ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ບັນລຸກວ່າ 22,3 ຕື້ USD

14:06 | 28/07/2022

ຍສໝ - ຕອນບ່າຍວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ສະມາຄົມຕ່ຳແຜ່ນ​ຕັດຫຍິບຫວຽດນາມ (Vitas) ໄດ້ຈັດກອງປະຊຸມຂ່າວຕີລາຄາການຜະລິດ, ດໍາເນີນທຸລະກິດ, ການເຄື່ອນໄຫວນໍາເຂົ້າ-ສົ່ງອອກໃນ 6 ເດືອນຕົ້ນປີ 2022. ທ່ານປະທານ Vitas ຫວູດຶກຢາງ ໃຫ້ຮູ້ວ່າ: ປີ 2022 ແມ່ນເວລາ​ທີ່​ວິ​ສາ​ຫະກິດ​ຕ່ຳແຜ່ນ​ຕັດຫຍິບ ​ຄ່ອຍໆ​ຟື້ນ​ຕົວ​ຄືນ​ໃໝ່​ພາຍຫຼັງ 2 ປີ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ໂລກ​ລະບາດ​ໂຄ​ວິດ-19.

ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD
​ຊົນ​ນຳວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດ​ນາມ - ນິວ​ຊີ​ແລນ​ ບັນ​ລຸ 2 ຕື້ USD ​ຊົນ​ນຳວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດ​ນາມ - ນິວ​ຊີ​ແລນ​ ບັນ​ລຸ 2 ຕື້ USD

ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ໃນ 6 ​ເດືອນ​ຜ່ານ​ມາ​ບັນລຸ​ກວ່າ 22,3 ຕື້ USD, ​ເພີ່ມ​ຂຶ້ນ 17,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021. ​ໃນ​ນັ້ນ, ບັນດາ​ລາຍການ​ສົ່ງ​ອອກ​ສຳຄັນ​ຄື: ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ບັນລຸ 16,94 ຕື້ USD ​ເພີ່ມ​ຂຶ້ນ 19,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ; ການ​ສົ່ງ​ອອກ​ໝາກ​ລີນ​ຈີ່​ບັນລຸ 1,4 ຕື້ USD, ​ເພີ່ມ​ຂຶ້ນ 20,8%; ການສົ່ງອອກປະເພດເສັ້ນໄຍບັນລຸ 2,76 ຕື້ USD, ເພີ່ມຂຶ້ນ 4,4%; ການ​ສົ່ງ​ອອກອຸປະກອນ​​ຕ່ຳ​ແຜ່ນ​ຕັດຫຍິບ​ບັນລຸ 734 ລ້ານ USD, ​ເພີ່ມ​ຂຶ້ນ 22,3%; ການ​ສົ່ງ​ອອກຜ້າແພ​ບັນລຸ 452 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 25,5%.

ຕາມ​ທ່ານ​ປະ​ທານ Vitas ຫວູດຶກຢາງ ແລ້ວ, ຮອດ​ປີ 2022, ວົງ​ເງິນ​ອຸດ​ສາ​ຫະ​ກຳ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ບັນ​ລຸ 43,5 ຕື້ USD. ສະ​ນັ້ນ, ໜ້າທີ່ 6 ​ເດືອນ​ທ້າຍ​ປີ 2022 ຍັງຕ້ອງການບັນລຸ​ເກືອບ 50%. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອຸດສາຫະກຳຕ່ຳແຜ່ນ​ຕັດຫຍິບຫວຽດນາມ ຍັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນເບື້ອງຕົ້ນ ​ເມື່ອ​ຄວາມ​ສ່ຽງ​ຂອງ​ການ​ປະກົດ​ຕົວ​ຄືນ​ໃໝ່ ​ຍ້ອນ​ພະຍາດ​ໂຄ​ວິດ-19 ສາຍ​ພັນ​ໃໝ່​ຍັງ​ມີ​ຢູ່.

