ໜູນຊ່ວຍວິສາຫະກິດ ສົ່ງອອກໝາກທຸລຽນ ແລະ ໝາກຫນອດໄປຈີນ

10:59 | 20/08/2022

ຍສໝ - ວັນ​ທີ 26 ສິງຫາ​ນີ້, ຢູ່​ນະຄອນ​ ບວນ​ມາ​ທ້ວນ, ​ແຂວງ ດັກ​ລັກ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ກົມ​ຕະຫຼາດ​ອາຊີ - ອາ​ຟຼິກກາ) ຄາດ​ວ່າ​ຈະ​ຈັດ​ຕັ້ງ "​ກອງ​ປະຊຸມ​ສາກົນ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດແຊກຊຶມຕະຫຼາດ​ຈີນ ​ໃຫ້ບັນດາ​ວິ​ສາ​ຫະ​ກິດ ​ສົ່ງ​ອອກ​ໝາກ​​ທຸລຽນ ​ແລະ ໝາກຫນອດ ຂອງ​ຫວຽດນາມ.

ການນຳເຂົ້າ-ສົ່ງອອກຫວຽດນາມ-ອົດສະຕາລີ ນັບມື້ນັບດີຂຶ້ນ ການນຳເຂົ້າ-ສົ່ງອອກຫວຽດນາມ-ອົດສະຕາລີ ນັບມື້ນັບດີຂຶ້ນ
ຫວຽດນາມ ເຜີຍແພ່ຢ່າງທົ່ວເຖິງ ແລະ ການບໍລິໂພກ ໝາກທຸລຽນຢູ່ອົດສະຕາລີ ຫວຽດນາມ ເຜີຍແພ່ຢ່າງທົ່ວເຖິງ ແລະ ການບໍລິໂພກ ໝາກທຸລຽນຢູ່ອົດສະຕາລີ

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຂໍ້​ມູນ​ຂ່າວ​ສານ​ຕະຫຼາດ ​ແລະ ​ເຊື່ອມ​ຕໍ່​ບັນດາ​ຜູ້​ສົ່ງ​ອອກ​ໝາກ​​ທຸລຽນ ​ແລະ ໝາກ​ຫນອດ​ຂອງ ຫວຽດນາມ ກັບ​ບັນດາ​ຜູ້​ຈຳໜ່າຍ ​ແລະ ນຳ​ເຂົ້າ​​ໝາກ​​ທຸລຽນ ​ແລະ ໝາກ​ຫນອດ​ຂອງ​ຈີນ ​ໃນ​ສະພາບ​ທີ່​ບັນດາ​ຜະລິດ​ຕະພັນດັ່ງກາວ​ໄດ້ກະກຽມ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ ​ຫຼື ​ໄດ້​ທົດ​ລອງສົ່ງອອກ​ໄປ​ຍັງ​ຕະຫຼາດ​ຈີນ.

ດ້ວຍ​ຮູບ​ແບບ​ການ​ຈັດ​ຕັ້ງ​ທັງ​ໂດຍກົງສົມທົບກັບ​ອອນ​ລາຍ, ກອງ​ປະຊຸມ​ຄາດ​ວ່າ​ຈະ​ມີ​ຜູ້ຕາງໜ້າ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ອົງການ​ຄຸ້ມ​ຄອງ​ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ, ບັນດາຄອບຄົວທຳການ​ຜະລິດ ​ແລະ ວິ​ສາ​ຫະ​ກິດ​ການ​ຄ້າ​ສົ່ງ​ອອກ​​ໝາກ​ທຸລຽນ ແລະ ​ໝາກ​ຫນອດ​ຂອງ​ບັນ​ດາ​ແຂວງ​ເຂດໄຕງວຽນ​ ແລະ​ ພາກ​ໃຕ້, ຫ້ອງ​ການ​ການ​ຄ້າ/ສາຂາຫ້ອງ​ການ​ການ​ຄ້າ​ຫວຽດ​ນາມ ປະ​ຈຳ​ປັກ​ກິ່ງ/ໜານ​ນິງ ຈີນ.

ໜູນຊ່ວຍວິສາຫະກິດ ສົ່ງອອກໝາກທຸລຽນ ແລະ ໝາກຫນອດໄປຈີນ
ໜູນຊ່ວຍວິສາຫະກິດ ສົ່ງອອກໝາກທຸລຽນ ແລະ ໝາກຫນອດໄປຈີນ. (ພາບ: congthuong)

ຝ່າຍ​ຈີນ, ຄາດ​ວ່າ​ຈະ​ມີ​ວິ​ສາ​ຫະກິດ 25 ​ແຫ່ງ​ ແລະ​ ຮ້ານ​ຊຸບ​ເປີ​ມາ​ເກັດ​ທີ່​ນຳ​ເຂົ້າ, ດຳເນີນທຸລະກິດ ​ແລະ ​ຈຳໜ່າຍ​ຜະລິດ​ຕະພັນ​ໝາກ​ໄມ້​ຢູ່​ຕະຫຼາດ​ຈີນສະເພາະ ເຂົ້າຮ່ວມ​ໂດຍ​ຜ່ານ​ທາງ​ອອນ​ລາຍ.

ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ​ກ່ຽວ​ກັບ​ຕະ​ຫຼາດ​ຈີນ ແລະ ບັນ​ດາ​​ຂໍ້​ສັງ​ເກດ​ເມື່ອ​ສົ່ງ​ອອກ​ໝາກ​ໄມ້​ສົດ ແລະ ປຸງ​ແຕ່ງ​ຂອງ​ຫວຽດ​ນາມ; ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍສຳລັບ​ການ​ສົ່ງ​ອອກ​ກະສິກຳ​ຂອງ​ຫວຽດນາມ; ຂໍ້ກຳນົດ​ດ້ານ​ເຕັກນິກ​ ແລະ ​ຂັ້ນ​ຕອນເພື່ອ​ວິ​ສາ​ຫະກິດສາມາດ​ສົ່ງ​ອອກໝາກ​ທຸລຽນ ແລະ ​ໝາກ​ຫນອດໄປ​ຕະຫຼາດ​ຈີນ.

ພ້ອມ​ກັນ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ ຈະ​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ຈີນ ​ແລະ ປະສົບ​ການ, ວິທີ​ແກ້​ໄຂ​ ເພື່ອ​ຊຸກຍູ້​ການ​ສົ່ງ​ອອກໝາກ​ທຸລຽນ ແລະ ​ໝາກ​ຫນອດ; ​ຖາມ​ຕອບ ​ແລະ​ ແລກປ່ຽນການຄ້າວິສາຫະກິດ​ຂອງ​ສອງ​ຝ່າຍ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.