ໃຫ້ຄຳປຶກສາການສົ່ງອອກສິນໃນນ້ຳໄປຕະຫຼາດ ອາຟຣິກກາ

15:00 | 28/05/2022

ຍ​ສ​ໝ - ໂດຍມີພົນລະເມືອງ 1,3 ຕື້ຄົນ, ມີຄວາມຕ້ອງການສູງໃນການນຳເຂົ້າຜະລິດຕະພັນ ຫຼາຍປະເພດທີ່ເໝາະກັບຜະລິດຕະພັນສົ່ງອອກຫຼັກຂອງຫວຽດນາມນັ້ນ, ອາຟຣິກກາ ເປັນຕະຫຼາດທີ່ນຳມາຫຼາກຫຼາຍໂອກາດໃຫ້ແກ່ວິສາຫະກິດຫວຽດຢ່າງແທ້ຈີງ.

ນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ຈາກ ເອີຣົບ ແລະ ອາຟຣິກກາ ກັບຄືນປະເທດຢ່າງປອດໄພ ນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ຈາກ ເອີຣົບ ແລະ ອາຟຣິກກາ ກັບຄືນປະເທດຢ່າງປອດໄພ
ພະຍາດ COVID-19: ພົນລະເມືອງຫວຽດນາມຈຳນວນເກືອບ 350 ຄົນຈາກເອີຣົບ ແລະ ອາຟຣິກກາໄດ້ກັບຄືນປະເທດຢ່າງປອດໄພ ພະຍາດ COVID-19: ພົນລະເມືອງຫວຽດນາມຈຳນວນເກືອບ 350 ຄົນຈາກເອີຣົບ ແລະ ອາຟຣິກກາໄດ້ກັບຄືນປະເທດຢ່າງປອດໄພ
ພາບປະກອບ:  TTXVN
ພາບປະກອບ: TTXVN

ວັນທີ 26 ພຶດສະພາ, ກອງປະຊຸມໃຫ້ຄຳປຶກສາການສົ່ງອອກສິນໃນນ້ຳໄປສູ່ຕະຫຼາດ ອາຟຣິກກາ ໄດ້ຈັດຂຶ້ນແບບເຊີ່ງໜ້າຢູ່ແຂວງບ່າເຣ້ຍ-ຫວູງເຕົ່າ ໂດຍມີການເຂົ້າຮ່ວມໜູນຊ່ວຍຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສົມທົບກັບແບບທາງໄກໃນໂປຣແກມ Zoom ແລະ ເຜີຍແຜ່ໃນ fanpage Facebook ກົມສົ່ງເສີມການຄ້າ.

ທີ່ກອງປະຊຸມໃຫ້ຄຳປຶກສາ, ຜູ້ຕາງໜ້າບັນດາອົງການການຄ້າຫວຽດນາມ ຢູ່ ອາຟຣິກກາ ຈະແຈ້ງຂໍ້ມູນ ກ່ຽວກັບສະພາບການບາງຕະຫຼາດສິນໃນນ້ຳສຳຄັນຂອງຫວຽດນາມ ຢູ່ອາຟຣິກກາ.

ລາຍລະອຽດຄື ເອຢິບ, ອານເຊຣີ, ອາຟຣີກາໃຕ້, ໄນຈີເລຍ ແລະ ແນະນຳ, ຊ່ວຍວິສາຫະກິດຫວຽດນາມເຂົ້າເຖິງບັນດາຂໍ້ມູນທີ່ໄດ້ອັບເດດກ່ຽວກັບຂໍ້ກຳນົດຕ່າງໆ, ມາດຕະຖານ, ເງື່ອນໄຂການນຳເຂົ້າ ສົ່ງອອກສິນໃນນ້ຳຂອງຕະຫຼາດຂອງປະເທດຕ່າງໆຢູ່ ອາຟຣິກກາ.

ນອກຈາກນີ້, ບັນດາຊ່ຽວຊານຍັງໃຫ້ຄຳຕອບກ່ຽວກັບບັນຫາຕ່າງໆທີ່ວິສາຫະກິດໃຫ້ຄວາມສົນໃຈເຊິ່ງກ່ຽວ ຂ້ອງເຖິງການສົ່ງອອກ, ນຳເຂົ້າສິນໃນນ້ຳກັບຕະຫຼາດ ອາຟຣິກກາ ກ່ຽວຄຸນນະພາບ ແລະ ການອະນຸຍາດສິນຄ້າ, ວິທີການຊຳລະ, ວິທີການຂົນສົ່ງ, ປະກັນໄພສຳລັບສິນຄ້າສົ່ງອອກນໍາເຂົ້າ, ແກ້ໄຂບັນຫາທີ່ບໍ່ສາມາດຄາດຄະເນໄດ້ເຊິ່ງອາດເກີດຂຶ້ນໃນຂະບວນການສົ່ງອອກນໍາເຂົ້າ. . .

