ຍສໝ - ເນື່ອງໃນໂອກາດທ່ານປະທານປະເທດຫງວຽນຊວນຟຸກ ມາຢ້ຽມຢາມລາວ ຢ່າງເປັ່ນທາງການ ແຕ່ວັນທີ 8 ຫາວັນທີ 10 ສິງຫາ, ບັນດາການນໍາຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ ໄດ້ມີໂອກາດແລກປ່ຽນປະສົບການ ແລະ ເຮັດວຽກຢ່າງມີປະສິດທິຜົນ.
ຍສໝ - ໃນການໂອ້ລົມທາງໂທລະສັບໃນວັນທີ 2 ສິງຫາ 2021 ລະຫວ່າງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ແລະ ເລຂາຄະນະພັກເຂດປົກຄອງຕົນເອງກວາງຊີຈູ (ຈີນ) Loc Tam Xa, ສອງຝ່າຍໄດ້ແລກປ່ຽນ ແລະ ເປັນເອກພາບກັນໃນຫຼາຍເນື້ອໃນການຮ່ວມມື ແລະ ມາດຕະການທີ່ຈຳເປັນ ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ກວາງຊີ.
ຍສໝ - Jimmy Pham ແມ່ນຄົນອົດສະຕາລີ ເຊື້ອສາຍຫວຽດນາມ ຄົນທຳອິດ ທີ່ໄດ້ຮັບລາງວັນ Waislitz (ມອບໂດຍກອງທຶນ Waislitz Foundation ແລະ Global Citizen). ໃນບັນດາ 10 ຜູ້ລົງສະໝັກທີ່ດີທີ່ສຸດສຳລັບລາງວັນແລ້ວ, Jimmy Pham ແມ່ນຜູ້ທີ່ໄດ້ຮັບຄະແນນຄັດເລືອກຫຼາຍທີ່ສຸດໃນຂອບເຂດທົ່ວໂລກ.
ຍສໝ - ໃນວັນທີ 4 ສິງຫານີ້, ສະຖານກົງສຸນໃຫຍ່ຫວຽດນາມປະຈຳຮົງກົງ (ຈີນ) ໄດ້ພົບປະກັບທ່ານ Jason Wong, ປະທານສະພາອຸດສາຫະກຳການທ່ອງທ່ຽວຮົງກົງ (TIC) ເພື່ອແລກປ່ຽນກ່ຽວກັບສະຖານະການ ແລະ ປຶກສາຫາລືທິດທາງການຮ່ວມມື, ແກ້ໄຂຄວາມຫຍຸ້ງຍາກ ເພື່ອຊຸກຍູ້ການທ່ອງທ່ຽວ ແລະ ການເດີນທາງໄປມາລະຫວ່າງຫວຽດນາມ ແລະ ຮົງກົງໃນໄລຍຍະທີ່ຈະມາເຖິງ.
ຍສໝ - ທີ່ການພົບປະເຈລະຈາໃນວັນທີ 9 ສິງຫາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນ ແລະ ວິທີການແກ້ໄຂ ເພື່ອສືບຕໍ່ຊຸກຍູ້ການພັດທະນາຢ່າງຮອບດ້ານ ຂອງສາຍພົວພັນ ສອງປະເທດຫວຽດນາມ - ລາວ ໃນໄລຍະຈະມາເຖິງ, ເປັນສັກຂີພິຍານການລົງນາມຂອງເອກະສານການຮ່ວມມືສອງຝ່າຍ ຈຳນວນ 14 ສະບັບ ...
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄພພິບັດທາດພິດສີສົ້ມຢູ່ຫວຽດນາມ (10 ສິງຫາ 1961 - 10 ສິງຫາ 2021), ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ສົ່ງຈົດໝາຍສະແດງຄວາມ ຂອບອົກຂອບໃຈບັນດາປະເທດເພື່ອນມິດ, ຄູ່ຮ່ວມມືສາກົນສໍາລັບການຮ່ວມເດິນທາງ, ການແບ່ງປັນ ແລະໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໃນຫຼາຍປີຜ່ານມາ.
ຍສໝ - ທ່ານຫົວໜ້າຄະນະຜູ້ຕາງໜ້າອົງການອະນາໄມໂລກ WHO ປະຈຳຫວຽດນາມ Kidong Park ໄດ້ຕີລາຄາວ່າ ເຖິງແມ່ນວ່າການລະບາດຂອງພະຍາດໃນຄັ້ງນີ້ ມີຄວາມຫຍຸ້ງຍາກຫຼາຍ, ແຕ່ການຮັບມືຂອງຫວຽດນາມ ແມ່ນ "ໄປຖືກທິດ". ທ່ານ Kidong Park ເຊື່ອໝັ້ນວ່າ ຫວຽດນາມຈະສາມາດໄດ້ເອົາຊະນະໂລກລະບາດ ດ້ວຍການມີສ່ວນຮ່ວມຂອງທັງລະບົບການເມືອງ ແລະ ປະຊາຊົນ.
