ການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມ ອາດຈະບັນລຸ 4 ຕື້ USD ໃນປີ 2023

09:48 | 29/12/2022

ຍສໝ-ຕາມການສະຖິຕິຈາກກົມໃຫຍາພາສີ ໃຫ້ຮູ້ວ່າ ຮອດເດືອນພະຈິກ, ການ​ສົ່ງ​ອອກຜັກ ແລະ ​ໝາກ​ໄມ້​​ບັນ​ລຸກວ່າ 3,1 ຕື້ USD.

WWF ຫວຽດ​ນາມ ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່ ກາ​ເມົາ ແລະ ບາກ​ລຽວ WWF ຫວຽດ​ນາມ ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່ ກາ​ເມົາ ແລະ ບາກ​ລຽວ
ທ່ານ​ເອກ​ອັກຄະ​ລັດຖະທູດ Iain Frew ​ເນັ້ນ​ໜັກ​ວ່າ: “ການ​ພົວພັນ​ລະຫວ່າງ ຫວຽດນາມ - ອັງກິດ ​ແມ່ນ​ໃກ້​ຊິດ​ກວ່າ​ເວລາໃດໝົດ” ທ່ານ​ເອກ​ອັກຄະ​ລັດຖະທູດ Iain Frew ​ເນັ້ນ​ໜັກ​ວ່າ: “ການ​ພົວພັນ​ລະຫວ່າງ ຫວຽດນາມ - ອັງກິດ ​ແມ່ນ​ໃກ້​ຊິດ​ກວ່າ​ເວລາໃດໝົດ”
ການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມ ອາດຈະບັນລຸ 4 ຕື້ USD ໃນປີ 2023

ໝາກພຸກໄດ້ຂາຍຢູ່ອາເມຣິກາ (ພາບ:VOV)

ຄາດ​ວ່າ, ຮອດ​ທ້າຍ​ປີ 2022, ວົງ​ເງິນ​ສົ່ງ​ອອກ​ອາດຈະ​ບັນ​ລຸ 3,4 ຕື້ USD. ປະຈຸ​ບັນ ມີ​ໝາກ​ໄມ້​ສົດ​ຫຼາຍ​ຊະນິດ​ເຊິ່ງ​ແມ່ນ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ບັນດາ​ແຂວງ​ພາກ​ໃຕ້​ພວມ​ຢູ່​ໃນ​ລະດູ​ການ​ເກັບ​ກ່ຽວເປັນ​ຕົ້ນ​ຄື ໝາກກ້ວຍ, ໝາກມັງກອນ, ໝາກມ່ວງ, ໝາກພຸກ, ໝາກມີ້... ດ້ວຍເລື່ອງ​ມີຕະຫຼາດ​ຫຼາຍ​ແຫ່ງ​ເປີດ​ປະຕູໃຫ້​ໝາກ​ໄມ້​ສົດ​ຫວຽດນາມ, ຄາດ​ວ່າ ​ໃນລະດູການໃໝ່​, ການເຄື່ອນໄຫວ​ສົ່ງ​ອອກ​​ໝາກ​ໄມ້​ສົດ​ຈະ​ບັນລຸ​ໄດ້​ໝາກຜົນ​ດີ​ຫຼາຍ​ຢ່າງ.

ໃນ​ປີ 2022, ບັນດາ​ຜະລິດ​ຕະພັນ​ໝາກ​ໄມ້​ສົດ​ຂອງ​ຫວຽດນາມ ​ຄື ໝາກ​ກ້ວຍ, ໝາກ​ຖົ່ວລຽນ, ໝາກ​ໜອດ... ​ໄດ້​ຖືກ​ສົ່ງ​ອອກ​ໄປ​ຕະຫຼາດ​ຈີນ​ຢ່າງ​ເປັນ​ທາງ​ການ. ນອກ​ຈາກນັ້ນ, ໝາກ​ພຸກ ​ແລະ ໝາກ​ນາວຂອງ​ຫວຽດນາມ ກໍໄດ້ຮັບການ​​ອະນຸຍາດ​ໃຫ້​ນຳ​ເຂົ້າ​ຕະຫຼາດ ນິວຊີ​ແລນ; ໝາກລຳໄຍສົດ ໄດ້ຮັບອະນຸຍາດໃຫ້ນຳເຂົ້າຍີ່ປຸ່ນ… ວິສາຫະກິດສົ່ງອອກຜະລິດຕະພັນກະເສດຈຳນວນໜຶ່ງຄາດວ່າ ການເລີ່ມລະດູການສົ່ງອອກໝາກໄມ້, ຜະລິດຕະພັນກະເສດໃນລະດູການໃໝ່ຈະມີຄວາມສະດວກຫຼາຍຂຶ້ນ ເນື່ອງຈາກຄ່າໃຊ້ຈ່າຍໃນການຂົນສົ່ງຫຼຸດລົງ; ຕະ​ຫລາດ​ສົ່ງ​ອອກ​ກໍ​ມີຄວາມປ່ຽນແປງດີຂຶ້ນ​ເມື່ອມີ​ຕະ​ຫຼາດຫຼາຍແຫ່ງໄດ້​ເປີດປະຕູ​​ໃຫ້​​ໝາກ​ໄມ້​ສົດ​ຂອງ​ຫວຽດ​ນາມ.

ຕາມ​ສະມາຄົມ​ຜັກ ​ແລະ ໝາກ​ໄມ້​ຫວຽດນາມ ​ແລ້ວ, ​ໃນ​ຊຸມ​ເດືອນ​ທ້າຍ​ປີ, ການ​ສົ່ງ​ອອກ​ຜັກ ​ແລະ ໝາກ​ໄມ້​ຂອງ​ຫວຽດນາມ ຈະສືບ​ຕໍ່ປ່ຽນແປງດີຂຶ້ນ​ດ້ວຍ​ວົງເງິນ​ສະ​ເລ່ຍປະມານ 250 – 260 ລ້ານ USD/​ເດືອນ; ຄາດ​ວ່າ ໃນປີ 2023 ຈະ​ແມ່ນ​ປີ​ຂະ​ຫຍາຍ​ຕົວ​ຂອງ​ຂະແໜງການຜັກ ແລະ ​ໝາກ​ໄມ້, ດ້ວຍ​ວົງ​ເງິນ​ສົ່ງ​ອອກຄາດວ່າຈະບັນລຸ​ປະ​ມານ 4 ຕື້ USD.

ຫອມມາລາ

ເຫດການ
302 Found

Found

The document has moved here.