ການສົ່ງອອກສິນຄ້າຂອງຫວຽດນາມ ມີການເຕີບໂຕສູງ

16:58 | 26/05/2022

ຍສໝ - 4 ເດືອນຕົ້ນປີ 2022, ທັງ 5 ທະວີບລ້ວນແຕ່ເພີ່ມການນໍາເຂົ້າສິນຄ້າຈາກຫວຽດນາມ, ໃນນັ້ນ ອາຊີ ໄດ້ນໍາເຂົ້າ 57,25 ຕື້ USD, ເພີ່ມຂຶ້ນ 13%; ທະວີບອາເມລິກາ 42,74 ຕື້ USD, ເພີ່ມຂຶ້ນ 21%; ເອີຣົບ ເພີ່ມຂຶ້ນ 14.9%...

ຊຸກຍູ້ການສົ່ງອອກໝາກມັງກອນໄປອົດສະຕາລີ ແລະ ນິວຊີແລນ ຊຸກຍູ້ການສົ່ງອອກໝາກມັງກອນໄປອົດສະຕາລີ ແລະ ນິວຊີແລນ
ການສົ່ງອອກເກີນດຸນສໍາລັບຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ ແລະ ສິນໃນນໍ້າ ໃນ 4 ເດືອນ ເພີ່ມຂຶ້ນ 3,2 ເທົ່າ ການສົ່ງອອກເກີນດຸນສໍາລັບຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ ແລະ ສິນໃນນໍ້າ ໃນ 4 ເດືອນ ເພີ່ມຂຶ້ນ 3,2 ເທົ່າ

ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ໃນ​ເດືອນ​ເມສາ ​ແລະ 4 ​ເດືອນ​ຕົ້ນ​ປີ​ຂອງ​ກົມ​ພາສີ​ລາຍ​ງານ​ວ່າ: ​ໃນ 4 ​ເດືອນ​ຕົ້ນ​ປີ, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຂອງ​ທົ່ວ​ປະ​ເທດ​ບັນລຸ 242,43 ຕື້ USD, ​ເພີ່ມ​ຂຶ້ນ 15 9% (​ເທົ່າ​ກັບ 33,21 ຕື້ USD) ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021.

​ໃນ​ນັ້ນ, ການ​ສົ່ງ​ອອກ​ບັນລຸ 122,48 ຕື້ USD, ​ເພີ່ມ​ຂຶ້ນ 16,5% (​ເທົ່າ​ກັບ 17,3 ຕື້ USD) ​ແລະ ການ​ນຳ​ເຂົ້າ​ບັນລຸ 119,95 ຕື້ USD, ​ເພີ່ມ​ຂຶ້ນ 15,3%, (​ເທົ່າ​ກັບ 15,9 ຕື້ USD).

ການສົ່ງອອກສິນຄ້າຂອງຫວຽດນາມ ມີການເຕີບໂຕສູງ
(ພາບປະກອບ: vietnamplus)

ເດືອນ​ເມສາ​ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ສິນຄ້າ​ໄດ້​ເກີນ​ດຸນ 849 ລ້ານ USD, ​ໃນ 4 ​ເດືອນ, ທົ່ວປະ​ເທດ​ມີ​ຍອດ​ມູນ​ຄ່າ​ການ​ຄ້າ​ເກີນ​ດຸນ 2,53 ຕື້ USD.

ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ​ໄປ​ທັງ 5 ທະວີບ​ໄດ້​ຮັບ​ການ​ເຕີບ​ໂຕ​ເປັນ​ສອງ​ຕົວ​ເລກ, ​ໃນ​ນັ້ນ, ອາ​ເມ​ລິ​ກາ​ແມ່ນ​ພາກ​ພື້ນ​ຕະຫຼາດ​ທີ່​ມີ​ການ​ເຕີບ​ໂຕ​ຢ່າງ​​ແຮງ​ທີ່​ສຸດ, ບັນລຸ 42,74 ຕື້ USD, ​ເພີ່ມ​ຂຶ້ນ 21%, ​ໃນ​ນັ້ນ​ການ​ສົ່ງ​ອອກ​ໄປ​ຍັງ​ອາ​ເມ​ລິ​ກາ​ບັນລຸ 36,2 ຕື້ USD, ​ເພີ່ມ​ຂຶ້ນ 20,8% ເມື່ອທຽບໃສ່ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.