ຜູ້ຕາງໜ້າອົງການ WHO: ຫວຽດນາມ ໄປຖືກທິດໃນການຮັບມືກັບພະຍາດ COVID-19

15:01 | 10/08/2021

ຍສໝ - ທ່ານຫົວໜ້າຄະນະ​ຜູ້ຕາງໜ້າອົງການອະນາໄມໂລກ WHO ປະຈຳຫວຽດນາມ Kidong Park ໄດ້ຕີ​ລາ​ຄາວ່າ ເຖິງແມ່ນວ່າການລະບາດຂອງພະຍາດໃນຄັ້ງນີ້ ມີຄວາມຫຍຸ້ງຍາກຫຼາຍ, ແຕ່ການ​ຮັບ​ມືຂອງຫວຽດນາມ ແມ່ນ "ໄປ​ຖືກທິດ". ທ່ານ Kidong Park ເຊື່ອໝັ້ນວ່າ ຫວຽດນາມ​ຈະສາມາດໄດ້ເອົາຊະນະໂລກລະບາດ ດ້ວຍການມີສ່ວນຮ່ວມຂອງທັງລະບົບການເມືອງ ແລະ ປະຊາຊົນ.

ສະເໜີໃຫ້ສະວິດສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການເຂົ້າເຖິງແຫຼ່ງສະໜອງວັກຊີນກັນພະຍາດ Covid-19, ຢາປິ່ນປົວ ແລະອຸປະກອນການແພດ ສະເໜີໃຫ້ສະວິດສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການເຂົ້າເຖິງແຫຼ່ງສະໜອງວັກຊີນກັນພະຍາດ Covid-19, ຢາປິ່ນປົວ ແລະອຸປະກອນການແພດ
ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ

ໃນການພົບປະກັບລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໃນຕອນບ່າຍຂອງວັນທີ 3 ສິງຫາ, ທ່ານ Kidong Park - ​ຫົວ​ໜ້າຜູ້ຕາງໜ້າອົງການອະນາໄມໂລກ WHO ປະຈໍາຫວຽດນາມ ໄດ້ແບ່ງ​ປັນກ່ຽວກັບການລະບາດຂອງ COVID - 19 ເນື່ອງຈາກຜົນກະທົບຂອງການກາຍ​ເປັນ​ສາ​ຍ​ພັນ Delta ໃນຫຼາຍປະເທດ, ລວມທັງປະເທດຫວຽດນາມ.

ຫົວ​ໜ້າຜູ້ຕາງໜ້າອົງການອະນາໄມໂລກ WHO ປະຈຳຫວຽດນາມ ໄດ້​ຕີ​ລາ​ຄາວ່າ ການລະບາດ​ຮອບ​ທີ 4 ແມ່ນມີຄວາມຫຍຸ້ງຍາກຫຼາຍ ດ້ວຍອັດຕາຄວາມ​ໄວ​ຂອງການຕິດເຊື້ອທີ່​ແຮງຂອງໄວ​ຣັດ​ກາຍ​ພັນສາຍພັນ Delta, ແຕ່ວ່າ ຫວຽດນາມ ໄດ້ “ໄປ​ຖືກທິດ” ໃນການນຳໃຊ້ມາດຕະການປ້ອງກັນການລະບາດ.

ຜູ້ຕາງໜ້າອົງການ WHO: ຫວຽດນາມ ໄປຖືກທິດໃນການຮັບມືກັບພະຍາດ COVID-19
ທ່ານຫົວໜ້າຄະນະຕາງ​ຜູ້ໜ້າອົງການອະນາໄມໂລກ WHO ປະຈຳຫວຽດນາມ Kidong Park

ທ່ານ Kidong Park ເຊື່ອໝັ້ນວ່າ ຫວຽດນາມ​ຈະສາມາດໄດ້ເອົາຊະນະໂລກລະບາດ ດ້ວຍການມີສ່ວນຮ່ວມຂອງທັງລະບົບການເມືອງ ແລະ ປະຊາຊົນ. ອົງການ WHO ປະຈຳຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງກັບລັດຖະບານຫວຽດນາມ ແລະ ກະຊວງສາທາລະນະສຸກ ໃນການຕໍ່ສູ້​ຕ້ານໂລກລະບາດນີ້.

ອົງການ WHO ຢູ່ຫວຽດນາມ ກຽມພ້ອມທີ່ຈະໜູນຊ່ວຍກະຊວງສາທາລະນະສຸກ ໃນການຍົກລະດັບການຝຶກອົບຮົມວິຊາ​ສະ​ເພາະໃຫ້ແກ່ພະນັກງານ ແລະ ບັນດາມາດຕະການປ້ອງກັນການຕິດເຊື້ອສຳລັບພະນັກງານການແພດ; ໜູນຊ່ວຍການຍົກສູງ​ກຳ​ລັງຄວາມສາມາດ, ການທົ​ດ​ລອງ, ການປະເມີນຜົນ ແລະ ການອອກໃບອະນຸຍາດ ສຳຫຼັບວັກຊີນທີ່ຜະລິດພາຍໃນປະເທດ ຜ່ານລະບົບ NRA (ລະບົບການຄຸ້ມຄອງແຫ່ງຊາດກ​່ຽວ​ກັບວັກຊີນ) ໃຫ້​ຖືກ​ຕ້ອງ​ຕາມລະບຽບການ. ຫວຽດນາມແມ່ນໜຶ່ງໃນ 39 ປະເທດ ທີ່ໄດ້ຮັບການຢັ້ງຢືນຈາກ WHO ວ່າບັນລຸມາດຕະຖານນີ້. ອົງການ WHO ຈະແລກປ່ຽນ ແລະ ປຶກສາຫາລືຊຶ່ງກັນແລະກັນ​ໂດຍ​ໄວ ເພື່ອຈັດຕັ້ງ​ຜັນ​ຂະ​ຫຍາຍ​ບັນ​ດາວຽກງານທີ່ກ່ຽວຂ້ອງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.