ຍສໝ - ຕອນຄໍ່າວັນທີ 13 ທັນວາ, ທີ່ນະຄອນໂຮ່ຈີມິນ, ສະຖານກົງສູນກິດຕິມະສັກສາທາລະນະລັດ Malta ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະສາທາລະນະລັດ Malta (1974-2024) ແລະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາທາລະນະລັດ Malta (13-12-1974 / 13-12-2024).
ຍສໝ - ວັນທີ 13 ທັນວາ, ທີ່ທໍານຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Sofiane Chaib ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ອານເຊີລີປະຊາທິປະໄຕ ແລະປະຊາຊົນ ປະຈໍາ ຫວຽດນາມ ໄດ້ເຂົ້າຢ້ຽມອໍາລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດ.
ຍສໝ - ເຫດການນີ້ເປັນຂີດໝາຍເລີ່ມດຳເນີນບັນດາການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍແບບເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດ, ເຊິ່ງຈະຈັດຂຶ້ນໃນປີໜ້າ.
ຍສໝ - ຕອນບ່າຍວັນທີ 10 ທັນວາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບທ່ານ David Petraeus ໜຶ່ງໃນບັນດາຮ່ວມກໍາມະສິດກອງທຶນ Kohlberg Kravis Roberts (KKR - ອາເມລິກາ), ທັງແມ່ນປະທານສະຖາບັນທົ່ວໂລກຂອງ KKR ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.
ຍສໝ - ວັນທີ 13 ທັນວາ, ສະຫະພັນບັນດາອົງການມິດຕະພາບແຂວງ ຝູເຖາະ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານການທູດປະຊາຊົນ ປີ 2024 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ ປີ 2025.
ຍສໝ - ທ່ານນາງ Madeleine Riffaud ແມ່ນຜູ້ຕາງໜ້າທີ່ເປັນສັນຍະລັກໃຫ້ຄວາມກ້າຫານ, ຄວາມຕັດສິນໃຈຕໍ່ສູ້ເພື່ອຄວາມຍຸຕິທຳ, ຄວາມຊອບທຳ, ສັນຕິພາບ ແລະ ມີນ້ຳໃຈຮັກແພງທີ່ລຽບງ່າຍ, ຈິງໃຈ ແລະ ຍາມໃດກໍ່ຄິດ ແລະ ກະທຳເພື່ອປະເທດ ຫວຽດນາມ. Madeleine Riffaud ຈະຢູ່ໃນໃຈຂອງທຸກຄົນຕະຫຼອດໄປ. ນັ້ນແມ່ນການແບ່ງປັນທີ່ຕື້ນຕັນໃຈຂອງທ່ານນາງ ເຈີ່ນທູຮວ່ານ, ພະນັກງານຂອງຄະນະພົວພັນຕ່າງປະເທດສູນກາງ ກ່ຽວກັບເພື່ອນມິດຂອງ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ອິນເດຍ ແລະ ອົດສະຕາລີ ໄດ້ຈັດຕັ້ງບັນດາການເຄື່ອນໄຫວລະນຶກ ທວນຄືນການເດີນທາງອັນສະຫງ່າລາສີຂອງກອງທັບປະຊາຊົນ ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືດ້ານການປ້ອງກັນຊາດອັນເລິກເຊິ່ງ ລະຫວ່າງ ຫວຽດນາມ ກັບບັນດາປະເທດ.
ຍສໝ - ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ-ຣູມານີ ໄດ້ຈັດຕັ້ງການພົບປະສັງສັນມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 106 ປີແຫ່ງວັນຊາດ ຣູມານີ (1 ທັນວາ 1918 / 1 ທັນວາ 2024) ແລະມຸ່ງໄປເຖິງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຣູມານີ (3 ກຸມພາ 1950 / 3 ກຸມພາ 2025).
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ, ສະຖານກົງສູນໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ກູບາ ແລະ ຫວຽດນາມ (2 ທັນວາ 1960 - 2 ທັນວາ 2024).
ຍສໝ - ຫວ່າງມໍ່ໆມານີ້, ເຫດການ “ກວາງຊີ ສວຍງາມ - ພົບປະແລກປ່ຽນວັດທະນະທຳ ແລະ ໂຄສະນາການທ່ອງທ່ຽວ ກວາງຊີ, ຈີນ” ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ, ເຊິ່ງໄດ້ເປີດກາລະໂອກາດໃໝ່ໃນການຮ່ວມມືດ້ານການທ່ອງທ່ຽວ ແລະ ແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ຈີນ.
