ນັກທຸລະກິດເຊື້ອສາຍຫວຽດນາມຄົນທຳອິດ ທີ່ໄດ້ຮັບລາງວັນພົນລະເມືອງທົ່ວໂລກ Waislitz

07:15 | 11/08/2021

ຍສໝ - Jimmy Pham ແມ່ນຄົນອົດສະຕາລີ ເຊື້ອສາຍຫວຽດນາມ ຄົນທຳອິດ ທີ່ໄດ້ຮັບລາງວັນ Waislitz (ມອບໂດຍກອງທຶນ Waislitz Foundation ແລະ Global Citizen). ໃນບັນດາ 10 ຜູ້​ລົງສະໝັກທີ່ດີທີ່ສຸດສຳລັບລາງວັນ​ແລ້ວ, Jimmy Pham ແມ່ນຜູ້ທີ່ໄດ້ຮັບຄະແນນຄັດເລືອກຫຼາຍທີ່ສຸດໃນ​ຂອບ​ເຂດ​ທົ່ວໂລກ.

ຜູ້ຍິງ ເຊື້ອສາຍຫວຽດນາມ ທີ່ໄດ້ເລືອກເຂົ້າໃນບັນຊີລາຍຊື່ Forbes ຂອງສະໂລວາກີ ຜູ້ຍິງ ເຊື້ອສາຍຫວຽດນາມ ທີ່ໄດ້ເລືອກເຂົ້າໃນບັນຊີລາຍຊື່ Forbes ຂອງສະໂລວາກີ
ອະດີດຮອງນາຍົກລັດຖະມົນຕີເຢຍລະມັນເຊື້ອສາຍຫວຽດນາມ: ໂລກມີຄວາມສົນໃຈຕໍ່ ຫວຽດນາມພາຍຫຼັງ ໂລກລະບາດ Covid – 19 ອະດີດຮອງນາຍົກລັດຖະມົນຕີເຢຍລະມັນເຊື້ອສາຍຫວຽດນາມ: ໂລກມີຄວາມສົນໃຈຕໍ່ ຫວຽດນາມພາຍຫຼັງ ໂລກລະບາດ Covid – 19

Jimmy Pham ເປັນຜູ້ກໍ່ຕັ້ງ ແລະ ​ເປັນຜູ້ອຳນວຍການບໍລິຫານຂອງວິສາຫະກິດສັງຄົມ KOTO ທີ່ຫາກໍປະກາດໄດ້ຮັບລາງວັນພົນລະເມືອງທົ່ວໂລກ Waislitz. ລາງວັນດັ່ງກ່າວນີ້ ໄດ້ຮັບຮູ້ຜົນ​ງານຂອງ​ທ່ານ ໃນຄວາມມາ​ນະພະຍາຍາມຢຸດຕິ​ໄພທຸກຍາກ​ອຶດ​ຫິ​ວ ແລະ ປ່ຽນແປງຊີວິດຂອງ​ຊາວໜຸ່ມເຍົ​າ​ວະ​ຊົນຜູ້ທີ່ມີສະພາບຄວາມຫຍຸ້ງຍາກຢູ່ຫວຽດນາມ ຫຼາຍກວ່າ 1,000 ຄົນ ໂດຍຜ່ານບັນ​ດາໂຄງການບຳລຸງສ້າງ ແລະ ຮູບແບບວິສາຫະກິດສັງຄົມ.

ນັກທຸລະກິດເຊື້ອສາຍຫວຽດນາມຄົນທຳອິດ ທີ່ໄດ້ຮັບລາງວັນພົນລະເມືອງທົ່ວໂລກ Waislitz
Jimmy Pham ແມ່ນຄົນອົດສະຕາລີ ເຊື້ອສາຍຫວຽດນາມ ຄົນທຳອິດ ທີ່ໄດ້ຮັບລາງວັນ Waislitz.

ໂດຍແບ່ງປັນຄວາມຮູ້ສຶກຢູ່ໃນເຟສບຸກສ່ວນຕົວຂອງຕົນ, Jimmy Pham ກ່າວວ່າ ລາວໄດ້ສະແດງຄວາມຮູ້​ບຸ​ນ​ຄຸນ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບລາງວັນອັນດີເລີດນີ້ຈາກກອງທຶນ Waislitz Foundation, ລາງວັນພົນລະເມືອງທົ່ວໂລກ ເຊິ່ງຫາກໍ່ໄດ້ຮັບ ໄດ້ກະຕຸ້ນໃຫ້ທ່ານຕໍ່ສູ້ ເພື່ອຊາວໜຸ່ມເຍົາວະຊົນທີ່ດ້ອຍໂອກາດ ແລະ ​ບອກເຕືອນທ່ານວ່າ ​ທ່ານບໍ່ແມ່ນຜູ້ດຽວໃນການສ້າງຄວາມແຕກຕ່າງ.

ໂດຍມີເຊື້ອຊາດຫວຽດນາມ ທີ່ເຕີບໃຫຍ່ຢູ່ໃນອົດສະຕາລີ, Jimmy Pham ໄດ້ກັບຄືນມາຫວຽດນາມໃນປີ 1996 ແລະ ເປັນຄັ້ງທໍາອິດທີ່ໄດ້ເຫັນຄວາມທຸກທໍລະມານຂອງເດັກນ້ອຍຂ້າງຖະໜົນ ຢູ່ບ້ານເກີດ. ໃນປີ 1999, Jimmy Pham ໄດ້ສ້າງຕັ້ງວິສາຫະກິດສັງຄົມແຫ່ງທໍາອິດຂອງຫວຽດນາມ ທີ່ມີຊື່ວ່າ KOTO (Know One Teach One) ດ້ວຍຄວາມເຊື່ອວ່າ ຊາວໜຸ່ມເຍົາວະຊົນຜູ້ທີ່ມີສະພາບຄວາມຫຍຸ້ງຍາກ ແລະ ດ້ອຍໂອກາດ ສົມຄວນທີ່​ຈະ​ໄດ້ມີໂອກາດດີທີ່ສຸດ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ.

KOTO ໄດ້ກາຍເປັນວິສາຫະກິດສັງຄົມທີ່ສະໜອງການ​ບຳ​ລຸງ​ສ້າງ ແລະ ວຽກເຮັດງານທຳ ໃນຂະໜງການຮ້ານ​ອາ​ຫານ-ໂຮງແຮມ ໃຫ້ແກ່ຊາວໜຸ່ມເຍົາວະຊົນຜູ້ທີ່ມີສະພາບຄວາມຫຍຸ້ງຍາກ ແລະ ດ້ອຍໂອກາດຢູ່ຫວຽດນາມ 1,000 ຄົນ ໂດຍຜ່ານສູນ​ບຳ​ລຸງ​ສ້າງ ແລະ ຮ້ານອາຫານຢູ່ຮ່າໂນ້ຍ .

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.