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ບັນລຸກວ່າ 22,3 ຕື້ USD
ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ບັນລຸກວ່າ 22,3 ຕື້ USD. (ພາບ: baotintuc)

ນອກຈາກນັ້ນ, ອັດຕາເງິນເຟີ້ສູງໃນຕະຫຼາດການບໍລິໂພກເຄື່ອງຕັດຫຍິບໃຫຍ່ຂອງຫວຽດນາມ ເຊັ່ນ: ອາເມລິກາ, ອີຢູ... ແລະ ການຜັນແປທີ່ສັບສົນ ຂອງການປະທະກັນລະຫວ່າງລັດເຊຍ - ຢູແກຼນ ເຮັດໃຫ້ລາຄາວັດຖຸດິບ ແລະ ເຊື້ອເພີງ ເພີ່ມຂຶ້ນຢ່າງຕໍ່ເນື່ອງນັບແຕ່ຕົ້ນປີ ມາ​ຮອດ​ປະຈຸ​ບັນ, ​ເຮັດ​ໃຫ້​ຕົ້ນ​ທຶນ​ຂອງ​ທຸລະ​ກິດ​ເພີ່ມ​ຂຶ້ນ​ປະມານ 20-25%.

ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ການ​ຜະລິດ, ມຸ່ງ​ໄປ​ເຖິງ​ບັນດາ​ເປົ້າ​ໝາຍ​ທີ່​ຍືນ​ຍົງ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ວິ​ສາ​ຫະກິດ​ ​ຕ້ອງໄປທັນ​ກັບ​ທ່າ​ອ່ຽງຂອງ​ຕະຫຼາດ, ລົງທຶນ​ດ້ານ​ກົນ​ຈັກ ​ແລະ ​ເຕັກ​ໂນ​ໂລ​ຢີ, ຫັນ​ເປັນສີ​ຂຽວ ​ເພື່ອ​ດັດ​ປັບ​ໃຫ້​ເໝາະ​ສົມ​ກັບ​ບັນດາ​ຂໍ້​ກຳນົດ​ຂອງ​ຍີ່ຫໍ້, ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ແກ້​ໄຂ​ໃນ​ການ​ກໍ່ສ້າງ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ປັບ​ຕົວ​ເຂົ້າ​ກັບ​ສະພາບ​ຄວາມ​ຫຍຸ້ງຍາກ​ຂອງ​ຕະຫຼາດ.

ທ່ານ​ປະທານ​ Vitas ຫວູດຶກຢາງ ກໍ່​ຢືນຢັນ​ວ່າ, ​ໃນ​ໄລຍະ​ທີ່​ຜ່ານ​ມາ, ສະມາຄົມ​ໄດ້​ປະຕິບັດ​ທີ່​ຕັ້ງ​ບົດບາດ​ຂອງ​ການ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ແລະ ບັນດາ​ວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ​ເປັນ​ຢ່າງ​ດີ ​ເພື່ອ​ສ້າງ​ຕ່ອງ​ໂສ້​ການ​ສະໜອງ; ຂະຫຍາຍຕະຫຼາດສົ່ງອອກ; ​ເຂົ້າ​ຮ່ວມ ​ແລະ ຕັ້ງໜ້າ​ເຮັດ​ວຽກ​ຢູ່​ຫຼາຍ​ອົງການ​ສາກົນ​ໃຫຍ່ ​ທີ່​ມີ​ຄວາມ​ຊ່ຽວຊານ​ດ້ານຕ່ຳ​ແຜ່ນ​ຕັດຫຍິບ; ປະສານ​ສົມທົບ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ພະລັງງານ​ທົດ​ແທນ, ການ​ປະຢັດແຫຼ່ງ​ນ້ຳ, ການ​ອອກ​ແບບ, ການ​ຂາຍ, ການ​ສ້າງ​ຍີ່​ຫໍ້, ການ​ຄຸ້ມ​ຄອງ​ແຮງ​ງານ. ພິ​ເສດ, ສະມາຄົມ​ຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ທີ່​ມີ​ປະສິດທິ​ຜົນ​ລະຫວ່າງ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ ກັບ​ບັນດາ​ວິ​ສາ​ຫະກິດ​ຕຳ່​ແຜ່ນ​ຕັດຫຍິບ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ພັດທະນາ​ອຸດສາຫະກຳ​ຕາມ​ທິດ​ສີຂຽວ-ສະອາດ-​​ຍືນ​ຍົງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.