ຖ່າຍທອດພະລັງງານໃໝ່ເຂົ້າໃນການພົວພັນຫວຽດນາມ - ອິນໂດເນເຊຍ

07:00 | 14/03/2025

ຍສໝ - ທ່ານ ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ Denny Abdi ​ໄດ້​ແບ່ງປັນ​ກ່ຽວ​ກັບ​ບັນດາ​ຈຸດ​ສຸມ​ການ​ຮ່ວມ​ມື​ທີ່​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ຊຸກຍູ້​ພາຍຫຼັງ 2 ປະ​ເທດ​ໄດ້​ຍົກ​ລະດັບ​ການ​ພົວພັນ.

ລັດຖະມົນຕີ ບຸ່ຍແທງເຊີນ: ການພົວພັນຫວຽດນາມ - ອິນເດຍ ກ້າວໄປໜ້າປະຫວັດສາດໃໝ່
ການພົວພັນຫວຽດນາມ - ກູບາ ນັບມື້ນັບປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ

​ໃນ​ການ​ຢ້ຽມຢາມຂັ້ນລັດ ​ອິນ​ໂດ​ເນ​ເຊຍ ​ຂອງ​ທ່ານ ​ເລຂາທິການ​ໃຫຍ່ ໂຕເລີມ ​ແລະ ພັນ​ລະ​ຍາ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ປະທານາທິບໍດີ ​ອິນ​ໂດ​ເນ​ເຊຍ Prabowo Subianto, ທ່ານ ​ເລຂາທິການ​ໃຫຍ່ ໂຕເລີມ ​ແລະ ທ່ານ ​ປະທານາທິບໍດີ Prabowo Subianto ​ໄດ້​ເປັນເອກະພາບກັນ​ຍົກ​ລະດັບ​ການ​ພົວພັນສອງ​ຝ່າຍ​ຂຶ້ນ​ສູ່​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ນີ້​ແມ່ນຂີດ​ໝາຍ​​​ສຳຄັນ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ.

ທ່ານ ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ Denny Abdi ​ໃຫ້​ຮູ້​ວ່າ ການ​ຍົກລະດັບການພົວພັນ​​ສ້າງ​ກາລະ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ເປີດ​ກວ້າງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃໝ່, ​ໃນ​ນັ້ນ ​ມີ​ທ່າ​ອ່ຽງແມ່ນ​ຂຸດ​ຄົ້ນ​ເຕັກ​ໂນ​ໂລ​ຢີ ​ແລະ ນະວັດຕະກຳ​ເພື່ອ​ພັດທະນາບັນດາ​ລະບົບ​ນິເວດ. ທ່ານກໍ່​ເຊື່ອ​ໝັ້ນ​ວ່າ ບັນດາການ​ນຳ ​ຈະ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ຖ່າຍທອດ​ພະ​ລັງ​ງານ​ໃໝ່​ເຂົ້າ​ໃນ​ການ​ພົວພັນ​ຫວຽດນາມ - ອິນ​ໂດ​ເນ​ເຊຍ.

- ກະລຸນາທ່ານໃຫ້ຮູ້ຄວາມສຳຄັນຂອງສອງປະເທດຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ບໍ? ເປັນຫຍັງ 2 ປະເທດຈຶ່ງເລືອກເວລານີ້ ເພື່ອຍົກລະດັບການພົວພັນສອງຝ່າຍ?

​ເມື່ອ​ຫວນ​ຄືນ​ 70 ປີ​ແຫ່ງ​ການ​ພົວພັນ​ສອງຝ່າຍ ​ແລະ 12 ປີ​ແຫ່ງ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ​ໄດ້​ ​ເປັນຫຼັກຖານພະຍານ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ​ໃນ​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ​ສັງຄົມ. ການຢ້ຽມຢາມຂັ້ນລັດຂອງທ່ານ ເລຂາທິການໃຫຍ່ ໂຕເລີມ ບໍ່ພຽງແຕ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງເທົ່ານັ້ນ ຫາກຍັງສ້າງກາລະໂອກາດດຳເນີນທຸລະກິດໃໝ່ ແລະ ເພີ່ມທະວີການພົວພັນລະຫວ່າງປະຊາຊົນ 2 ປະເທດ.

