ວັນທີ 18 ຕຸລາ, ທີ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບບັນດາຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃນປີ 2021 ກ່ອນທີ່ຈະເດີນທາງໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ.
ວັນທີ 26 ກັນຍາ, ຢູ່ກອງບັນຊາການທະຫານແຂວງໄຕນິງ, ທ່ານພົນຈັດຕະວາ ເລຮົ່ງຢູງ, ຮອງຫົວໜ້າກົມໃຫຍ່ພະລາທິການ ໄດ້ມອບເຂົ້າສານຈຳນວນ 100 ໂຕນ (ມູນຄ່າ 1,2 ຕື້ດົ່ງ) ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ແກ່ແຂວງໄຕນິງ ເພື່ອໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19.
ຍສໝ - ທ່ານນາຍົກລັດຖະມົນຕີ ຊີ້ນຳກະຊວງປ້ອງກັນປະເທດ ແລະ 10 ແຂວງ/ນະຄອນທາງພາກເໜືອ ກຽມພ້ອມໜູນຊ່ວຍນະຄອນຫຼວງຮ່າໂນ້ຍ ໃນການຕ້ານກັບພະຍາດໂຄວິດ -19...
ຍສໝ - ຕອນເຊົ້າວັນທີ 29 ສິງຫາ, ຢູ່ທ່າກຳປັ່ນທະຫານຂອງກອງທັບເຮືອປາຊີຟິກ (ກອງທັບເຮືອສະຫະພັນລັດເຊຍ) ໄດ້ຈັດຕັ້ງພິທີປິດການແຂ່ງຂັນຊິງ "ຂັນທະເລ” ແລະ ການແຂ່ງຂັນ “ຍົກພົນຂຶ້ນບົກທາງທະເລ” ພາຍໃນຂອບຂອງ Army Games 2021 ເຊິ່ງໄດ້ຈັດຂຶ້ນພາຍໃຕ້ການເປັນປະທານໂດຍ ພົນຕີ Evkurov Unus-Bek Bamatgireevich, ຮອງລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ. ທີມຫວຽດນາມ ຄວ້າໄດ້ຫຼຽນເງິນ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ (25-8-1911 / 25-8-2021), ຕອນເຊົ້າວັນທີ 22 ສິງຫາ, ຄະນະຜູ້ແທນການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ນຳໂດຍທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໄປຖະຫວາຍທູບທຽນ, ວາງພວງມາລາອາໄລຫາທ່ານພົນເອກ ຫວໍງວຽນຢາບ ທີ່ເຮືອນເລກທີ 30 ຮວ່າງຢ້ຽວ, ເມືອງ ບາດີ່ງ, ນະຄອນ ຮ່າໂນ້ຍ.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມລາວຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ, ຕອນບ່າຍວັນທີ 9 ສິງຫາ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈາກັບທ່ານ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊົມເຊີຍການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີ Lloyd Austin ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຈະຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ.
ວັນທີ 28 ກໍລະກົດ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ໄດ້ເລີ່ມຕົົ້ນການຢ້ຽມຢາມຫວຽດນາມເປັນເວລາ 2 ວັນ ຄືວັນທີ 28 ແລະ 29 ກໍລະກົດ.
ຍສໝ - ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້ແກ່ກອງງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ.
ຍສໝ - ໃນຕອນເຊົ້າວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບບັດດາເຄື່ອງອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດລາວ.
ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານພົນໂທ ຟານວັນຢາງ ໄດ້ຕີລາຄາສູງບົດບາດຂອງການາດາໃນໂລກ ແລະ ພາກພື້ນ, ປາດຖະໜາວ່າ ຢາກເພີ່ມທະວີການພົວພັນກັບການາດາ ບົນພື້ນຖານຄວາມສະເໝີພາບ ແລະ ມີຜົນປະໂຫຍດລວມ.
ຍສໝ - ທ່ານປະທານປະເທດຊີ້ແຈ້ງວ່າ ຫວຽດນາມຖືເປັນສຳຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບປະເທດຈີນ ເພື່ອພັດທະນາການຮ່ວມມືທີ່ ໝັ້ນຄົງ, ຍືນຍົງ, ຍາວນານ, ສະເໝີພາບ ແລະ ມີຜົນປະໂຫຍດສ່ວນລວມ.
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ປາດຖະໜາວ່າ ສອງພັກ, ສອງປະເທດຫວຽດນາມ ແລະ ຈີນ ຈະສືບຕໍ່ມານະພະຍາຍາມຮັກສາສະພາບແວດລ້ອມສັນຕິພາບ ແລະ ການຮ່ວມມືບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຊຶ່ງກັນ ແລະ ກັນ.
ໂດຍປະຕິບັດຕາມມະຕິຂອງສະພາແຫ່ງຊາດ ແລະຂໍ້ຕົກລົງຂອງປະທານປະເທດກ່ຽວກັບການພົ້ນຕຳແໜ່ງ, ແຕ່ງຕັ້ງລັດຖະມົນຕີກະຊວງປ້ອງກັນປະເທດ, ຕອນບ່າຍວັນທີ 9 ເມສາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດລະຫວ່າງທ່ານພົນເອກ ໂງຊວນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານພົນໂທ ຟານວັນຢາງ, ກຳມະການກົມການເມືອງ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ (1971-2021).
ຍສໝ - ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານ ພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບຂໍ້ຕົກລົງໃຫ້ແກ່ ທ່ານພັນຕີ ເຈິ່ນດຶກເຫືອງ, ກົມຮັກສາສັນຕິພາບ ຫວຽດນາມ ໄປປະຕິບັດໜ້າທີ່ ເປັນນາຍທະຫານເສນາທິການ ແຜນການຂຶ້ນກັບພະແນກແຜນການການທະຫານ, ຫ້ອງການບັນດາບັນຫາການທະຫານ, ກົມເຄື່ອນໄຫວຮັກສາສັນຕິພາບ ຢູ່ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ.
ຍສໝ - ໃນຕະຫຼອດໄລຍະການຝຶກແອບ, ເຖິງວ່າພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ດ້ວຍຄວາມຕັດສິນໃຈສູງ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງການຝຶກແອບດ້ານວິຊາສະເພາະທາງດ້ານການແພດທະຫານ ແລະໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 3.
ໃນວັນທີ 23 ມີນາ 2021 ຢູ່ກະຊວງປ້ອງກັນປະເທດ, ໄດ້ຈັດພິທີໂຮມຊຸມນຸມ ລະນຶກວັນຄຽດແຄ້ນ ຂອງປະຊາຊົນລາວ, ວັນນັກຮົບເສຍ ອົງຄະ-ເສຍ ສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ (21 ມີນາ 1946 - 21 ມີນາ 2021), ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະພັກ-ຄະນະນໍາ, ພະນັກງານ ປະຕິວັດ-ອາວຸໂສບໍານານ ແລະ ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງ ປ້ອງກັນປະເທດ ເຂົ້າຮ່ວມເປັນຈໍານວນຫລາຍ.
ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະຕິບັດບັນດາເອກະສານນິຕິກໍາວ່າດ້ວຍຊາຍແດນ ແລະບັນດາຂໍ້ຕົກລົງສອງຝ່າຍທີ່ໄດ້ລົງນາມຢ່າງເຂັ້ມງວດ...
ໃນຕອນແລງຂອງ ວັນທີ 25 ທັນວາ 2020 ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດຂຶ້ນພິທີເຊັນສັນຍາໂຄງການ ກໍ່ສ້າງຕຶກອາຄານກອງບັນຊາ ການທະຫານອາກາດ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ບໍລິສັດ (Fron tier Services Group Co, Ltd).