ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານການຄ້າ ລະຫວ່າງຫວຽດນາມ ແລະ ຮົງກົງ

07:11 | 11/08/2021

ຍສໝ - ໃນວັນທີ 4 ສິງຫານີ້, ສະຖານກົງສຸນໃຫຍ່ຫວຽດນາມປະຈຳຮົງກົງ (ຈີນ) ໄດ້ພົບປະກັບທ່ານ Jason Wong, ປະທານສະພາອຸດສາຫະກຳການທ່ອງທ່ຽວຮົງກົງ (TIC) ເພື່ອ​ແລ​ກ​ປ່ຽນ​ກ່ຽວ​ກັບສະຖານະການ ແລະ ປຶກສາຫາລືທິດທາງການຮ່ວມມື, ​​ແກ້​ໄຂຄວາມຫຍຸ້ງຍາກ ເພື່ອຊຸກຍູ້ການທ່ອງທ່ຽວ ແລະ ການເດີນທາງ​ໄປ​ມາລະຫວ່າງຫວຽດນາມ ແລະ ຮົງກົງ​ໃນ​ໄລ​ຍ​ຍະທີ່ຈະມາເຖິງ.

ຝຸ​ກວັກ ທົດ​ລອງ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ແຕ່​ເດືອນ​ຕຸ​ລາ 2021 ຝຸ​ກວັກ ທົດ​ລອງ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ແຕ່​ເດືອນ​ຕຸ​ລາ 2021
ແນະ​ນຳ​ຕະຫຼາດ ບັກ​ຮ່າ, ລາວ​ກາຍ - ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ ແນະ​ນຳ​ຕະຫຼາດ ບັກ​ຮ່າ, ລາວ​ກາຍ - ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ

ຕາມທ່ານ Jason Wong ແລ້ວ, ຝ່າຍຮົງກົງ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນ ກັບສະຖານກົງສູນໃຫຍ່ຫວຽດນາມ ເພື່ອຜັນຂະຫຍາຍຮູບແບບ “​ຟອງການທ່ອງທ່ຽວ”, ທົດລອງເປີດປະຕູຕ້​ອນ​ຮັບນັກທ່ອງທ່ຽວ. ທ່ານ Jason Wong ກ່າວວ່າ ເກາະຟຸກວັກ ເປັນສະຖານທີ່ໃນອຸດົມຄະຕິສຳລັບການເປີດທົດລ​ອງ ຖ້າສອງຝ່າຍໄດ້ບັນລຸຂໍ້ຕົກລົງ ກ່ຽວກັບການຍົກເວັ້ນການ​ຈຳ​ກັດ​ບໍ​ລິ​ເວນ ແລະ ບັນດາກົນໄກການຈັດຕັ້ງປະຕິບັດ.

ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານການຄ້າ ລະຫວ່າງຫວຽດນາມ ແລະ ຮົງກົງ
ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານການຄ້າ ລະຫວ່າງຫວຽດນາມ ແລະ ຮົງກົງ.

ທ່ານກົງສຸນໃຫຍ່ ຟ້າມບີງດ່າມ ໄດ້ກ່າວວ່າ ໃນສະພາບການປັດຈຸບັນ, ການເປີດປະຕູ​ປ​ແມ່ນ​ຂັ້ນ​ຕອນ​ໜຶ່ງທີ່ຈໍາເປັນຕ້ອງໄດ້ທົດລອງໃນຂອບ​ຂະ​ໜາດນ້ອຍ ກ່ອນທີ່ຈະສາມາດນໍາມາໃຊ້ຢ່າງກວ້າງຂວາງໄດ້. ສະຖານກົງສຸນໃຫຍ່ຫວຽດນາມ ຈະປະສານສົມທົບຢ່າງແໜ້ນແຟ້ນກັບ TIC ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະ ຮົງກົງ ເພື່ອຊຸກຍູ້ ແລະ ຜັນຂະຫຍາຍເສັ້ນທາງການທ່ອງ​ທ່ຽວທົດລອງ​ທັນ​ທີ​ທີ່​ເງື່ອນໄຂໃຫ້ອະນຸຍາດ.

ກ່ອນ​ອື່ນ​ໝົດ, ສະຖານກົງສຸນໃຫຍ່ຫວຽດນາມ ໄດ້​ສະ​ເໜີໃຫ້ TIC ປະສານງານ ໃນວຽກງານສື່ສານຢ່າງກວ້າງຂວາງກັບນັກທຸລະກິດ ແລະ ນັກລົງທຶນຮົງກົງ ກ່ຽວກັບຂັ້ນຕອນການຍື່ນຂໍວີຊາເຂົ້າເມືອງຫວຽດນາມ ແລະ ລວບລວມລາຍຊື່ໃຫ້ແກ່ ສະຖານກົງສຸນໃຫຍ່ຫວຽດນາມ ເພື່ອຊ່ວຍໃນການປະຕິບັດຂັ້ນຕອນທີ່ຈໍາເປັນ.

ທ່ານກົງສຸນໃຫຍ່ ຟ້າມບີງດ່າມ ຍັງສະເໜີໃຫ້ປະສານສົມທົບກັບ TIC ໃນການຈັດຕັ້ງການສໍາມະນາ ແລະ ເວທີປາໄສອອນໄລ​ຈ​ຳ​ນວນ​ໜຶ່ງ ລະຫວ່າງບັນດາອົງການຄຸ້ມຄອງ, ສະມາຄົມ ແລະ ວິ​ສາ​ຫະ​ກິດການທ່ອງທ່ຽວຂອງສອງຝ່າຍ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ປຶກສາຫາລືມາດຕະການ ເພື່ອອໍານວຍຄວາມສະດວກ ແລະ ຊຸກຍູ້ການທ່ອງທ່ຽວໃນໄລຍະຫຼັງ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.