ການສົ່ງອອກສິນໃນນ້ຳເພີ່ມຂຶ້ນກວ່າ 44,5%

07:51 | 01/06/2022

ຍສໝ-ຕາມສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນໍ້າຫວຽດນາມ (VASEP), 5 ເດືອນຕົ້ນປີ 2022, ວົງເງິນສົ່ງອອກສິນໃນນໍ້າຂອງ ຫວຽດນາມ ບັນລຸປະມານ 4,5 ຕື້ USD, ເພີ່ມຂຶ້ນກວ່າ 44,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ສະເພາະປາປື່ງ ແລະ ກຸ້ງ ບັນລຸປະມານ 2,8 ຕື້ USD.

ກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ
FDI ໃນ 9 ເດືອນທີ່ຜ່ານມາເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ FDI ໃນ 9 ເດືອນທີ່ຜ່ານມາເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ
ການສົ່ງອອກສິນໃນນ້ຳເພີ່ມຂຶ້ນກວ່າ 44,5%
ພາບປະກອບ (ພາບ: VOV)

ເພື່ອໜູນຊ່ວຍບັນດາທ້ອງຖິ່ນ, ວິສາຫະກິດ, ສະຫະກອນທີ່ສະໜອງບັນດາຜະລິດຕະພັນສິນໃນນນໍ້າຂອງຫວຽດນາມ ໄດ້ໝູນໃຊ້ບັນດາບູລິມະສິດຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເພື່ອເພີ່ມທະວີການຊອກຫາຄູ່ຮ່ວມມື, ເຊື່ອມຕໍ່ໂອກາດເຮັດທຸລະກິດ ແລະ ສົ່ງອອກໄປຍັງຕະຫຼາດບັນດາປະເທດສະມາຊິກ RCEP; ໃນສອງວັນ 30 – 31 ພຶດສະພາ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ໄດ້ສົມທົບກັບບັນດາອົງການການຄ້າ - ສະຖານທູດ ຫວຽດນາມ ປະຈຳບັນດາປະເທດສະມາຊິກ (RCEP) ຈັດກອງປະຊຸມແລກປ່ຽນການຄ້າສິນໃນນ້ຳ ຫວຽດນາມ ກັບບັນດາຕະຫຼາດ RCEP 2022 ແບບທາງໄກ.

ທີ່ກອງປະຊຸມຄົບຄະນະວາລະນີ້ ບັນດານັກຊ່ຽວຊານ, ນັກນຳເຂົ້າ, ຜູ້ຕາງໜ້າອົງການການຄ້າ ຫວຽດນາມ ປະຈຳບາງປະເທດສະມາຊິກ RCEP (ຈີນ, ຍີ່ປຸ່ນ, ອົດສະຕາລີ) ຈະແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການ ແລະ ກາລະໂອກາດສຳລັບບັນດາຜະລິດສະພັນສິນໃນນ້ຳຂອງ ຫວຽດນາມ ຢູ່ບັນດາຕະຫຼາດ RCEP.

ພາຍຫຼັງກອງປະຊຸມຄົບຄະນະ ຈະດຳເນີນວາລະແລກປ່ຽນການຄ້າທາງອອນລາຍລະຫວ່າງບັນດາວິສາຫະກິດ ຫວຽດນາມ ແລະ ວິສາຫະກິດທີ່ມາຈາກບັນດາປະເທດ RCEP. ນີ້​ກໍແມ່ນ​ກາລະໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສິນໃນນ້ຳຂອງ ຫວຽດນາມ ​ແນະນຳ ​ແລະ ໂຄສະນາກ່ຽວກັບ​ບັນດາ​ວິ​ສາ​ຫະກິດ ແລະ ຜະລິດ​ຕະພັນ, ພັດທະນາລູກຄ້າທີ່ມີທ່າແຮງບົ່ມຊ້ອນ ຈາກຕະຫຼາດ RCEP ຕື່ມອີກ.

ທ່ານນາງ ຫງວຽນທິທູຖຸຍ, ຮອງຜູ້ອໍານວຍການສູນ​ໜູນ​ຊ່ວຍ​ການ​ສົ່ງ​ອອກ (ກົມ​ສົ່ງ​ເສີມ​ການ​ຄ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ​ໃຫ້​ຮູ້​ວ່າ ກອງ​ປະຊຸມແລກປ່ຽນການຄ້າທາງອອນລາຍກ່ຽວກັບ ສິນໃນນໍ້າ ຫວຽດນາມ ກັບ​ບັນດາ​ຕະຫຼາດ RCEP 2022 ນອກຈາກການສ້າງ​ເວທີ​ປາ​ໄສເພື່ອ​ຊ່ວຍໃຫ້​ບັນດາ​ວິ​ສາ​ຫະກິດ​ສິນໃນນໍ້າ ຫວຽດນາມ ຊອກ​ຫາ​ຄູ່​ຮ່ວມ​ມື​ທີ່ຕະຫຼາດ RCEP ແລ້ວ ກໍຍັງເປັນໂອກາດເພື່ອໃຫ້ບັນດາວິສາຫະກິດໄດ້ຊອກຮູ້ຢ່າງລະອຍດກວ່າ ກ່ຽວກັບຄວາມຕ້ອງການຂອງຕະຫຼາດ, ຮົ້ວກີດຊວາງດ້ານເຕັກນິກຂອງບັນດາປະເທດ RCEP.

ຫອມມາລາ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.