ໃນໜ້າທຳອິດຂອງໜັງສືພິມlສະບັບຕ່າງໆຂອງ ລາວອອກວັນທີ 9 ສິງຫາ ໄດ້ລົງພິມບົດຂຽນຕ່າງໆກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ສປປ.ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 9 – 10 ສິງຫາ.
ຫວຽດນາມ ແລະ ລາວ ໄດ້ລົງນາມ ແລະແລກປ່ຽນເອກະສານຮ່ວມມື ຈຳນວນ 14 ສະບັບ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ.
ຕອນບ່າຍວັນທີ 8 ສິງຫາ ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນການສະຫຼຸບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ, ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມລາວຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ, ຕອນບ່າຍວັນທີ 9 ສິງຫາ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈາກັບທ່ານ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ຍສໝ - ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 9 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.
ການຢ້ຽມຢາມ ສປປ ລາວ ຂອງ ທ່ານປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຫງວຽນຊວນຟຸກ ແມ່ນເຫດການສໍາຄັນໃນການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີພິເສດ ລະຫວ່າງ ລາວ - ຫວຽດນາມ.
ຍສໝ - ກົມການຕະຫຼາດ ເອີຣົບ-ອາເມລິກາ (ກະຊວງອຸດສາຫະກຳ ແລະ ການຄ້າ) ກ່າວວ່າ ອົງການຕາງໜ້າການຄ້າຂອງສະຫະລັດອາເມລິກາ (USTR) ໄດ້ອອກ ຂໍ້ສະຫຼຸບຢ່າງເປັນທາງການຂອງການສືບສວນພາຍໃຕ້ມາດຕາ 301 ຂອງກົດໝາຍການຄ້າປີ 1974 ກ່ຽວກັບບັນດາການກະທຳ, ນະໂຍບາຍ ແລະ ຕົວຈິງການນຳໃຊ້ຂອງຫວຽດນາມທີ່ກ່ຽວຂ້ອງກັບການກຳນົດລາຄາເງິນຕາທີ່ຕ່ຳ.
ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ, ທ່ານປະທານສະພາແຫ່ງຊາດ ລາວ, ມີການພົບປະກັບອະດີດການນຳພັກ, ລັດ ລາວ. ທ່ານປະທານປະເທດ ຫວຽດນາມ ກໍ່ຈະມີບົດກ່າວປາໄສສຳຄັນຕໍ່ສະພາແຫ່ງຊາດ ລາວ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ແລະ ພິທີມອບຮັບ ຫໍສະພາແຫ່ງຊາດລາວ ໂດຍແມ່ນຂອງຂວັນຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ ພັກ, ລັດ ແລະ ປະຊາຊົນ ລາວ.
ທ່ານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄຊສົມພອນ ພົມວິຫານ ເນັ້ນໜັກວ່າ ໂຄງການຫໍສະພາແຫ່ງຊາດລາວ ຫຼັງໃໝ່ແມ່ນສັນຍາລັກ, ແມ່ນແບບຢ່າງກ່ຽວກັບນໍ້າໃຈສາມັກຄີແບບພິເສດທີ່ມີຊີວິດຊີວາລະຫວ່າງລາວ ແລະຫວຽດນາມ.
ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນໃນພາກພື້ນກໍ່ຄືໃນໂລກ, ອາຊຽນ ຍັງຢັ້ງຢືນຢ່າງຈະແຈ້ງຈິດໃຈສາມັກຄີ, ເປັນເຈົ້າການໃນການປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມກັນຜ່ານຜ່າສະພາບຫຍຸ້ງຍາກ, ຄ່ອຍໆຟືຶ້ນຟູເສດຖະກິດ ເພື່ອເບິ່ງແຍງດຸແລປະຊາຊົນນັບມື້ນັບດີກ່ວາເກົ່າ.
ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດ ຢ່າງເປັນທາງການ ຂອງການນຳຂັ້ນສູງພັກ, ລັດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.
ເນື່ອງໃນໂອກາດ “ວັນເພື່ອຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ” ວັນທີ 10 ສິງຫາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ສົ່ງຈົດໝາຍເຖິງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຢູ່ ຫວຽດນາມ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານເນື້ອໃນຈົດໝາຍຂອງທ່ານປະທານປະເທດດັ່ງລຸ່ມນີ້:
ຍສໝ - ສ.ຈ, ປ.ອ Günter Giesenfeld, ນັກວິທະຍາສາດສື່ມວນຊົນເຢຍລະມັນ ແລະຜູ້ກຳກັບຮູບເງົາໄດ້ໃຫ້ຄຳເຫັນວ່າ ບົດຂຽນ “ບາງບັນຫາທິດສະດີ ແລະຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ມີເນື້ອໃນອຸດົມສົມບູນຫຼາຍ, ໄດ້ຊີ້ແຈງວິທີການສ້າງສັງຄົມນິຍົມຢູ່ຫວຽດນາມ ທັງທາງທິດສະດີ ແລະຕົວຈິງ.