![]() | ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ |
![]() | ສື່ມວນຊົນຍີ່ປຸ່ນໄດ້ຕີລາຄາສູງການຢ້ຽມຢາມຍີ່ປຸ່ນຂອງທ່ານປະທານປະເທດ ຫວໍວັນເຖືອງ |
![]() |
ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Ito Naoki ຕອບສຳພາດສື່ມວນຊົນ. ພາບເອກະສານ: ຫວຽດດຶກ/ສຳນັກຂ່າວສານ ຫວຽດນາມ |
ພາຍຫຼັງດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ເກືອບ 1 ປີ, ທ່ານມີຄວາມຮູ້ສຶກແນວໃດຕໍ່ປະເທດ ແລະ ປະຊາຊົນຢູ່ທີ່ນີ້? ທ່ານສາມາດແບ່ງປັນບາງສິ່ງກ່ຽວກັບຄວາມຫຍຸ້ງຍາກກໍ່ຄືຄວາມສະດວກເມື່ອເຮັດວຽກງານຢູ່ ຫວຽດນາມ?
ນັບແຕ່ຂຶ້ນຮັບຕຳແໜ່ງຢູ່ຮ່າໂນ້ຍ ໃນເດືອນພຶດສະພາປີກາຍ, ຂ້າພະເຈົ້າໄດ້ມີໂອກາດພົບປະກັບບັນດາທ່ານຜູ້ມີກຽດຂຶ້ນກັບຫຼາຍຂົງເຂດຕ່າງກັນ, ຈາກບັນດາເຈົ້າໜ້າທີ່ພັກ, ລັດ, ສະພາແຫ່ງຊາດ ເຖິງຜູ້ແທນບັນດາວິສາຫະກິດ, ອົງການການສຶກສາ ແລະ ວັດທະນະທຳ. ຂ້າພະເຈົ້າຍັງໄດ້ເດີນທາງໄປ 20 ແຂວງ, ນະຄອນໃນທົ່ວປະເທດ, ແຕ່ລາວກາຍ, ອຽນບ໋າຍ ຢູ່ພາກເໜືອ ໄປຮອດ ກ່າເມົາ ຢູ່ພາກໃຕ້.
ເມື່ອມາຮອດຫວຽດນາມ, ຂ້າພະເຈົ້າປະທັບໃຈກັບບັນຍາກາດ ແລະ ແຫຼ່ງພະລັງງານທີ່ເປັນເອກະລັກສະເພາະ, ເຊິ່ງແຕກຕ່າງກັບນະຄອນໃດໆໃນອາຊີ. ອາດຈະຍ້ອນວ່າ ຫວຽດນາມ ຍາມໃດກໍ່ພັດທະນາຢ່າງສະເໝີຕົ້ນສະເໝີປາຍນັບແຕ່ນະໂຍບາຍການປ່ຽນແປງໃໝ່ ແລະ ບັນລຸລະດັບເຕີບໂຕເສດຖະກິດແຖວໜ້າໃນບັນດາປະເທດອາຊຽນ ໃນຊຸມປີມໍ່ໆມານີ້. ຍ້ອນເຫດນັ້ນ, ຊາວຫວຽດນາມ ຈິ່ງເຕັມໄປດ້ວຍຄວາມເຊື່ອໝັ້ນກ່ຽວກັບເສັ້ນທາງຕໍ່ໜ້າ ແລະ ທົ່ວສັງຄົມລ້ວນແຕ່ມີຄວາມຫວັງຕໍ່ອະນາຄົດ.
ຂ້າພະເຈົ້າຕີລາຄາຫວຽດນາມ ແມ່ນໜຶ່ງໃນບັນດາປະເທດອາຊຽນ ທີ່ມີຄວາມສາມາດບົ່ມຊ້ອນບັນລຸໄດ້ GDP ສະເລ່ຍກ່ວາ 10.000 USD ຕໍ່ຫົວຄົນ ໃນໄລຍະຈະມາເຖິງ.
