ຍອດມູນຄ່າການສົ່ງອອກ-ນໍາເຂົ້າຂອງຫວຽດນາມ ບັນລຸ 28,34 ຕື້ໂດລາສະຫະລັດ ໃນເຄິ່ງຕົ້ນເດືອນພຶດສະພາປີ 2022

07:30 | 26/05/2022

ຕາມຂໍ້ມູນສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີແລ້ວ, ຍອດມູນຄ່າການສົ່ງອອກ-ນໍາເຂົ້າສິນຄ້າຂອງຫວຽດນາມ ໃນໄລຍະ 1 ຂອງເດືອນພຶດສະພາປີ 2022 (ໃນລະຫວ່າງວັນທີ 1-15 ພຶດສະພາ) ບັນລຸ 28,34 ຕື້ໂດລາສະຫະລັດ, ຫຼຸດລົງ 15,6% (ເທົ່າກັບ 5,3 ຕື້ໂດລາສະຫະລັດ) ເມື່ອທຽບກັບຜົນໄດ້ປະຕິບັດໃນເຄິ່ງທ້າຍເດືອນເມສາປີ 2022.

ຫວຽດນາມ ສົ່ງອອກເກີນດຸນ 2,53 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2022 ຫວຽດນາມ ສົ່ງອອກເກີນດຸນ 2,53 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2022
ການສົ່ງອອກໄປຈີນບັນລຸ 13,7 ຕື້ໂດລາສະຫະລັດ ການສົ່ງອອກໄປຈີນບັນລຸ 13,7 ຕື້ໂດລາສະຫະລັດ

ໃນໄລຍະ 1 ຂອງເດືອນພຶດສະພາ ປີ 2022, ການຄ້າສິນຄ້າຂາດດຸນ 2,7 ຕື້ໂດລາສະຫະລັດ. ໄລ່ແຕ່ຕົ້ນປີຮອດວັນທີ 15 ພຶດສະພາ, ການຄ້າສິນຄ້າຂາດດຸນ 223 ລ້ານໂດລາສະຫະລັດ.

ຍອດມູນຄ່າການນຳເຂົ້າຂອງຫວຽດນາມ ໃນໄລຍະ 1 ຂອງເດືອນພຶດສະພາປີ 2022 ບັນລຸ 15,52 ຕື້ໂດລາສະຫະລັດ. ພາບປະກອບຄັດຈາກ: nhandan.vn
ຍອດມູນຄ່າການນຳເຂົ້າຂອງຫວຽດນາມ ໃນໄລຍະ 1 ຂອງເດືອນພຶດສະພາປີ 2022 ບັນລຸ 15,52 ຕື້ໂດລາສະຫະລັດ. ພາບປະກອບຄັດຈາກ: nhandan.vn

ກ່ຽວກັບການສົ່ງອອກ, ຍອດມູນຄ່າສິນຄ້າສົ່ງອອກຂອງຫວຽດນາມ ໃນໄລຍະ 1 ຂອງເດືອນພຶດສະພາປີ 2022 ບັນລຸ 12,82 ຕື້ໂດລາສະຫະລັດ, ຫຼຸດລົງ 28,6% ເມື່ອທຽບໃສ່ໄລຍະທີ 2 ຂອງເດືອນເມສາປີ 2022. ດັ່ງນັ້ນ, ໄລ່ມາຮອດວັນທີ 15 ພຶດສະພາ, ຍອດມູນຄ່າສົ່ງອອກຂອງຫວຽດນາມ ບັນລຸເກືອບ 135,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,5%, ເທົ່າກັບ 18,18 ຕື້ໂດລາສະຫະລັດເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ຂໍ້ມູນສະຖິຕິຂອງກົມໃຫຍ່ພາສີ ກໍ່ສະແດງໃຫ້ເຫັນມູນຄ່າການສົ່ງອອກສິນຄ້າຂອງວິສາຫະກິດລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນໄລຍະ 1 ຂອງເດືອນພຶດສະພາປີ 2022 ບັນລຸ 9,24 ຕື້ໂດລາສະຫະລັດ, ຫຼຸດລົງ 30,1%, ເທົ່າກັບ 3,97 ຕື້ໂດລາ ສະຫະລັດເມື່ອທຽບໃສ່ໄລຍະທີ 2 ຂອງເດືອນເມສາປີ 2022. ໄລ່ມາຮອດວັນທີ 15 ພຶດສະພາ, ຍອດມູນຄ່າການສົ່ງອອກສິນຄ້າຂອງກຸ່ມບັນດາວິສາຫະກິດນີ້ບັນລຸ 98,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,3%, ເທົ່າກັບ 11,63 ຕື້ໂດລາສະຫະລັດເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ກວມເອົາ 73,1% ຍອດມູນຄ່າການສົ່ງອອກຂອງທົ່ວປະເທດ.

ກ່ຽວກັບການນຳເຂົ້າ, ຍອດມູນຄ່າສິນຄ້ານຳເຂົ້າຂອງຫວຽດນາມ ໃນໄລຍະ 1 ຂອງເດືອນພຶດສະພາປີ 2022 ບັນລຸ 15,52 ຕື້ໂດລາສະຫະລັດ, ຫຼຸດລົງ 0,6% ເມື່ອທຽບກັບຜົນປະຕິບັດໃນເຄິ່ງທ້າຍເດືອນເມສາປີ 2022. ດັ່ງນັ້ນ, ໄລ່ມາຮອດວັນທີ 15 ພຶດສະພາ, ຍອດມູນຄ່າການນຳເຂົ້າຂອງທົ່ວປະເທດບັນລຸ 135,39 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ມູນຄ່າການນຳເຂົ້າສິນຄ້າຂອງວິສາຫະກິດ FDI ໃນໄລຍະນີ້ບັນລຸ 9,77 ຕື້ໂດລາສະຫະລັດ, ຫຼຸດລົງ 3,3% ເມື່ອທຽບໃສ່ໄລຍະທີ 2 ເດືອນເມສາປີ 2022. ໄລ່ມາຮອດວັນທີ 15 ພຶດສະພາ, ຍອດມູນຄ່າການນຳເຂົ້າຂອງກຸ່ມບັນດາວິສາຫະກິດນີ້ບັນລຸ 88,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ກວມເອົາ 65,4% ຍອດມູນຄ່າການນຳເຂົ້າຂອງທົ່ວປະເທດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.