ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ວິທີແກ້ໄຂເພື່ອຊຸກຍູ້ການສົ່ງອອກ

16:10 | 15/06/2022

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກົມການຄ້າເອເລັກໂທຣນິກ ແລະ ເສດຖະກິດດິຈິຕອນ (ກະຊວງອຸດສາຫະກຳ ແລະ ການຄ້າ) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມມືປະຕິບັດຂໍ້ລິເລີ່ມ “ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ຍຸກແຫ່ງການພັດທະນາ” ກັບ Amazon Golbal Selling ຫວຽດນາມ.

ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ
ບັນດາປະເທດ ອາຊຽນ+3 ຕ້ອງເປີດດ່ານຊາຍແດນໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ ແລະ ບັນດາການເຄື່ອນໄຫວໃນການຮ່ວມມືດ້ານເສດຖະກິດ, ການຄ້າ ບັນດາປະເທດ ອາຊຽນ+3 ຕ້ອງເປີດດ່ານຊາຍແດນໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ ແລະ ບັນດາການເຄື່ອນໄຫວໃນການຮ່ວມມືດ້ານເສດຖະກິດ, ການຄ້າ

ຂໍ້​ລິ​ເລີ່ມ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ໃຫ້​ແກ່​ການ​ຄ້າ​ເອ​ເລັກ​ໂທຣ​ນິກ​ຂ້າມ​ຊາຍ​ແດນ​ຢູ່​ຫວຽດ​ນາມ ໃນ 5 ປີ​ຈະ​ມາ​ເຖິງ, ຜ່ານ​ນັ້ນ​ ກໍຍົກ​ສູງ​ຄວາມ​ສາ​ມາດ ແລະ ເປີດ​ກາ​ລະ​ໂອ​ກາດ​ສົ່ງ​ອອກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ທ້ອງ​ຖິ່ນ.

ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ວິທີແກ້ໄຂເພື່ອຊຸກຍູ້ການສົ່ງອອກ
ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ວິທີແກ້ໄຂເພື່ອຊຸກຍູ້ການສົ່ງອອກ. (ພາບ: vietnamnet)

​ເຂົ້າ​ຮ່ວມ​ໂຄງການ, ບັນດາ​ນັກທຸລະກິດໜຸ່ມ ​ແລະ ຊັບພະຍາກອນ​ມະນຸດໜຸ່ມ​ ຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ບັນດາ​ຊຸດຮຽນ​ເຊັ່ນ: ການ​ຄ້າອີເລັກໂທຣນິກ ຂ້າມ​ຊາຍ​ແດນ, ການ​ຄົ້ນຄວ້າ​ຕະຫຼາດ, ການ​ສ້າງ​ລາຍການ​ຜະລິດ​ຕະພັນ, ການ​ຈົດ​ທະບຽນ​ເຄື່ອງໝາຍ​ການ​ຄ້າ ​ແລະ ການປົກ​ປ້ອງ... ລາຍການມຸ່ງໄປເຖິງເປົ້າໝາຍໜູນຊ່ວຍພັດທະນາຊັບພະຍາກອນມະນຸດການ​ຄ້າອີເລັກໂທຣນິກ ຂ້າມຊາຍແດນ​ ​ສໍາ​ລັບ 10.000 ວິ​ສາ​ຫະ​ກິດ​ໃນ​ໄລ​ຍະ 2022-2026​.

ທ່ານ ຫງວຽນ​ຊິງຍືດເຕີນ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2021, ລາຍຮັບການຄ້າອີເລັກໂທຣນິກຂາຍຍ່ອຍຂອງ ຫວຽດນາມ ​ເພີ່ມ​ຂຶ້ນ 16%, ບັນລຸ 13,7 ຕື້ USD. ຄາດຄະເນວ່າ ໃນໄລຍະ 2022-2025, ການຄ້າອີເລັກໂທຣນິກຂອງຫວຽດນາມ ຈະເພີ່ມຂຶ້ນສະເລ່ຍ 25% ຕໍ່ປີ, ບັນລຸ 35 ຕື້ USD ໃນປີ 2025 ແລະ ກວມເອົາ 10% ຍອດວົງເງິນຂາຍຍ່ອຍສິນຄ້າ ແລະ ລາຍຮັບການບໍລິການບໍລິໂພກໃນທົ່ວປະເທດ.

ເຖິງຢ່າງໃດກໍຕາມ, ນອກຈາກກາລະໂອກາດພັດທະນາ, ການເຕີບໂຕດ້ານການນຳເຂົ້າ - ສົ່ງອອກ ແລະ ການເປີດກວ້າງຕະຫຼາດທີ່ມີທ່າແຮງ, ດ້ວຍການຄ້າອີເລັກໂທຣນິກຂ້າມຊາຍແດນນັ້ນ, ຍັງມີຂໍ້ບົກຜ່ອງຄົງຄ້າງສຳລັບບັນດາວິສາຫະກິດ ຫວຽດນາມ ເຊັ່ນ: ຂາດຂໍ້ມູນຂ່າວສານ, ຍັງບໍ່ທັນມີການກະກຽມເພື່ອຕອບສະໜອງໄດ້ກັບຄວາມຊົມຊອບ ແລະ ຈິດໃຈຂອງຜູ້ບໍລິໂພກຕ່າງປະເທດ, ຍັງບໍ່ທັນກະກຽມຢ່າງເຕັມທີ່ທາງດ້ານທັກສະ, ສ້າງທິດທາງທຸລະກິດ ແລະ ການປົກປ້ອງເຄື່ອງໝາຍການຄ້າໃນ ການຄ້າອີເລັກໂທຣນິກຂ້າມຊາຍແດນ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.