ປະຈຸບັນ, ຫວຽດນາມ ພວມບືນຕົວກ້າວເຂົ້າສູ່ “ສັງກາດໃໝ່” ຢ່າງເຂັ້ມແຂງພາຍໃຕ້ການນຳຂອງທ່ານເລຂາທິການໃຫຍ່ ໂຕເລີມ. ຂ້າພະເຈົ້າເຊື່ອໝັ້ນວ່າ “ສັງກາດໃໝ່” ນີ້ຂອງຫວຽດນາມ ຈະແມ່ນກາລະໂອກາດທີ່ດີເພື່ອພັດທະນາ ແລະ ເປີດກວ້າງການພົວພັນຄູ່ຮ່ວມມື ຍີ່ປຸ່ນ - ຫວຽດນາມ ແລະ ບັນດາການເຄື່ອນໄຫວຮ່ວມມືສະເພາະ ເຊິ່ງຈະໄດ້ຮັບການຊຸກຍູ້ໃນຫລາຍຂົງເຂດອີກກວ່າ.
ເສັ້ນທາງລົດໄຟຕົວເມືອງ ເລກ 1 ນະຄອນ ໂຮ່ຈິມິນ - ສັນຍາລັກແຫ່ງການຮ່ວມມືລະຫວ່າງຍີ່ປຸ່ນ ແລະ ຫວຽດນາມ - ສຸດທ້າຍໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາປີກາຍ. ໃນ “ສັງກາດໃໝ່”, ຫວຽດນາມ ເອົາໃຈໃສ່ເຖິງການກໍ່ສ້າງພື້ນຖານໂຄງລ່າງຍຸດທະສາດໃຫ້ສົມບູນແບບໂດຍໄວ, ລວມມີ ການຄົມມະນາຄົມ, ເຕັກນິກດິຈິຕອນ ແລະ ພະລັງງານ. ຍີ່ປຸ່ນ ຊົມເຊີຍບັນດາຄວາມມານະພະຍາຍາມດັ່ງກ່າວ ແລະ ຈະສືບຕໍ່ສົມທົບກັບຫວຽດນາມ. ນອກຈາກນັ້ນ, ໃນຂົງເຂດເຕັກໂນໂລຢີສູງເຊັ່ນ: ທາດເຄິ່ງຊັກນຳໄຟຟ້າ, ບັນດາຂົງເຂດໃຫມ່ຄື ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບສູງ, ລັດຖະບານ ແລະ ວິສາຫະກິດ ຍີ່ປຸ່ນ ຈະພ້ອມກັນຮ່ວມມືສະໜອງໃຫ້ ຫວຽດນາມ ກ່ຽວກັບການໜູນຊ່ວຍຈຳເປັນມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດທີ່ພັດທະນາໃນປີ 2045 ແລະ ບັນລຸລະດັບເຕີບໂຕສອງຕົວເລກ.
ຍີ່ປຸ່ນກໍເອົາໃຈໃສ່ຕໍ່ສານຂອງທ່ານເລຂາທິການໃຫຍ່ ໂຕເລີມ ກ່ຽວກັບການຕ້ານການຟຸມເຟືອຍ, ຍົກສູງເສດຖະກິດຢ່າງມີປະສິດທິຜົນ, ກະທັດລັດກົງຈັກການຈັດຕັ້ງອຳນາດການປົກຄອງ. ຍ້ອນເຫດນັ້ນ, ແນ່ນອນວ່າ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງບັນດາວິສາຫະກິດ ຍີ່ປຸ່ນ ຈະໄດ້ຮັບການປັບປຸງ, ດຶງດູດບັນດາບ້ວງລົງທຶນໃໝ່ຕື່ມອີກ.
ບັນດາວິສາຫະກິດ ຍີ່ປຸ່ນ ກໍ່ຢາກລົງທຶນເຂົ້າ ຫວຽດນາມ. ຕາມການສຳຫຼວດໃໝ່ຫຼ້າສຸດຂອງ JETRO (ອົງການສົ່ງເສີມການຄ້າ ຍີ່ປຸ່ນ), ໃນບັນດາປະເທດ ອາຊຽນ, ຫວຽດນາມ ແມ່ນປະເທດທີ່ບັນດາວິສາຫະກິດ ຍີ່ປຸ່ນ ປາດຖະໜາຢາກເປີດກວ້າງການລົງທຶນທີ່ສຸດໃນອະນາຄົດ.
