ການນຳເຂົ້າ-ສົ່ງອອກຫວຽດນາມ-ອົດສະຕາລີ ນັບມື້ນັບດີຂຶ້ນ

15:17 | 27/07/2022

ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ Sydney, ການນຳເຂົ້າ-ສົ່ງອອກສິນຄ້າລະຫວ່າງຫວຽດນາມ ແລະອົດສະຕາລີ ໃນ 6 ເດືອນຕົ້ນປີ 2022 ສືບຕໍ່ຮັກສາທ່າເຕີບໂຕຢ່າງແຮງ, ດ້ວຍວົງເງິນການຄ້າສອງສົ້ນເປັນຄັ້ງທໍາອິດທີ່ບັນລຸກວ່າ 8,01 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 38,45% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ.

ສືບຕໍ່ຊຸກຍູ້ການຮ່ວມມືແລກປ່ຽນ ລະຫວ່າງທະຫານບົກຫວຽດນາມ ແລະຍີ່ປຸ່ນ ສືບຕໍ່ຊຸກຍູ້ການຮ່ວມມືແລກປ່ຽນ ລະຫວ່າງທະຫານບົກຫວຽດນາມ ແລະຍີ່ປຸ່ນ
ການສົ່ງອອກສິນຄ້າຂອງຫວຽດນາມ ມີການເຕີບໂຕສູງ ການສົ່ງອອກສິນຄ້າຂອງຫວຽດນາມ ມີການເຕີບໂຕສູງ
ລູກຄ້າອົດສະຕາລີ ເລືອກຊື້ໝາກລີ້ນຈີ່ທີ່ມີເຄົ້າກຳເນີດມາຈາກຫວຽດນາມ. ພາບ: ສຳນັກຂ່າວ ສານຫວຽດນາມ.
ລູກຄ້າອົດສະຕາລີ ເລືອກຊື້ໝາກລີ້ນຈີ່ທີ່ມີເຄົ້າກຳເນີດມາຈາກຫວຽດນາມ. ພາບ: ສຳນັກຂ່າວ ສານຫວຽດນາມ.

ໃຫ້ຂໍ້ສັງເກດກ່ຽວກັບໝາກຜົນດ້ານການຄ້າທີ່ໜ້າປະທັບໃຈລະຫວ່າງສອງປະເທດ, ທ່ານ ຫງວຽນຝູຮວ່າ ຫົວໜ້າຫ້ອງການການຄ້າຫວຽດນາມ ປະຈຳ ອົດສະຕາລີ ໃຫ້ຮູ້ວ່າ ເຖິງວ່າສະພາບການນຳເຂົ້າ-ສົ່ງອອກສິນຄ້າສາກົນຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ການພົວພັນ ເສດຖະກິດ-ການຄ້າຂອງຫວຽດນາມ ແລະອົດສະຕາລີແມ່ນນັບມື້ນັບດີຂຶ້ນ.

ດ້ວຍຄວາມສາມາດບົ່ມຊ້ອນພັດທະນາລະຫວ່າງສອງປະເທດ, ທ່ານ ຫງວຽນຝູຮວ່າ ເຊື່ອໝັ້ນວ່າ ແງ່ຫວັງວົງເງິນການຄ້ານຳເຂົ້າ-ສົ່ງອອກຂອງຫວຽດນາມ ແລະອົດສະຕາລີ ຍັງຈະມີການເຕີບໂຕດີກວ່ານີ້ຕື່ມອີກ, ອາດຈະລື່ນກາຍຕົວເລກຄາດຄະເນແມ່ນ 15 ຕື້ໂດລາສະຫະລັດ ສຳລັບປີ 2022, ສືບຕໍ່ຮັບຮູ້ສະຖິຕິດ້ານການຄ້າໃໝ່ໃຫ້ສອງປະເທດ.

ໃນໄລຍະຈະມາເຖິງ, ທ່ານ ຫງວຽນຝູຮວ່າ ໄດ້ຂຶ້ນແຜນການສືບຕໍ່ຜັນຂະຫຍາຍຫຼາຍໂຄງການສົ່ງເສີມຕາມແຜນການກະທຳວາງອອກ, ກ່ຽວຂ້ອງເຖິງບັນດາຂະແໜງສິນຄ້າທີ່ມີວົງເງິນການຄ້າໃຫຍ່, ປະຕິບັດຕາມການຊີ້ນຳຂອງກະຊວງອຸດສາຫະກຳ ແລະການຄ້າກ່ຽວກັບການເປີດກ້ວາງການນຳເຂົ້າ-ສົ່ງອອກໃຫ້ບັນດາຂະແໜງສິນຄ້າຂອງຫວຽດນາມ.

ທ່ານ ຫງວຽນຝູຮວ່າ ເນັ້ນໜັກວ່າ ສິນຄ້າຫຼາຍປະເພດໃໝ່ຂອງຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນເຕີບໂຕຢູ່ຕະຫຼາດທະວີບໂອເຊອານີ, ຄືໝາກໄມ້ແຊ່ເຢັນ ແລະເຄື່ອງປຸງແຕ່ງປະເພດຕ່າງໆ. ຫ້ອງການການຄ້າພວມຄົ້ນຄວ້າໂຄງການພັດທະນາເສດຖະກິດຂອງລັດຖະບານໃໝ່ຢູ່ອົດສະຕາລີ, ເພື່ອຊຸກຍູ້ການຮ່ວມມືບັນດາຂະແໜງສິນຄ້າທີ່ມີທ່າແຮງຂອງຫວຽດນາມ ກວ່າອີກ.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.