ຍຸດທະສາດການນຳເຂົ້າສົ່ງອອກສິນຄ້າໄລຍະແຕ່ປີ 2021 – 2030: ຖືຄຸນນະພາບການເຕີບໂຕແລະລັກສະນະຍືນຍົງເປັນສຳຄັນ

15:03 | 26/05/2022

ວັນທີ 19 ເມສາຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ເຊັນຂໍ້ຕົກລົງອະນຸມັດຍຸດທະສາດການນຳເຂົ້າສົ່ງອອກສິນຄ້າຮອດປີ 2030 ດ້ວຍເປົ້າໝາຍນຳເຂົ້າສົ່ງອອກແບບຍືນຍົງດ້ວຍໂຄງປະກອບດຸນດ່ຽງ, ກົມກຽວ, ເສີມຂະຫຍາຍທ່າໄດ້ປຽບການແກ້ງແຍ້ງ, ພັດທະນາເຄື່ອງໝາຍສິນຄ້າຫວຽດນາມ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນລະບົບມູນຄ່າທົ່ວໂລກ,ແມ່ນກຳລັງຫນູນຂອງການເຕີບໂຕດ້ານເສດຖະກິດຢ່າງວ່ອງໄວແລະຍືນຍົງ. ໃນຍຸດທະສາດນີ້ ລັດຖະບານກໍ່ໄດ້ກຳນົດວິວັດການແລະບາດກ້າວເດີນຢ່າງລະອຽດກ່ຽວກັບການສົ່ງອອກ, ນຳເຂົ້າໃຫ້ແກ່ແຕ່ລະໄລຍະ(2021-2025 ແລະ 2025-2030), ພ້ອມທັງວາງອອກບັນດາມາດຕະການເພື່ອຜັນຂະຫຍາຍການປະຕິບັດ.

ສູ້ຊົນຮອດປີ 2030: ຍົກລະດັບການຈັດອັນດັບຄວາມໄວ້ວາງໃຈລະດັບຊາດຂອງ ຫວຽດນາມ ຂຶ້ນລະດັບ ລົງທຶນ ສູ້ຊົນຮອດປີ 2030: ຍົກລະດັບການຈັດອັນດັບຄວາມໄວ້ວາງໃຈລະດັບຊາດຂອງ ຫວຽດນາມ ຂຶ້ນລະດັບ ລົງທຶນ
ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050 ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050
ພາບປະກອບ.baochinhphu.vn
ພາບປະກອບ.baochinhphu.vn

ເສດຖະກິດທົ່ວໂລກໃນຊຸມປີຈະມາເຖິງຄາດວ່າຈະສືບຕໍ່ມີການຜັນແປສັບສົນຍ້ອນຜົນສະທ້ອນຈາກການປະທະກັນດ້ານພູມສາດການເມືອງ, ສົງຄາມດ້ານການຄ້າ, ໂລກລະບາດ, ວິກິດການເສດຖະກິດ… ໃນສະພາບການນັ້ນ, ການສົ່ງອອກແມ່ນຫນຶ່ງໃນສາມເສົາຄ້ຳຂອງພື້ນຖານເສດຖະກິດຄວນໄດ້ຮັບປະກັນການເຕີບໂຕແບບຍືນຍົງໃນໄລຍະຍາວ, ຮຽກຮ້ອງຕ້ອງມີການອັບເດດແລະວາງແຜນກຳນົດການກຳນົດທິດນະໂຍບາຍໃຫມ່, ມາດຕະການພື້ນຖານມີລັກສະນະຍຸດທະສາດສຳລັບການເຄື່ອນໄຫວນຳເຂົ້າ, ສົ່ງອອກ. ທ່ານນາງຫງວຽນເກີມຈາງ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳການຄ້າຫວຽດນາມໃຫ້ຮູ້ວ່າ:

