ຊຸກຍູ້ການສົ່ງອອກ ໄປຍັງຕະຫຼາດລັດເວຍ

10:09 | 04/06/2022

ຍສໝ - ວັນທີ 31 ພຶດສະພາ ແລະ ວັນທີ 1 ມິຖຸນາ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກໍາ ແລະ ການຄ້າ) ໄດ້ຈັດກອງປະຊຸມການຄ້າທາງອອນໄລນ໌ ເພື່ອເຊື່ອມຕໍ່ວິສາຫະກິດຫວຽດນາມ - ລັດເວຍ.

ໃຫ້ຄຳປຶກສາການສົ່ງອອກສິນໃນນ້ຳໄປຕະຫຼາດ ອາຟຣິກກາ ໃຫ້ຄຳປຶກສາການສົ່ງອອກສິນໃນນ້ຳໄປຕະຫຼາດ ອາຟຣິກກາ
ມີໂຮງງານປຸງແຕ່ງປາປຶ່ງຕື່ມອີກ 6 ແຫ່ງ ທີ່ສົ່ງອອກໄປອາເມລິກາ ມີໂຮງງານປຸງແຕ່ງປາປຶ່ງຕື່ມອີກ 6 ແຫ່ງ ທີ່ສົ່ງອອກໄປອາເມລິກາ

ທ່ານ​ຮອງລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໂດທັງຫາຍ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ໂອກາດ​ກວດກາຄືນ ​ແລະ ​ໄຈ້​ແຍກ​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ປຶກສາ​ຫາລື​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຟື້ນ​ຟູ ​ແລະ ພັດທະນາ​ຕະຫຼາດ​ ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ທີ່ຍັງເກີດຂຶ້ນຕໍ່.

ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ພາຍຫຼັງ​ກອງ​ປະຊຸມ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຊື່ອມ​ໂຍງ ​ແລະ ​ແລກປ່ຽນ​ຄວາມ​ສາມາດ​ຮ່ວມ​ມື​ດ້ານ​ທຸລະ​ກິດ, ປະກອບສ່ວນ​ຊຸກຍູ້​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ລະຫວ່າງ ຫວຽດນາມ ​ແລະ ລັດ​ເວຍ.

ຊຸກຍູ້ການສົ່ງອອກ ໄປຍັງຕະຫຼາດລັດເວຍ
ຊຸກຍູ້ການສົ່ງອອກ ໄປຍັງຕະຫຼາດລັດເວຍ. (ພາບ: baodautu)

ທ່ານ Edmunds Valantis, ລັດຖະມົນຕີວ່າການກະຊວງເສດຖະກິດລັດເວຍ ໄດ້ຮັບຮູ້ບັນດາບາດກ້າວພັດທະນາຢ່າງເຂັ້ມແຂງຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນຊຸມປີຜ່ານມາ, ພິເສດແມ່ນໃນຂົງເຂດກະສິກຳ, ການປະມົງ, ອາຫານທະເລ ແລະ ເຄື່ອງເຟີນີເຈີ, ແຜ່ນແພ, ເກີບ​ໜັງ.... ທ່ານລັດ​ຖະ​ມົນ​ຕີວ່າການກະ​ຊວງ​ເສດ​ຖະ​ກິດ ລັດ​ເວຍ ຢືນ​ຢັນ​ວ່າ ການ​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີ​ຂອງ​ຫວຽດ​ນາມ ໄດ້​ສົ່ງ​ຜົນຢ່າງຕັ້ງໜ້າ​ຕໍ່​ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເວຍ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ໃນ​ປີ 2021, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ຫວຽດນາມ ​ແລະ ລັດ​ເວຍ ຈະ​ບັນລຸ​ກວ່າ 240 ລ້ານ USD, ​ເພີ່ມ​ຂຶ້ນ 2% ​ເມື່ອ​ທຽບ​ໃສ່​ປີ 2020, ​ໃນ​ນັ້ນ ຫວຽດນາມ ສົ່ງ​ອອກ​ເກືອບ 220 ລ້ານ USD, ​ເພີ່ມ​ຂຶ້ນ 4,4%.

ທີ່​ກອງ​ປະຊຸມ, 2 ຝ່າຍ​ຕີ​ລາຄາ​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ຍັງ​ມີ​ຫຼາຍ​ຊ່ອງ​ຫວ່າງ, ດັ່ງ​ນັ້ນ​ຕ້ອງ​ຊຸກຍູ້​ການ​ສົມທົບ​ກັນ​ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.