ປີ 2025 ​ແມ່ນ​ຂີດ​ໝາຍ​ສຳຄັນ​ສັບລັບທັງ​ສອງ​ປະ​ເທດ ເມື່ອທັງສອງປະເທດຈະ​ສະ​ເຫຼີມສະຫຼອງ 80 ປີ​ແຫ່ງ​ວັນ​​ເອກະລາດ, 70 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ. ຂ້າພະ​ເຈົ້າ​ເຊື່ອ​ວ່າ ນີ້​ແມ່ນ​ກຳລັງຜັກດັນ​ອັນ​ໃຫຍ່​ຫຼວງ​ເພື່ອ​ຂີດ​ໝາຍການ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ​ເຊິ່ງລວມມີ​ ບັນຊີລາຍຊື່ບັນດາ​ຂົງ​ເຂດ​ຮ່ວມ​ມື​ຢ່າງ​ກວ້າງຂວາງກວ່າອີກ.

ຖ່າຍທອດພະລັງງານໃໝ່ເຂົ້າໃນການພົວພັນຫວຽດນາມ - ອິນໂດເນເຊຍ

ທ່ານ ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ Denny Abdi. (ພາບ: ສະຖານທູດ ອິນໂດເນເຊຍ)

- ທ່ານ​ ເອກ​ອັກຄະ​ລັດຖະທູດ​ມີ​ທັດສະນະ​ແນວ​ໃດ​ຕໍ່​ການ​ພັດທະນາ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໃນ​ສັງກາດໃໝ່?

​ເວທີ​ປາ​ໄສ​ອະນາຄົດ ​ອາ​ຊຽນ ​ໂດຍ​ຫວຽດນາມ ​ໄດ້​ລິ​ເລີ່​ມ​ໃນ 2 ປີຜ່ານມາ ກໍ່​ສະ​ແດງ​ໃຫ້​ເຫັນ​ບົດບາດການ​ນຳພາ ​ແລະ ຄຳໝັ້ນສັນຍາ​ຂອງ ຫວຽດນາມ ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ. ເວທີ​ປາ​ໄສ​ສວມບົດບາດແມ່ນພື້ນຖານເພື່ອໃຫ້ບັນດາປະເທດ​ ອາ​ຊຽນ ​ເຂົ້າ​ເຖິງ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ - ​ໂດຍ​ການ​ຊຸກຍູ້​ການ​ສົນທະນາ ​ເພື່ອ​ປຶກສາ​ຫາລື​ບັນດາວິທີການ​ແກ້​ໄຂ, ​ແບ່ງປັນ​ບັນດາ​ວິທີ​ປະຕິບັດ​ທີ່​ດີ​ທີ່​ສຸດ ​ແລະ ຮ່ຳຮຽນປະສົບການ​ເຊິ່ງກັນ ​ແລະ​ ກັນ.

ຫວຽດນາມ ພວມຢູ່ໃນເສັ້ນທາງທີ່ຖືກຕ້ອງ. ເມື່ອ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ມີ​ບັນດາການ​ນຳ​ໃໝ່​ໃນ​ປີ 2024, ວິ​ໄສ​ທັດ, ຍຸດ​ທະ​ສາດ ​ແລະ ນະ​ໂຍບາຍ​ຂອງ​ບັນດາ​ການ​ນຳ​​ໃໝ່​ໄດ້​ວາງ​ອອກ ຄາດ​ວ່າ​ຈະ​ສ້າງ​ບາດກ້າວ​ບຸກທະລຸເພື່ອບັນລຸໄດ້ບັນດາ​ເປົ້າ​ໝາຍ​ແຫ່ງ​ຊາດ. ກ່ຽວກັບບບັນຫານີ້, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ບັນດາການ​ນຳ​ຂອງ​ພວກ​ເຮົາ​ ຈະ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ຖ່າຍທອດ​ພະ​ລັງ​ງານ​ໃໝ່​ເຂົ້າ​ໃນ​ພົວພັນ ​ອິນ​ໂດ​ເນ​ເຊຍ - ຫວຽດນາມ ເມື່ອ 2 ປະ​ເທດ​ພະຍາຍາມມຸ່ງ​ໄປ​ເຖິງ​ວິ​ໄສ​ທັດລວມແມ່ນກາຍເປັນ​​ພື້ນຖານ​ເສດຖະກິດ​ທີ່​ມີ​ລາຍ​ຮັບ​ສູງ​ຮອດ​ປີ 2045, ​ເນື່ອງໃນໂອກາດວັນຄົບຮອບ​ຄົບຮອບ 100 ປີແຫ່ງວັນເອກະລາດ.