ຕາມກົມສົ່ງເສີມການຄ້າ, ເຂົ້າຮ່ວມການໃຫ້ຄຳປຶກສາ, ຕາງໜ້າຂອງຜູ້ນຳເຂົ້າສິນໃນນ້ຳມາຈາກກຸ່ມບໍລິສັດການຄ້າສາກົນ ແລະ ບໍລິສັດ ElNopy ຢູ່ເອຢິບ ຈະແບ່ງປັນຂໍ້ມູນຕ່າງໆກ່ຽວກັບຕະຫຼາດ ແລະ ຄວາມຕ້ອງການນຳເຂົ້າຕ່າງໆສຳລັບຜະລິດຕະພັນປາທູນ່າອັດກະປ໋ອງ ແລະ ປາໜັງ.

ຫວຽດນາມໄດ້ສ້າງຕັ້ງພົວພັນການຄ້າທັງໝົດກັບ 54 ປະເທດຢູ່ທະວີບອາຟຣິກກາ, ການແລກປ່ຽນ ການຄ້າສອງຝ່າຍໄດ້ມີລະດັບການເຕີບໂຕທີດີໃນບັນດາປີຜ່ານມາ.

ປີ 2020, ວົງເງິນການນຳເຂົ້າສົ່ງອອກຂອງຫວຽດນາມ-ອາຟຣິກກາ ບັນລຸໄດ້ 6,7 ຕື້ໂດລາສະຫະລັດ; ປີ 2021 ໄດ້ເພີ່ມຂຶ້ນ ແລະ ບັນລຸໄດ້ກວ່າ 7 ຕຶ້ໂດລາສະຫະລັດ.

ຕາມສະຖິຕິຂອງກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ສາມເດືອນຕົ້ນປີ 2022, ວົງເງິນການສົ່ງອອກຂອງຫວຽດນາມໄປຍັງອາຟຣິກກາບັນລຸໄດ້ 591,7 ລ້ານໂດລາສະຫະລັດ. ໃນດ້ານກົງກັນຂ້າມ, ຫວຽດນາມນຳເຂົ້າຈາກ ອາຟຣິກກາບັນລຸໄດ້ມູນຄ່າ 447,1 ລ້ານໂດລາສະຫະລັດ.

ບັນດາສິນຄ້າຫຼັກທີ່ສົ່ງອອກຂອງຫວຽດນາມໄປຍັງອາຟຣິກກາ ລວມມີ ສິນຄ້າອຸດສາຫະກຳ, ກະສີກຳ ຄື ຜະລິດຕະພັນກະເສດ, ສະບຽງອາຫານ, ກາເຟ, ຊາ, ພິກໄທ, ສິນໃນນ້ຳ, ສິນຄ້າປະເພດປຸງແຕ່ງ. . .

ດ້ວຍຈຳນວນພົນລະເມືອງຫຼາຍປະມານ 1,3 ຕື້ ຄົນ, ໂດຍສະເພາະມີຄວາມຕ້ອງການສູງໃນການຳເຂົ້າສິນຄ້າຫຼາຍປະເພດທີ່ເໝາະກັບສິນຄ້າສົ່ງອອກຫຼັກຂອງຫວຽດນາມ, ອາຟຣິກກາ ເປັນຕະຫຼາດນຳມາຫຼາກຫຼາຍໂອກາດໃຫ້ແກ່ວິສາຫະກິດຫວຽດນາມຢ່າງແທ້ຈີງ.

ປະເພດປານ້ຳຈືດນັບມື້້ນັບໄດ້ຮັບການນິຍົມຂອງປະຊາຊົນ ອາຟຣິກກາ ຍ້ອນການປ່ຽນແປງຄວາມຊີນເຄີຍໃນການນຳໃຊ້ເນື້ອສັດ;ໃນຂະນະທີ່ຄວາມສາມາດໃນການປະມົງ ແລະ ປູກລ້ຽງສັດນໍ້າບາງປະເພດ ຂອງບັນດາປະເທດໃນກຸ່ມຍັງບໍ່ທັນສູງ.

ຕາງໜ້າຫ້ອງການການຄ້າຫວຽດນາມຢູ່ຫຼາຍປະເທດ ໃນອາຟຣິກກາ ແຈ້ງເຕືອນວິສາຫະກິດຫວຽດນາມ ຕ້ອງລະມັດລະວັງໃນການຊື້ຂາຍກັບຄູ່ຮ່ວມມື ອາຟຣິກກາ. ໄລຍະທີ່ຜ່ານມາປະກົດການຕົວະຕົ້ມໃນການຊື້ຂາຍໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ເປົ້າໝາຍໄດ້ຍອມຮັບທຸກລາຄາສະເໜີຈ່າວຂາຍສິນຄ້າຈາກວິສາຫະກິດຫວຽດນາມ ຫຼື ເປົ້າໝາຍຈ່າວຂາຍສິນຄ້າສົ່ງອອກໄປຫວຽດນາມດ້ວຍລາຄາຕໍ່າ, ຫຼັງຈາກນັ້ນ ກໍຮຽກຮ້ອງຕ້ອງຈ່າຍເງິນຈຳນວນໜຶ່ງ/ມັດຈຳແລ້ວເອົາເລີຍ.

ໄຊພອນ

ເຫດການ
302 Found

Found

The document has moved here.