ມີໂຮງງານປຸງແຕ່ງປາປຶ່ງຕື່ມອີກ 6 ແຫ່ງ ທີ່ສົ່ງອອກໄປອາເມລິກາ

17:00 | 26/05/2022

ຍສໝ - ອົງການ​ກວດກາ ແລະ ​ຄວາມ​ປອດ​ໄພ​ດ້ານ​ອາຫານ ​ທີ່​ຂຶ້ນ​ກັບ​ກະຊວງ​ກະສິກຳ​ຂອງ​ອາ​ເມ​ລິ​ກາ ຫາ​ກໍ່​ໄດ້​ຮັບ​ຮອງເອົາໂຮງງານ​ປຸງ​ແຕ່ງ​ປາປຶ່ງ ຂອງ​ຫວຽດນາມ ​ອີກ 6 ​ແຫ່ງ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ສົ່ງ​ອອກ​ໄປ​ຕະຫຼາດ​ແຫ່ງ​ນີ້.

ວິສາຫະກິດຜູ້ປະກອບການປະເທດເຊັກ໌ ຢາກລົງທຶນໂຮງງານລົດຍົນຢູ່ຫວຽດນາມ ວິສາຫະກິດຜູ້ປະກອບການປະເທດເຊັກ໌ ຢາກລົງທຶນໂຮງງານລົດຍົນຢູ່ຫວຽດນາມ
ມີຕື່ມອີກວິສາຫະກິດແຫ່ງໜຶ່ງ ທີ່ລົງທຶນຜະລິດຖ່ານໄຟນຳໃຊ້ແຫຼ່ງພະລັງງານແສງຕາເວັນຢູ່ຫວຽດນາມ ມີຕື່ມອີກວິສາຫະກິດແຫ່ງໜຶ່ງ ທີ່ລົງທຶນຜະລິດຖ່ານໄຟນຳໃຊ້ແຫຼ່ງພະລັງງານແສງຕາເວັນຢູ່ຫວຽດນາມ

ໂຮງ​ງານ​ປຸງ​ແຕ່ງ​ປາປຶ່ງ 6 ແຫ່ງ​ຂອງ​ຫວຽດ​ນາມ ທີ່ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງໃຫ້ສົ່ງ​ອອກ​ໄປ​ອາ​ເມ​ລິ​ກາ, ປະກອບມີ: ບໍລິສັດຫຸ້ນສ່ວນອາຫານ​ທະ​ເລ Hop Nhat, ໂຮງງານ​ຜະລິດ​ອາຫານ​ທະ​ເລແຊ່ແຂງ Atlantic (Atlantic Seafood), ໂຮງງານ Basa Mekong (Basa Mekong), ໂຮງງານ​ປຸງ​ແຕ່ງ ​ແລະ ສົ່ງ​ອອກຜະລິດຕະພັນປາປຶ່ງເກຼດດີ, ໂຮງງານປຸງແຕ່ງ ແລະ ສົ່ງອອກອາຫານທະເລ Co May 2 (Co May Import and Export Co., Ltd) ແລະ CK Frozen Food Co., Ltd. ຫວຽດນາມ.

ມີໂຮງງານປຸງແຕ່ງປາປຶ່ງຕື່ມອີກ 6 ແຫ່ງ ທີ່ສົ່ງອອກໄປອາເມລິກາ
ມີໂຮງງານປຸງແຕ່ງປາປຶ່ງຕື່ມອີກ 6 ແຫ່ງ ທີ່ສົ່ງອອກໄປອາເມລິກາ. (ພາບ: vietnamplus)

ສະ​ນັ້ນ, ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ 19 ​ໂຮງງານ​ປາ​ປື່ງ ຫວຽດນາມ ​ໄດ້​ຮັບ​ອະນຸຍາດ​ໃຫ້​ສົ່ງ​ອອກ​ໄປ​ຕະຫຼາດ​ອາ​ເມ​ລິ​ກາ. ຕາມ​ສະມາຄົມ​ ສົ່ງ​ອອກ ​ແລະ ປຸງແຕ່ງ​ອາຫານ​ທະ​ເລ​ຫວຽດນາມ ​ແລ້ວ, ​ໄລ່ຮອດ​ເຄິ່ງ​ເດືອນ​ຕົ້ນ​ເດືອນ​ເມສາ​ນີ້, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ປາ​ປື່ງໄປ​ຍັງ​ຕະຫຼາດ​ອາ​ເມ​ລິ​ກາ ​ບັນລຸ​ກວ່າ 195 ລ້ານ USD, ​ເພີ່ມ​ຂຶ້ນ​ກວ່າ 131% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ປະຈຸ​ບັນ, ຄວາມ​ຕ້ອງການ​ນຳ​ເຂົ້າ​ປາ​ຊີ້ນຂາວ​ຂອງ ອາ​ເມ​ລິ​ກາ ​ແລະ ອີ​ຢູ ຍັງ​ເພີ່ມ​ຂຶ້ນ​ຢ່າງ​ຕັ້ງໜ້າ ​ແລະ ບັນດາຜົນ​ສະທ້ອນຈາກ​ການ​ປະ​ທະ​ກັນ​ລະຫວ່າງ ລັດ​ເຊຍ - ຢູ​ແກຼນ ​ໄດ້​ສົ່ງຜົນກະທົບ​ເຖິງ​ຕະຫຼາດ​ປາ​ຊີ້ນຂາວ​ໂລກ.

ການເພີ່ມ 6 ໂຮງງານເຂົ້າໃນບັນຊີລາຍຊື່ການປຸງແຕ່ງ ແລະ ສົ່ງອອກປາປຶ່ງໄປອາເມລິກາ ຈະຊ່ວຍໃຫ້ມູນຄ່າລວມຂອງຜະລິດຕະພັນປາປຶ່ງຂອງຫວຽດນາມ ສົ່ງອອກໄປຕະຫຼາດນີ້ ເຕີບໂຕໃນໄລຍະຈະມາເຖິງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.