ຖ່າຍທອດພະລັງງານໃໝ່ເຂົ້າໃນການພົວພັນຫວຽດນາມ - ອິນໂດເນເຊຍ

ການ​ນຳ​ສອງ​ປະ​ເທດ​ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ໄດ້​ພົບ​ປະ. (ພາບ: ສຳນັກຂ່າວສານ ຫວຽດນາມ)

- ການ​ຮ່ວມ​ມື​ຈຸດ​ສຸມ ​ແລະ ​ການ​ເຄື່ອນ​ໄຫວ​ອັນ​ໃດ​ທີ່​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ຊຸກ​ຍູ້​ໃນ​ທັນ​ທີ​ຫຼັງ​ຈາກ​ສອງ​ປະ​ເທດ​ຍົກ​ລະ​ດັບ​ການ​ພົວ​ພັນ​, ຂໍຮຽນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ?

ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຄືກະສິກຳ, ການ​ຄ້າ ​ແລະ ການ​ລົງທຶນ ເພື່ອຊຸກ​ຍູ້​​ຄວາມ​ມານະ​ພະຍາຍາມ​ເພື່ອ​ບັນລຸ​ໄດ້ເປົ້າໝາຍວົງ​ເງິນ​ການ​ຄ້າ 18 ຕື້ USD ​ໃນ​ປີ 2028.

​ເພື່ອ​ບັນລຸ​ໄດ້​ສິ່ງ​ດັ່ງກ່າວ, ພວກ​ເຮົາ​ກໍ່​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບໄປຍັງບັນດາ​ຂົງ​ເຂດ​ອື່ນໆ​ທີ່​ສອດຄ່ອງກັບ​ທ່າແຮງ, ​ຄວາມສາມາດບົ່ມຊ້ອນ ແລະ ວິ​ໄສ​ທັດ​ເຊັ່ນ ບັນດາຂະແໜງການ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຢີທີ່​ພົ້ນ​ເດັ່ນ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

​ເພື່ອ​ເປີດ​ກະແຈຄວາມສາມາດບົ່ມຊ້ອນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມືຕື່ມອີກ, ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ຕ້ອງ​ໃຫ້​ບຸລິມະສິດ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂະ​ແໜງ​ການອຸດສາຫະກຳ​ທີ່​ມີ​ມູນ​ຄ່າເພີ່ມຂຶ້ນສູງ ​ແລະ ອີງຕາມການຄົ້ນ​ຄ້ວາ. ລວມມີ ທາດເຄິ່ງຊັກນຳໄຟຟ້າ, ສະຕິປັນຍາທຽມ ແລະ ພື້ນຖານເສດຖະກິດດິຈິຕອນ. ບັນດາຂົງເຂດຄືນີ້ ຈະ​ສ້າງ​ບາດກ້າວ​ບຸກທະລຸ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ວ່ອງ​ໄວ.

ການຮ່ວມມືໃນຂະແໜງການອຸດສາຫະກໍາ Halal (ບັນດາຂະແໜງການອຸດສາຫະກໍາທີ່ຮັບໃຊ້ຄວາມຕ້ອງການຂອງຜູ້ບໍລິໂພກຊາວອິດສະລາມ). ຖ້າ​ຫາກ​ສາມາດ​ຊຸກຍູ້​ໄດ້ສິ່ງນີ້, ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ສາມາດ​ເປີດບັນດາ​ກາລະ​ໂອກາດ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃໝ່, ພິ​ເສດ​ແມ່ນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ນັບມື້ນັບເພີ່ມຂຶ້ນສຳລັບ​ບັນດາ​ຜະລິດ​ຕະພັນ ​ແລະ ​ບໍລິການ Halal ​ໃນ​ພາກ​ພື້ນ.

ການພົວພັນຫວຽດນາມ - ລາວ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ການພົວພັນຫວຽດນາມ - ລາວ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ຍສໝ - ບັນດາຈຸດໃໝ່ ແລະ ທິດທາງໃຫຍ່ໃນການພົວພັນຫວຽດນາມ - ລາວ ໃນໄລຍະຈະມາເຖິງ ແມ່ນໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບເນື້ອໃນ ແລະ ວິທີການແກ້ໄຂຈັດຕັ້ງປະຕິບັດ.

ການພົວພັນຫວຽດນາມ - ອາເມລິກາ ພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ ການພົວພັນຫວຽດນາມ - ອາເມລິກາ ພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ

ຍສໝ - ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Blinken ໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ສະແດງຄວາມປາດຖະໜາ ຢາກຮ່ວມມືກັບທ່ານ Blinken ເພື່ອຊຸກຍູ້ການພົວພັນຫວຽດນາມ - ອາເມລິກາ ໃຫ້ເລິກເຊິ່ງຕື່ມອີກ.

ແທັງຮັ່ງ