ຍສໝ - ຕອນເຊົ້າວັນທີ 4 ທັນວາ, ຢູ່ຮ່າໂນ້ຍ, ທ່ານຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ມີການພົບປະກັບທ່ານ ຢີ່ບິງຊ່ຽນ, ຮອງຫົວໜ້າກຳມະການ ຄະນະປະຈຳກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຈີນ ຊຸດທີ XIII, ປະທານສະມາຄົມການພົບປະແລກປ່ຽນສາກົນ ຈີນ (CAFIU).
ຍສໝ - ຕອນຄ່ຳວັນທີ 3 ທັນວາ, ພິທີມອບລາງວັນທົ່ວປະເທດກ່ຽວກັບຂ່າວສານການຕ່າງປະເທດ ຄັ້ງທີ 10 ໄດ້ດຳເນີນຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ.
ຍສໝ - ວັນທີ 30 ພະຈິກ 2024, ຢູ່ຖະໜົນຍ່າງໜອງ ຮວ່ານກຽມ, ຮ່າໂນ້ຍ, ໄດ້ດຳເນີນການເຄື່ອນໄຫວ “ວັນວັດທະນະທຳ UAE 2024” ດ້ວຍຫຼາຍກິດຈະກຳທີ່ດຶງດູດໃຈ. ນີ້ແມ່ນເຫດການ ໂດຍສະຖານທູດ ສະຫະນະຄອນ ອາຣັບ ເອມີເຣດ (UAE) ປະຈຳ ຫວຽດນາມ ແລະ ບັນດາວິສາຫະກິດ UAE ທີ່ພວມເຄື່ອນຢູ່ ຫວຽດນາມ ຈັດຕັ້ງ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2024), ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ສະໜິດຕິດພັນຄວາກຮັກແພງອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດ ຫວຽດນາມ - ລາວ.
ຍສໝ - ການຢ້ຽມຢາມດຳເນີນໄປໃນໂອກາດທີ່ສອງປະເທດຫາກໍ່ສະເຫຼີມສະຫຼອງ 1 ປີແຫ່ງການຍົກລະດັບການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະຄວາມວັດທະນາຖາວອນຢູ່ ອາຊີ ແລະໂລກ”; ການພົວພັນ ຫວຽດນາມ-ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຂງແຮງ ແລະຮອບດ້ານໃນທຸກຂົງເຂດດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນດໍາເນີນຢ່າງສະໜິດສະໜົມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຣູມານີ ແລະ ຫວຽດນາມ (1950 – 2025), ສະຖານທູດ ຣູມານີ ແລະ ສະຖານກົງສຸນ ຣູມານີ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການເສັງແຕ້ມຮູບສຳລັບນ້ອງນ້ອຍເຍົາວະຊົນ ຫວຽດນາມ.
ຍສໝ - ສອງແຂວງຮ່າຕິ້ງ-ບໍລິຄຳໄຊ ສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ຊາຍແດນ; ສືບຕໍ່ຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງແຂວງ.
ຍສໝ - ຕາງໜ້າການນໍາ ແລະປະຊາຊົນນະຄອນ, ທ່ານ ຫງວຽນໂຮ່ຫາຍ ສະແດງຄວາມຊົມເຊີຍ ແລະອວຍພອນຜົນງານອັນໃຫຍ່ຫຼວງທາງດ້ານເສດຖະກິດ-ສັງຄົມ ເຊິ່ງປະຊາຊົນລາວ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ຍາດມາໄດ້ໃນໄລຍະຜ່ານມາ; ສະແດງອາລົມຈິດສະໜິດຕິດພັນ, ຄວາມສາມັກຄີຂອງພະນັກງານ, ປະຊາຊົນນະຄອນໂຮ່ຈີມິນ ທີ່ມີຕໍ່ປະຊາຊົນລາວ ແລະປາດຖະໜາຢາກສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືເພື່ອໃຫ້ການພົວພັນຫວຽດນາມ ແລະລາວ ນັບມື້ມັບພັດທະນາຢ່າງເລິກເຊິ່ງ.
ຍສໝ - ນີ້ແມ່ນເນື້ອໃນແລກປ່ຽນຕົ້ນຕໍທີ່ການພົບປະ ແລະ ເຮັດວຽກກັບຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2025-2028 ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງໃນວັນທີ 22 ພະຈິກ ຢູ່ ຮ່າໂນ້ຍ.
ຍສໝ - ໄດ້ມີຄວາມເອົາໃຈໃສ່ ແລະ ການຊີ້ນຳນຳພາຂອງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ , ຄະນະກຳມະການແນວໂຮມປະເທດຊາດແຂວງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ລາວ ແຂວງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ, ປະກອບສ່ວນເຂົ້າໃນຜົນສຳເລັດລວມເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ແລະ ຄວາມສາມັກຄີຂອງແຂວງ.