ບັກຢາງ: ສົ່ງອອກໝາກລິ້ນຈີ່ ຖ໋ຽວ ໄວກ່ອນລະດູເກືອບ 4.000 ໂຕນ

07:38 | 09/06/2022

ຍສໝ-ການ​ເກັບ​ກ່ຽວ​​ໝາກ​ລີ້ນ​ຈີ່ ຖ໋ຽວ ໄວກ່ອນລະດູຢູ່​ບັກ​ຢາງ ໄດ້​ເລີ່ມ​ແຕ່​​ທ້າຍ​ເດືອນ​ພຶດ​ສະ​ພາ. ມາ​ຮອດ​ປະຈຸ​ບັນ, ​ຈໍານວນໝາກລິ້ນຈີ່ໄດ້​ຮັບ​ຊື້, ບໍລິ​ໂພ​ກທັງ​ພາຍ​ໃນ ​ແລະ ສົ່ງ​ອອກ​ແມ່ນກວ່າ 13,400 ​ໂຕນ.

ຫຼົງເຂົ້າສວນໝາກລີ້ນຈີ່ທີ່ສວຍງາມຢູ່ເມືອງລຸກງ້ານ (ບັກຢາງ) ຫຼົງເຂົ້າສວນໝາກລີ້ນຈີ່ທີ່ສວຍງາມຢູ່ເມືອງລຸກງ້ານ (ບັກຢາງ)
ສະມາຄົມຄົນຮ່ວມຖິ່ນຖານແຂວງ ບັກຢາງ ໃນສາທາລະນະລັດເຊັກ ມຸ່ງໄປສູ່ເຂດທີ່ມີການແຜ່ລະບາດພະຍາດຂອງແຂວງບັກຢາງ ສະມາຄົມຄົນຮ່ວມຖິ່ນຖານແຂວງ ບັກຢາງ ໃນສາທາລະນະລັດເຊັກ ມຸ່ງໄປສູ່ເຂດທີ່ມີການແຜ່ລະບາດພະຍາດຂອງແຂວງບັກຢາງ
ບັກຢາງ: ສົ່ງອອກໝາກລິ້ນຈີ່ ຖ໋ຽວ ໄວກ່ອນລະດູເກືອບ 4.000 ໂຕນ
ຈຸດຮັບຊື້ໝາກລິ້ນຈີ່ ຖ໋ຽວ ໄວກ່ອນລະດູ ທີ່ ບ້ານ ເລີນທິງ ຕາແສງ ຟຸກຮ່ວາ (ເຕີນອຽນ) (ພາບ: baobacgiang.com.vn)

ຕາມ​ພະແນກ​ອຸດສາຫະກຳ ​ແລະ ການ​ຄ້າ, ມາ​ຮອດ​ວັນ​ທີ 5 ພຶດສະພາ​ນີ້, ທົ່ວ​ແຂວງ​ໄດ້​ເກັບ​ກ່ຽວ​ໝາກລີ້ນ​ຈີ່ໄວກ່ອນລະດູ​ໄດ້ 13,400 ກວ່າ​ໂຕນ. ​ໃນ​ນັ້ນ, ​ມີ​ໝາກ​ລີ​ຈີ່​ເກືອບ 4 ພັນ​ໂຕນ ​ໄດ້​ສົ່ງ​ອອກ​ໄປ​ຕະຫຼາດ​: ຈີນ, ບັນລຸ​ເກືອບ 3,900 ​ໂຕນ (ກວມ 29% ຂອງ​​ຜົນຜະລິດທັງໝົດທີ່ໄດ້​ເກັບ​ກ່ຽວ), ສ່ວນ​ທີ່ຍັງ​ເຫຼືອ​ແມ່ນສົ່ງໄປ ​ກຳປູ​ເຈຍ, ຍີ່ປຸ່ນ, EU...

ປະຈຸ​ບັນ, ​ສະເລ່ຍ​ແຕ່​ລະ​ມື້ ມີລົດ​ບັນທຸກ 50 ກວ່າ​ຄັນ​ ຂົນສົ່ງໝາກລິ້ນຈີ່ບັກ​ຢາງໄດ້​ຜ່ານ​ດ່ານ ​ເຕິ​ນແທັງ (ລ້າງ​ເຊີນ) ​ໄປ​ຍັງ​ຈີນ. ບັນດາຫົວໜ່ວຍທີ່ມີໜ້າທີ່ຢູ່ທີ່ນີ້ ຕ້ອງບູລິມະສິດໃຫ້ລົດບັນທຸກທີ່ຂົນສົ່ງໝາກລິ້ນຈີ່ໄດ້ຜ່ານດ່ານ.

ຊຸດໝາກລິ້ນຈີ່ທີ່ມີໄວກ່ອນລະດູຂອງບັກຢາງມີເນື້ອທີ່ຫຼາຍກວ່າ 6,700 ເຮັກຕາ, ຜົນຜະລິດ ຄາດວ່າບັນລຸໄດ້ 55,000 ໂຕນ, ເວລາເກັບກ່ຽວແຕ່ທ້າຍເດືອນພຶດສະພາ ຫາ ວັນທີ 15 ມິຖຸນາ. ຜ່ານການສໍາຫຼວດ, ລາຄາສະເລ່ຍຂອງໝາກລິ້ນຈີ່ທີ່ມີໄວກ່ອນລະດູແມ່ນແຕ່ 22.000 ຫາ ກວ່າ 30.000 ດົງ/ກິໂລ.

ຊຸດໝາກລິ້ນຈີ່ໃນລະດູມີເນື້ອທີ່ຫຼາຍກວ່າ 21,500 ເຮັກຕາ, ເຊິ່ງກໍາລັງຢູ່ໃນໄລຍະພັດທະນານວນ - ຫມາກກົມ. ຜົນຜະລິດທັງໝົດ ຄາດວ່າປະມານ 135.000 ໂຕນ, ເວລາເກັບກ່ຽວຄາດວ່າແຕ່ວັນທີ 15 ມິຖຸນາ ຫາ 25 ກໍລະກົດ 2022.

ປະຈຸບັນ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ສືບຕໍ່ຊີ້ນຳ, ແນະນຳ ປະຊາຊົນເຂດປູກຝັງ ໄດ້ນຳໃຊ້ບັນດາວິທີການເຕັກນິກເພື່ອດູແລຊຸດໝາກລິ້ນຈີ່ໃນລະດູ ໄລຍະເຕີບໃຫຍ່ໝາກ, ຮັບປະກັນປະສິດທິພາບ ແລະ ປະລິມານການຜະລິດ.

ຫອມມາລາ

ເຫດການ
302 Found

Found

The document has moved here.