ການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ເພີ່ມຂຶ້ນກ່ວາ 13%

11:38 | 02/09/2022

ຍສໝ - ຕາມຕົວເລກຫຼ້າສຸດຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໃນ 8 ເດືອນຂອງປີ 2022, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ຄາດວ່າບັນລຸປະມານ 66,2 ຕື້ USD, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຈຳນວນນັ້ນ, ມູນຄ່າການສົ່ງອອກຄາດວ່າປະມານ 36,3ຕື້ USD, ເພີ່ມຂຶ້ນ 13%.

Festival ຜະລິດຕະພັນກະເສດ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2022 Festival ຜະລິດຕະພັນກະເສດ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2022
ວົງ​ເງິນ​ການ​ຄ້າ​ຫວຽດນາມ - ອິນ​ເດຍ ບັນລຸ​ກວ່າ 13 ຕື້ USD ວົງ​ເງິນ​ການ​ຄ້າ​ຫວຽດນາມ - ອິນ​ເດຍ ບັນລຸ​ກວ່າ 13 ຕື້ USD
ພາບປະກອບ
ພາບປະກອບ

ໃນ 8 ເດືອນຜ່ານມາ, ມີ 7 ຜະລິດຕະພັນ, ໝວດຜະລິດຕະພັນມີມູນຄ່າການສົ່ງອອກກ່ວາ 2 ຕື້ USD ລວມມີ: ກາເຟ, ຢາງພາລາ, ເຂົ້າສານ, ໝາກໄມ້, ໝາກມ່ວງຫິມະພານ… ພ້ອມກັນນັ້ນ, ຫຼາຍປະເພດສິນຄ້າບັນລຸມູນຄ່າການສົ່ງອອກສູງກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍຄື: ກາເຟ, ຢາງພາລາ, ເຂົ້າສານ, ໝາກພິກໄທ, ມັນຕົ້ນ… ກ່ຽວກັບຕະຫຼາດສົ່ງອອກ, ໃນ 8 ເດືອນຜ່ານມາ, ບັນດາຕະຫຼາດຂຶ້ນກັບພາກພື້ນ ອາຊີ, ກວມອັດຕາສ່ວນສູງສຸດດ້ວຍກ່ວາ 43%, ຈາກນັ້ນແມ່ນ ທະວີບ ອາເມລິກາ, ເອີລົບ, ທະວີບໂອເຊອານີ ແລະ ອາບຟຣີກາ.

ໃນປີ 2022, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຈະປະຕິບັດໃຫ້ສຳເລັດການເຈລະຈາເປີດປະຕູຕະຫຼາດສຳລັບບັນດາຜະລິດຕະພັນເຊິ່ງລວມມີ: ໝາກລຳໄຍສົ່ງອອກໄປຍັງ ຍີ່ປຸ່ນ; ສືບຕໍ່ເຈລະຈາບັນດາຜະລິດຕະພັນໝາກນອດ, ໝາກພ້າວສົ່ງອອກໄປ ອາເມລິກາ ແລະ ອື່ນໆ.

ໄຊພອນ

ເຫດການ
302 Found

Found

The document has moved here.