“ທົບທວນຄືນ 10 ປີແຫ່ງການປະຕິບັດຍຸດທະສາດການນຳເຂົ້າສົ່ງອອກສິນຄ້າໄລຍະ2011-2020, ການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າຂອງຫວຽດນາມບັນລຸໄດ້ບັນດາຜົນງານຫນ້າປະທັບໃຈ, ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການປ່ຽນແປງໃຫມ່ ແລະພັດທະນາເສດຖະກິດຂອງປະເທດຊາດ. ເຖິງຢ່າງໃດກໍຕາມ, ຄຽງຂ້າງບັນດາໝາກຜົນທີ່ບັນລຸໄດ້ນັ້ນການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າໄລຍະ 2011 -2020 ຍັງບໍ່ທັນຂຸດຄົ້ນທ່າໄດ້ປຽບການແກ້ງແຍ້ງນຳເຂົ້າສົ່ງອອກທີ່ອີງໃສ່ເຕັກໂນໂລຊີ, ລະດັບສີມືດ້ານແຮງງານ, ການຄຸ້ມຄອງ ..ໄດ້ໝົດເພື່ອສ້າງໝວດສິນຄ້າສົ່ງອອກທີ່ມີຄວາມສາມາດແກ້ງແຍ່ງສູງ, ເຕັກໂນໂລຊີສູງ, ມີຄວາມສາມາດເຂົ້າຮ່ວມຂອດການສ້າງມູນຄ່າເພີ່ມສູງໃນລະບົບການສະຫນອງ, ລະບົບມູນຄ່າທົ່ວໂລກ. ສະນັ້ນ ຍຸດທະສາດການນຳເຂົ້າສົ່ງອອກໃຫ້ແກ່ໄລຍະໃຫມ່ ໂດຍມີຄວາມເອົາໃຈໃສ່ເຖິງຄຸນນະພາບການເຕີບໂຕແລະລັກສະນະແບບຍືນຍົງຂອງການພັດທະນາການນຳເຂົ້າສົ່ງອອກ”.

ຍຸດທະສາດການນຳເຂົ້າສົ່ງອອກໄລຍະ2011-2030 ກໍ່ຄິດໄລ່ເຖິງບັນດາທ່າອ່ຽງໃຫມ່ໃນການຄ້າສາກົນ, ຂຸດຄົ້ນກຳລັງແຮງພາຍໃນຢ່າງມີປະສິດທິຜົນກໍ່ຄືບັນດາກາລະໂອກາດຂອງວິວັດການເຊື່ອມໂຍງ ພາຍຫລັງຫວຽດນາມເຂົ້າຮ່ວມຫລາຍສັນຍາການຄ້າເສລີລຸ້ນໃຫມ່, ຈາກນັ້ນ ກຳນົດບັນດາບຸລິມະສິດຍຸດທະສາດຂອງການເຄື່ອນໄຫວນຳເຂົ້າສົ່ງອອກ, ເລືອກເຟັ້ນບັນດາແຫລ່ງກຳລັງເພື່ອລົງທຶນພັດທະນາການນຳເຂົ້າສົ່ງອອກຕາມທິດຍືນຍົງ.

ເລື່ອງລັດຖະບານວາງຄາດໝາຍ: ລະດັບການເຕີບໂຕນຳເຂົ້າສົ່ງອອກສິນຄ້າສະເລ່ຍ 6 – 7%/ປີໃນໄລຍະ2011-2030ອາດເວົ້າໄດ້ວ່າ ແມ່ນລະດັບບໍ່ສູງເມື່ອທຽບໃສ່ການເຕີບໂຕສະເລ່ຍໃນຫລາຍປີຜ່ານມາ ນັບທັງໃນໄລຍະຫຍຸ້ງຍາກທີ່ສຸດ, ຜົນກະທົບຈາກໂລກລະບາດໂຄວິດ 19, ການເຕີບໂຕສົ່ງອອກຍາມໃດບັນລຸລະດັບຢູ່ໃນ 2 ຕົວເລກ. ທ່ານນາງຫງວຽນເກີມຈາງໃຫ້ຮູ້ວ່າ:

