ໃນຍຸດທະສາດນີ້ ລັດຖະບານກໍ່ໄດ້ກຳນົດວິວັດການແລະບາດກ້າວເດີນຢ່າງລະອຽດກ່ຽວກັບການສົ່ງອອກ, ນຳເຂົ້າໃຫ້ແກ່ແຕ່ລະໄລຍະ(2021-2025 ແລະ 2025-2030), ພ້ອມທັງວາງອອກບັນດາມາດຕະການເພື່ອຜັນຂະຫຍາຍການປະຕິບັດ.
ຕາມຂໍ້ມູນສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີແລ້ວ, ຍອດມູນຄ່າການສົ່ງອອກ-ນໍາເຂົ້າສິນຄ້າຂອງຫວຽດນາມ ໃນໄລຍະ 1 ຂອງເດືອນພຶດສະພາປີ 2022 (ໃນລະຫວ່າງວັນທີ 1-15 ພຶດສະພາ) ບັນລຸ 28,34 ຕື້ໂດລາສະຫະລັດ, ຫຼຸດລົງ 15,6% (ເທົ່າກັບ 5,3 ຕື້ໂດລາສະຫະລັດ) ເມື່ອທຽບກັບຜົນໄດ້ປະຕິບັດໃນເຄິ່ງທ້າຍເດືອນເມສາປີ 2022.
ຍສໝ - ບັນດາບໍລິສັດລ້ວນແຕ່ຕີລາຄາສູງຄວາມສາມາດບົ່ມຊ້ອນດ້ານຜະລິດຕະພັນໝາກມັງກອນຂອງຫວຽດນາມ.
ຍສມ - ໃນ 4 ເດືອນ ຕົ້ນປີນີ້ ຂະແໜງການກະສິກໍາ ໄດ້ມີ 5 ຜະລິດຕະພັນ/ໝວດຜະລິດຕະພັນ ທີ່ມີມູນຄ່າສົ່ງອອກບັນລຸກວ່າ 1 ຕື້ໂດລາສະຫະລັດ ເຊິ່ງປະກອບມີ ກາເຟ, ເຂົ້າສານ, ໝວດຜັກ ແລະ ໝາກໄມ້, ກຸ້ງ, ຜະລິດຕະພັນຈາກໄມ້.