ລະບົບລົດໄຟຄວາມໄວສູງ Shinkansen ສາມາດສ້າງໄດ້ສຽງກ້ອງກັງວານອັນໃຫຍ່ຫຼວງ, ສ້າງທ່ວງທ່າການພັດທະນາເສດຖະກິດ-ສັງຄົມໃຫ້ຍີ່ປຸ່ນ ຢ່າງເຂັ້ມແຂງ. ຫວຽດນາມ ສາມາດຮ່ຳຮຽນບັນດາປະສົບການອັນໃດຂອງຍີ່ປຸ່ນ ເມື່ອ ຫວຽດນາມ ຄາດວ່າຈະພັດທະນາທາງລົດໄຟຄວາມໄວສູງ ເໜືອ-ໃຕ້ ໃນໄລຍະຈະມາເຖິງ?
ໃນປີ 1964, ເສັ້ນທາງລົດໄຟ Shinkansen ປະມານ 500 ກິໂລແມັດ ເຊື່ອມຕໍ່ສອງເຂດເສດຖະກິດໃຫຍ່ຂອງຍີ່ປຸ່ນ ແມ່ນ ໂຕກຽວ ແລະ ໂອຊາກາ ໄດ້ເປີດສະຫຼອງນຳໃຊ້ ແລະ ໃນປີກາຍນີ້ ໄດ້ກໍ່ເປັນປີຂີດໝາຍສະເຫຼີມສະຫຼອງຄົບຮອບ 60 ປີແຫ່ງການດຳເນີນງານ. Shinkansen ເປັນພາຫະນະການຄົມມະນາຄົມສາທາລະນະທີ່ນໍາເອົາຜົນປະໂຫຍດທາງດ້ານເສດຖະກິດຢ່າງໃຫຍ່ຫຼວງເຊັ່ນ ການຫຼຸດຜ່ອນເວລາການເຄື່ອນຍ້າຍ, ການເພີ່ມຈໍານວນນັກທ່ອງທ່ຽວ ແລະ ແຂກໄປປະຕິບັດງານຢູ່ໃນບັນດາເຂດລຽບຕາມເສັ້ນທາງລົດໄຟ, ການພັດທະນາຂອງພາກພື້ນ, ການຟື້ນຟູເສດຖະກິດ.
ການຂຸດຄົ້ນລົດໄຟ Shinkansen ຂອງຍີ່ປຸ່ນ ໄດ້ນໍາມາປະສິດທິພາບອັນໃຫຍ່ຫຼວງເມື່ອສົມທົບບັນດາເຂດພົນລະເມືອງທີ່ມີລົດໄຟແລ່ນຜ່ານ, ບັນດາສາຍລົດໄຟທ້ອງຖິ່ນນອກລົດໄຟ Shinkansen ແລະ ບັນດາພາຫະນະການຄົມມະນາຄົມອື່ນໆເພື່ອພັດທະນາຮອບດ້ານ. ຂ້າພະເຈົ້າຖືວ່າ ນີ້ແມ່ນໜຶ່ງໃນບັນດາເຫດຜົນທີ່ພາໄປເຖິງຄວາມສໍາເລັດ. ຍ້ອນການພັດທະນາຮອບດ້ານ, ລົດໄຟ Shinkansen ສະແດງໃຫ້ເຫັນຢ່າງຈະແຈ້ງຈຸດດີລື່ນກາຍ ແລະ ນໍາມາເຊິ່ງປະສິດທິພາບທີ່ຫຼາຍກວ່າ. ພວກເຮົາຕ້ອງຄິດວ່າ ນີ້ບໍ່ພຽງແຕ່ແມ່ນເລື່ອງກ່ຽວກັບລົດໄຟ Shinkansen ເທົ່ານັ້ນ, ຫາກຍັງເປັນຂະບວນການພັດທະນາປະເທດຊາດອີກດ້ວຍ. ຂ້າພະເຈົ້າຖືວ່າ ບັນດາໂຄງການພັດທະນາພື້ນຖານໂຄງລ່າງ, ໃນນັ້ນ ມີການກໍ່ສ້າງລົດໄຟ Shinkansen, ກໍ່ຊຸກຍູ້ການເຄື່ອນໄຫວບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ກ່ຽວຂ້ອງ.