“ຄາດໝາຍລະດັບການເຕີບໂຕນຳເຂົ້າສົ່ງອອກສິນຄ້າສະເລ່ຍ 6-7%/ປີແມ່ນຄາດໝາຍສະເລ່ຍໃຫ້ແກ່ທັງໄລຍະ2011-2030. ຄາດໝາຍລະອຽດ 2021-2025 ແມ່ນການເຕີບໂຕສົ່ງອອກສະເລ່ຍ 8-9%/ປີແລະໄລຍະ 2026- 2030 ແມ່ນການເຕີບໂຕສະເລ່ຍ 5-6%/ປີ. ພາຍຫລັງໝາກຜົນການເຕີບໂຕໃນໄລຍະຜ່ານມາ, ປະຈຸບັນຫວຽດນາມນອນໃນກຸ່ມບັນດາປະເທດມີຂອບຂະຫນາດການສົ່ງອອກ, ນຳເຂົ້າໃຫຍ່ຂອງໂລກ. ທັດສະນະຍຸດທະສາດໄລຍະຮອດປີ2030 ກໍ່ແມ່ນການພັດທະນາການນຳເຂົ້າສົ່ງອອກແບບຍືນຍົງ, ມຸ່ງໄປເຖິງຄຸນນະພາບການເຕີບໂຕ”.

ຍຸດທະສາດໄດ້ປະກາດໃຊ້ ມີຫລາຍຈຸດໃຫມ່ເມື່ອທຽບໃສ່ຍຸດທະສາດການນຳເຂົ້າສົ່ງອອກໄລຍະ2011-2020 ນັບທັງທັດສະນະ, ເປົ້າໝາຍແລະການກຳນົດທິດ. ທັດສະນະຍຸດທະສາດກຳນົດບົດບາດຂອງບັນດາຂະແຫນງ, ທ້ອງຖິ່ນໃນການເສີມຂະຫຍາຍທ່າໄດ້ປຽບການປຽບທຽບຂອງຂະແຫນງ ແລະທ້ອງຖິ່ນ, ການຂຸດຄົ້ນປະສິດທິຜົນກາລະໂອກາດແລະ ຈຳກັດສິ່ງທ້າທາຍໃນການປະຕິບັດຄຳໝັ້ນສັນຍາການເຊື່ອມໂຍງເສດຖະກິດສາກົນ.

ເມື່ອທຽບໃສ່ຍຸດທະສາດການນຳເຂົ້າສົ່ງອອກໄລຍະ2011-2020, ຍຸດທະສາດໄລຍະ2021 – 2030 ບໍ່ວາງຄາດໝາຍກ່ຽວກັບຂອບຂະຫນາດລະອຽດ ຫາກກຳນົດຄາດໝາຍການພັດທະນາການນຳເຂົ້າສົ່ງອອກແບບຍືນຍົງ ແລະແມ່ນກຳລັງຫນູນຂອງການເຕີບໂຕເສດຖະກິດທີ່ວ່ອງໄວແລະໝັ້ນຄົງ. ຄຽງຄູ່ບັນດາເປົ້າໝາຍການເຕີບໂຕນຳເຂົ້າສົ່ງອອກ, ຂອບຂະຫນາດແລະຄາດໝາຍກ່ຽວກັບດຸນການຄ້າ, ຍຸດທະສາດຍັງເພີ່ມເຕີມຄາດໝາຍໂຄງປະກອບການສົ່ງອອກສິນຄ້າ, ໂຄງປະກອບຕະຫລາດສົ່ງອອກນຳເຂົ້າ ເພື່ອຫັນທັດສະນະພັດທະນາການນຳເຂົ້າສົ່ງອອກແບບຍືນຍົງບົນພື້ນຖານຄວາມກົມກຽວກ່ຽວກັບໂຄງປະກອບສິນຄ້າ, ໂຄງປະກອບຕະຫລາດແລະດຸນການຄ້າສຳລັບແຕ່ລະຕະຫລາດ, ເຂດຕະຫລາດໃຫ້ເປັນລະອຽດ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.