ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ WTM 2022 ຢູ່ ອັງກິດ | |
ຫວຽດນາມ ເຂົ້າຮ່ວມສັບປະດາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດສາກົນ ປີ 2022 |
![]() |
ພາບປະກອບ |
ທ່ານ ເຈິນແທັງຫາຍ, ຮອງຫົວໜ້າກົມນຳເຂົ້າ - ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ການປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດໃນປັດຈຸບັນ ຍັງແມ່ນໝວດສິນຄ້າອຸດສາຫະກຳປຸງແຕ່ງ, ລະອຽດແມ່ນບັນດາປະເພດສິນຄ້າເອເລັກໂຕນິກ, ໂທລະສັບ. ສ່ວນປະເພດສິນຄ້າອື່ນຄື ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ ຍັງມີການເຕີບໂຕດີພໍສົມຄວນ. ໝວດສິນຄ້າຄືຜະລິດຕະພັນກະເສດ, ພິເສດແມ່ນເຂົ້າສານ, ກາເຟ ໄດ້ສົ່ງອອກດ້ວຍລະດັບບັນລຸສະຖິຕິ.
ບັນດາຂະແໜງການສົ່ງອອກທີ່ໜ້າປະທັບໃຈ ໃນປີ 2022 ຕ້ອງເວົ້າເຖິງສິນໃນນໍ້າ, ດ້ວຍເລື່ອງຂະແໜງການນີ້ຕັ້ງເປົ້າໝາຍໄວ້ 10 ຕື້ USD, ຍັງບໍ່ທັນໝົດປີ 2022 ກໍ່ສາມາດບັນລຸຄາດໝາຍທີ່ວາງອອກແລ້ວ. ຄາດວ່າປີນີ້, ການສົ່ງອອກສິນໃນນ້ຳຈະບັນລຸຄາດໝາຍປະຫວັດສາດປະມານ 11,2 ຕື້ USD.
ໄຊພອນ