ຫວຽດນາມ ຫາກໍ່ຕັດສິນໃຈຈະເລີ່ມດຳເນີນໂຄງການໄຟຟ້ານິວເຄຼຍ ນິງທ້ວນ ຄືນໃໝ່. ໂດຍເປັນປະເທດມະຫາອຳນາດກ່ຽວກັບພະລັງງານນິວເຄຼຍ, ຍີ່ປຸ່ນ ສາມາດແບ່ງປັນບັນດາປະສົບການອັນໃດໃຫ້ກັບຫວຽດນາມ ແລະ ທ່ານຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດນີ້ຄືແນວໃດ?
ກ່ອນອື່ນໝົດ, ຍີ່ປຸ່ນ ຊົມເຊີຍຖະແຫຼງການຂອງ ຫວຽດນາມ ກ່ຽວກັບການເລີ່ມດຳເນີນໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍຄືນໃໝ່.
ກ່ຽວກັບຄວາມສາມາດບົ່ມຊ້ອນລະອຽດ, ຝ່າຍຍີ່ປຸ່ນ ຕ້ອງໄຕ່ຕອງຄັກແນ່ເນື້ອໃນທີ່ສາມາດຜັນຂະຫຍາຍໂດຍອີງໃສ່ຄວາມຕ້ອງການຂອງຝ່າຍຫວຽດນາມ, ຄວາມຄືບໜ້າຂອງໂຄງການ... ຢ່າງໃດກໍຕາມ, ຍີ່ປຸ່ນ ກໍ່ພ້ອມທີ່ຈະຮ່ວມມືໃນບັນດາການຄົ້ນຄວ້າທີ່ອາດສາມາດເປັນໄປໄດ້ສຸມໃສ່ຄວາມອາດສາມາດຜັນຂະຫຍາຍເຕົາປະຕິກອນນິວເຄຼຍທີ່ນໍາໃຊ້ເຕັກໂນໂລຢີຂອງຍີ່ປຸ່ນ ໃນອະນາຄົດ.
ນອກຈາກນັ້ນ, ໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ພະລັງງານນິວເຄຼຍພົນລະເຮືອນຂອງຫວຽດນາມ, ພວກເຮົາຍິນດີໃຫ້ການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກັບບັນດາມະຫາວິທະຍາໄລ, ວິສາຫະກິດ ແລະ ອົງການທີ່ກ່ຽວຂ້ອງຂອງຍີ່ປຸ່ນ. ຍີ່ປຸ່ນ ປາດຖະໜາຢາກສືບຕໍ່ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດຮ່ວມມືດ້ານເຕັກນິກ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ, ດ້ວຍຈຸດສຸມແມ່ນບັນດາການເຄື່ອນໄຫວຂອງອົງການພະລັງງານປະລະມານູ ຍີ່ປຸ່ນ (JAEA), ບໍລິສັດພັດທະນາພະລັງງານປະລະມານູສາກົນ ຍີ່ປຸ່ນ (JINED).
![]() | ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide. |
![]() | ເອກອັກຄະລັດຖະທູດບຣາຊິນປະຈຳ ຫວຽດນາມ ຕີລາຄາສູງການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຂອງຫວຽດນາມ ຍສໝ - ທ່ານເອກອັກຄະລັດຖະທູດບຣາຊິນ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານຫວຽດນາມ ທີ່ມີຄວາມຕັດສິນໃຈຢ່າງເດັດຂາດໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ, ນຳມາເຊິ່ງຜົນທີ່ຕັ້ງໜ້າ. ພິເສດ, ລັດຖະບານຫວຽດນາມຍາມໃດກໍ່ໄດ້ຮັບການຮ່ວມມືທີ່ດີຈາກປະຊາຊົນ. |
ແທັງຮັ່ງ